ຄຳວ່າ ລັບ ແລະ ຫລັບ ມີຄວາມໝາຍຄືກັນ ແລະ ຕ່າງກັນແນວໃດ?
ມາຮູ້ຈັກພາສາລາວອີກຄຳໜື່ງຄຳວ່າ ລັບ ແລະ ຫລັບ.
ໃນພາສາລາວຄຳວ່າ ລັບ ແລະ ຫລັບ ມີຫລາຍໆຄົນຍັງສັບສົນໃນການນຳໃຊ້ ແລະ ຍັງມີຫລາຍໆຄົນນຳໃຊ້ບໍ່ຖືກຕາມໄວຍາກອນຂອງພາສາລາວທີ່ແທ້ຈິງເນືອງຈາກການອອກສຽງທີ່ມີຄວາມຄ້າຍຄືກັນຂອງສອງຄຳນີ້ເພື່ອບໍ່ໃຫ້ສັບສົນ ແລະ ເພື່ອໃຫ້ຫລາຍໆຄົນໃຊ້ໃຫ້ຖືກຕ້ອງຕາມກົດຂອງພາສາລາວເຮົາຈະມາແຍກລະອຽດໃຫ້ເຂົ້າໃຈຫລາຍຂື້ນຕື່ມອີກ.
ຄວາມຄືກັນ ທັງສອງສັບລ້ວນແຕ່ມີວຽງພື້ນຖານຕາມສຽງທຽບກັບ ລ ສຽງຕໍ່າ ຫຼ ເປັນພະຍັນຊະນະປະສົມ ກາຍເປັນສຽງສູງ ແລະປະກອບກັບສະຫຼະສຽງສັ້ນ-ສະກົດ ຕາຍ ເຊິ່ງການອອກສຽງ ລັບ ແລະ ຫຼັບ ກໍຄ້າຍກັນ (ສຳນຽງວຽງຈັນ) ຖ້າເປັນໃຕ້ ແລະເໜືອ ລັບ ອອກສຽງຕໍ່າຄືມີວັນນະຍຸດໄມ້ເອກ ແລະ ຫຼັບ ເປັນສຽງສູງກາງໆ.
ຄວາມແຕກຕ່າງ ສອງສັບມີຄວາມໝາຍແຕກຕ່າງຢ່າງຊັດເຈນ.
ຄຳວ່າ ລັບ.
ຖ້າເປັນຄຳກຳມະໝາຍເຖິງ ຝົນ, ຂັດຖູ ການເອົາສິ່ງໃດໜຶ່ງໄປຮຸກຖູກັບຫີນ, ຫລື ການເຮັດໃຫ້ແຫລມຄົມ, ເຮັດໃຫ້ບາງລົງ.
ຄຸນນາມ ໝາຍເຖິງ ບັງຢູ່, ບ່ອນປິດບັງ, ແນມບໍ່ເຫັນ, ປົກປິດໄວ້.
ຕົວຢ່າງ:
ລັບຢູ່ກົກເສົາ, ຢູ່ບ່ອນລັບຫູລັບຕາ, ລັບໆລີ້ໆ, ລັບໜ້າລັບຫຼັງ, ລ່ວງລັບດັບຂັນ.
ລັບພ້າ ບາງທ້ອງຖິ່ນເອີ້ນ ຝົນພ້າ, ເພື່ອໃຫ້ຜ້າ ຫລື ມີດ ຄົມ ແລະ ຕັດຟັນເຂົ້າດີ.
ຄຳວ່າ ຫຼັບ.
ເປັນກຳມະ ໝາຍເຖິງ ປິດໄວ້ແບບສະໜິດ, ອັດໄວ້ ໃຊ້ກັບຕາ ເຊັ່ນ ຫຼັບຕາ, ນອນບໍ່ຫຼັບ, ເຫງົາຫຼັບ, ນອນຫຼັບນອນຝັນ, ກິນເຂົ້າແຊບນອນຫຼັບ… ນອກຈາກນີ້ຍັງໃຊ້ກັບການເຮັດທ່າຫູບໍ່ໄດ້ຍິນ ເອີ້ນຫຼັບຫູ ເຊັ່ນ ຫຼັບຫູຫຼັບຕາ….
ຕົວຢ່າງ:
ຂ້ອຍນອນບໍ່ຫລັບໝົດຄືນຍ້ອນດື່ມກາເຟຫລາຍ.
ຢ່າເຮັດແບບຫລັບຫູຫລັບຕາບໍ່ຮູ້ບໍ່ເຫັນເດີ.
ສະຫລຸບ.
ຄຳວ່າ ລັບ, ໝາຍເຖິງ ຝົນ, ຂັດຖູ ການເອົາສິ່ງໃດໜຶ່ງໄປຮຸກຖູກັບຫີນ, ຫລື ການເຮັດໃຫ້ແຫລມຄົມ, ເຮັດໃຫ້ບາງລົງ.
ຄຸນນາມ ໝາຍເຖິງ ບັງຢູ່, ບ່ອນປິດບັງ, ແນມບໍ່ເຫັນ, ປົກປິດໄວ້, ສ່ວນຄຳວ່າ ຫລັບ ໝາຍເຖິງ ປິດໄວ້ແບບສະໜິດ, ອັດໄວ້ ໃຊ້ກັບຕາ ເຊັ່ນ ຫຼັບຕາ, ນອນບໍ່ຫຼັບ, ເຫງົາຫຼັບ, ນອນຫຼັບນອນຝັນ, ກິນເຂົ້າແຊບນອນຫຼັບ… ນອກຈາກນີ້ຍັງໃຊ້ກັບການເຮັດທ່າຫູບໍ່ໄດ້ຍິນ, ບາງຄົນນຳໃຊ້ໃນລັກສະນະທີ່ຜິດເຊັ່ນ ນອນບໍ່ລັບ, ຢາກລັບ, ນອນລັບ, ລ່ວງຫຼັບ…
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo