ຄໍາວ່າ “ຕັ້ງ” ກັບຄວາມໝາຍ ແລະ ການນໍາໃຊ້ ໃນພາສາລາວ
ອະທິບາຍຄໍາວ່າ “ຕັ້ງ” ໃນພາສາລາວມີຄວາມໝາຍແນວໃດ?
ຄໍາວ່າ “ຕັ້ງ” ໝາຍເຖິງການທຳນຳສິ່ງທີ່ນອນຢູ່ ຫຼື ຢູ່ໃນສະຖານະທີ່ເປັນລວງຂວາງຕັ້ງຊີ້ຂື້ນຟ້ານັ້ນເອີ້ນວ່າ ຕັ້ງ, ເຊິ່ງບໍ່ວ່າຈະເປັນວັດຖຸ ຫລື ສິ່ງອື່ນໃດກໍຕາມ ລວມໄປເຖິງການຂີດຂຽນຄິດໄລ່ຕ່າງໆ, ເປັນຕົ້ນການຕັ້ງສິ່ງຂອງທີ່ລົ້ມຢູ່ ບໍ່ວ່າຈະເປັນການລົ້ມລົດຈັກ, ລົດຖີບ ຈາກອຸບັດຕິເຫດຕ່າງໆໃຫ້ຕັ້ງຂື້ນກັບມາຢູ່ໃນສະພາບທີ່ສາມາດຂີ່ໄດ້ ຫຼື ໃນສະພາບປົກກະຕິ. ອີກຄວາມໝາຍກໍແມ່ນການມີສະຕິ ແລະ ພະຍາຍາມເຮັດໃຫ້ດີກວ່າເກົ່າເຊິ່ງໃຊ້ໄດ້ກັບເລື່ອງຈິດໃຈ ການຕັ້ງໃຈເຮັດ, ຕັ້ງໃຈສ້າງ ຕັ້ງໃຈຮຽນເປັນຕົ້ນ.
ນອກຈາກນີ້, “ຕັ້ງ” ຍັງໝາຍເຖິງການເລີ່ມຕົ້ນຂອງເວລາ, ເປັນການທີ່ເລີ່ມເຮັດສິ່ງໃດສິ່ງໜຶ່ງເຊິ່ງຈະໃຫ້ຮູ້ວ່າຈຸດເລີມຕົ້ນຂອງການເຮັດໃນສິ່ງນັ້ນໆແມ່ນເລີມມາຕອນໃດ ເອີ້ນວ່າ ຕັ້ງ ເຊັ່ນວ່າ: ຕັ້ງແຕ່ຂ້ອຍມາຢູ່ວຽງຂ້ອຍກໍເລີມຝືກຢູ່ດ້ວຍຕົນເອງໃຫ້ໄດ້ໂດຍບໍ່ມີພໍ່ແມ່ຄອຍຊ່ວຍເຫລືອ ແລະ ຍັງໝາຍເຖິງ ການຈາກໄປ ເຊັ່ນ ເສຍຕັ້ງພັນ, ຄົນຕັ້ງໝື່ນ ເປັນຕົ້ນ.
ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:
ຄໍາວ່າ “ຕັ້ງ”.
- ກ. ວາງຂອງທີ່ລົ້ມໃຫ້ຊັນຢູ່, ສະຖິດ, ດຳລົງ, ປະພຶດ ເຊັ່ນຕັ້ງຢູ່ໃນທຳ, ຍົກໃຫ້ສູງຂຶ້ນ, ຍົກໃຫ້ມີຖານະດີກວ່າເກົ່າ ເຊັ່ນຕັ້ງເປັນເຈົ້າເມືອງ; ມຸ່ງໝາຍ, ອົດທົນ, ເອົາໃຈໃສ່ ເຊັ່ນ ຕັ້ງໃຈ ເປັນຕົ້ນ.
- ບຸ. ແຕ່, ເຖິງ, ຈາກໄປ ເຊັ່ນ ເສຍຕັ້ງພັນ, ຄົນຕັ້ງໝື່ນ ເປັນຕົ້ນ.
ຕົວຢ່າງ:
- ຕັ້ງແຕ່ນີ້ຕໍ່ໄປຂ້ອຍຈະຕັ້ງໃຈຫາເງິນລ້ຽງຄອບຄົວໃຫ້ໄດ້
- ແມ່ຕູ້ຫລິ້ນໄພ້ຊອດແຈ້ງ, ລາວເສຍເງິນຕັ້ງສອງລ້ານປາຍພຸ້ນນະ
- ປີໜ້າຂ້ອຍຈະຕັ້ງເຮືອນ, ມາຊ່ວຍເຮັດເຮືອນຂ້ອຍແດ່ເດີ
ສະຫຼຸບ.
ຄໍາວ່າຕັ້ງ ໝາຍເຖິງການທຳນຳສິ່ງທີ່ນອນຢູ່ ຫຼື ຢູ່ໃນສະຖານະທີ່ເປັນລວງຂວາງຕັ້ງຊີ້ຂື້ນຟ້ານັ້ນເອີ້ນວ່າ ຕັ້ງ, ເຊິ່ງບໍ່ວ່າຈະເປັນວັດຖຸ ຫລື ສິ່ງອື່ນໃດກໍ. ອີກຄວາມໝາຍກໍແມ່ນການມີສະຕິ ແລະ ພະຍາຍາມເຮັດໃຫ້ດີກວ່າເກົ່າເຊິ່ງໃຊ້ໄດ້ກັບເລື່ອງຈິດໃຈ. ນອກຈາກນີ້, “ຕັ້ງ” ຍັງໝາຍເຖິງການເລີ່ມຕົ້ນຂອງເວລາ, ເປັນການທີ່ເລີ່ມເຮັດສິ່ງໃດສິ່ງໜຶ່ງເຊິ່ງຈະໃຫ້ຮູ້ວ່າຈຸດເລີມຕົ້ນຂອງການເຮັດໃນສິ່ງນັ້ນໆແມ່ນເລີມມາຕອນໃດ ເອີ້ນວ່າ ແລະ ຍັງໝາຍເຖິງ ການຈາກໄປ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ ເວົ້າລາວກັນ