ຄໍາວ່າ “ລັງ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ລັງ” ມີຄວາມໝາຍແນວໃດ?

ຄໍາວ່າ “ລັງ” ໝາຍເຖິງອຸປະກອນຢ່າງນຶ່ງທີ່ຄົນເຮົາເຮັດຂຶ້ນມາເພື່ອບັນຈຸຂວດຈໍານວນຫຼາຍພ້ອມກັນ ເຊັ່ນ: ຂວດນໍ້າ, ຂວດເຫຼົ້າ, ຂວດເບຍ, ຂວດວາຍ, ຂວດນໍ້າຫວານ ເປັນຕົ້ນ. “ລັງ” ຖືກສ້າງຂຶ້ນໃນຫຼາຍຮູບແບບ, ຫຼາຍສີສັນ ຊຶ່ງອາດຈະມີຂະໜາດໃຫຍ່, ນ້ອຍ, ກວ້າງ, ຍາວ, ສູງຕໍ່າແຕກຕ່າງກັນ ບາງເທື່ອເຮັດດ້ວຍໄມ້ແປ້ນ, ບາງເທື່ອເຮັດດ້ວຍຢາງພາລາສະຕິກ ຫຼື ວັດສະດຸຢ່າງອື່ນ. ພ້ອມນັ້ນ, “ລັງ” ຍັງແມ່ນລັກສະນະນາມໃນການຮ້ອງຂອງທີ່ບັນຈຸຂວດດັ່ງທີ່ໄດ້ກ່າວມາ ຄື: ແປບຊີຫ້າລັງ (ນໍ້າຫວານອັດລົມແນວນຶ່ງ), ເບຍສິບລັງ ເປັນຕົ້ນ.

ນອກຈາກນີ້, “ລັງ” ຍັງໝາຍເຖິງການຂັດ ຫຼື ຂັດຂືນ ຊຶ່ງເປັນການເຮັດ ເພື່ອຢາກໃຫ້ໄດ້ຕາມຕົນຕ້ອງ ການ ຫຼື ເອົາຕາມໃຈຂອງຕົນໂດຍບໍ່ຟັງ ແລະ ເຮັດຕາມໃຈຜູ້ອື່ນ ເຊັ່ນ: ເດັກນ້ອຍຂັດລັງຢາກໃຫ້ຊື້ໂທ ລະສັບໃໝ່ໃຫ້, ລູກນ້ອງລັງຫົວໜ້າຢາກໃຫ້ເພີ່ມເງິນເດືອນຂຶ້ນ ແລະ ຫຼຸດວຽກລົງ. “ລັງ” ຍັງແມ່ນການ ເອົາສິ່ງໃດສິ່ງນຶ່ງມາບິດພັນເຂົ້າກັນ ຫຼື ເອົາເສັ້ນຫຼາຍໆເສັ້ນມາພັນເຂົ້າກັນ ເຊັ່ນ: ລັງເສັ້ນໄໝ, ລັງເສັ້ນ ຝ້າຍ, ລັງສາຍເຊືອກ, ລັງເຄືອເຂົາ, ລັງເສັ້ນຕອກເຂົ້າກັນ, ລັງເຫຼັກລວດ, ລັງສາຍໄຟຟ້າ ແລະ ອື່ນໆ.

SA Game
DooDiDo

“ລັງ” ເວລາໄປປະສົມກັບຄໍາອື່ນຍັງໃຫ້ຄວາມໝາຍແຕກຕ່າງໄປ ດັ່ງ ລັງກາ ແມ່ນຊື່ຕອນ ແລະ ປະເທດນຶ່ງຢູ່ໃຕ້ປະເທດອິນເດຍ, ລັງສາດແມ່ນຊື່ຕົ້ນໄມ້ແນວນຶ່ງ ໝາກເປັນພົ້ວກິນໄດ້. ລັງກຽດ ແມ່ນບໍ່ຢາກຄົບຫາ, ຂີ້ໜ່າຍ ຫຼື ກຽດຊັງ, ລັງສີ ແມ່ນກໍາມັນຕະພາບ ຊຶ່ງເປັນຊື່ທາງວິທະຍາສາດ. ລັງແກ ແມ່ນການເອົາປຽບ ຫຼື ເຮັດໃຫ້ຄົນທີ່ດ້ອຍກວ່າ, ລັງຄວານ ແມ່ນການສ້າງຄວາມລໍາຄານ, ຈຸກຈິກຈູ້ຈີ້ ຫຼື ລົບກວນ.

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າລັງ”.

“ລັງ” (1. ຄໍານາມ) ແມ່ນອຸປະກອນຢ່າງນຶ່ງເຮັດຂຶ້ນມາເພື່ອເອົາຂວດໃສ່ຫຼາຍໆຂວດ ດັ່ງ ລັງນໍ້າຫວານ, ລັງເຫຼົ້າວາຍ, ລັງເບຍ ເປັນຕົ້ນ. ລັກສະນະນາມຮ້ອງຂອງທີ່ບັນຈຸຂວດຫຼາຍໆຂວດວ່າ ລັງ ດັ່ງ ນໍ້າຫວານ ສອງລັງ, ເຫຼົ້າວາຍສອງລັງ, ເບຍນຶ່ງລັງ. (2. ຄໍາກິລິຍາ) ຂັດຂີນ, ເອົາຕາມໃຈໂຕໂດຍບໍ່ເຮັດຕາມໃຈຜູ້ ອື່ນ. ເຂັນໄໝ ຫຼື ເສັ້ນຝ້າຍໃຫ້ຫັນເຂົ້າກັນ.

ຕົວຢ່າງ:

  • ລັງເບຍລາວ ສາມາດບັນຈຸເບຍໄດ້ 12 ແກ້ວ ເຮັດດ້ວຍຢາງພາລາສະຕິກສີເຫຼືອງ ແລະ ມີກາ ຫົວເສືອ ຊຶ່ງເປັນສັນຍາລັກຂອງບໍລິສັດເບຍລາວຕິດຢູ່.
  • ໃນງານດອງເຈົ້າຂອງງານໄດ້ຊື້ແປບຊີມາໄວ້ຮັບແຂກຈໍານວນ 50 ລັງ ແລະ ເບຍລາວຈໍານວນ 150 ລັງ.
  • ລູກສາວຫຼ້າເປັນຄົນຂີ້ລັງ ມັກຂັດພໍ່ແມ່ໃຫ້ຊື້ເຂົ້າໜົມໃຫ້ເປັນປະຈໍາ ຖ້າບໍ່ໄດ້ກໍລັງຢູ່ຫັ້ນບໍ່ຢອມກິນ ເຂົ້າບາງເທື່ອກໍຮ້ອງໃຫ້ ເພື່ອໃຫ້ໄດ້ໃນສິ່ງຕ້ອງການ.
  • ການເຮັດເຊືອກກາບເຮືອກໍາປັ່ນ ແມ່ນຕ້ອງເອົາເສັ້ນເຫຼັກລວດມາລັງເຂົ້າກັນເປັນຈໍານວນຫຼາຍເພື່ອ ໃຫ້ທົນທານ ແລະ ດຶງບໍ່ຂາດ.

ສະຫຼຸບ.

ຄໍາວ່າ “ລັງ” ແມ່ນອຸປະກອນບັນຈຸຂວດປະເພດນໍ້າຈໍານວນຫຼາຍພ້ອມກັນ ເຊັ່ນ: ນໍ້າ, ເຫຼົ້າ, ເບຍ. “ລັງ” ມີຫຼາຍຮູບແບບ, ຫຼາຍສີສັນ, ຫຼາຍຂະໜາດ ແຕກຕ່າງກັນໄປຕາມວັດຖຸປະສົງການໃຊ້ງານ ບາງເທື່ອເຮັດດ້ວຍໄມ້ແປ້ນ, ບາງເທື່ອເຮັດດ້ວຍຢາງພາລາສະຕິກ ຫຼື ວັດສະດຸຢ່າງອື່ນ. “ລັງ” ຍັງແມ່ນລັກສະນະນາມໃຊ້ເອີ້ນຂອງທີ່ບັນຈຸດ້ວຍຂວດດັ່ງ ແປບຊີນຶ່ງລັງ, ເບຍສິບລັງ ເປັນຕົ້ນ.  ນອກນີ້, “ລັງ” ຍັງແມ່ນການຂັດ ເພື່ອໃຫ້ໄດ້ຕາມຕົນຕ້ອງການ ຫຼື ເອົາຕາມໃຈຂອງຕົນໂດຍບໍ່ຟັງຜູ້ອື່ນ. “ລັງ” ຍັງແມ່ນການ ເອົາເສັ້ນ ເຊືອກ ຫຼື ສາຍຢ່າງໃດນຶ່ງມາພັນເຂົ້າກັນໃຫ້ແໜ້ນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo