ກິດຈະກຳສົ່ງເສີມ ການທ່ອງທ່ຽວ ຂອງແຂວງຈຳປາສັກ-ອຸບົນຣາຊະທານີ
ຈັດກິດຈະກຳສົ່ງເສີມກິລາ ແລະ ການທ່ອງທ່ຽວ ລະຫວ່າງ ຈຳປາສັກ-ອຸບົນຣາຊະທານີ ທີ່ວັດພູຈຳປາສັກ
ກິດຈະກຳສົ່ງເສີມກິລາ ແລະ ການທ່ອງທ່ຽວ ລະຫວ່າງ ແຂວງຈຳປາສັກ ສປປ ລາວ ກັບ ຈັງຫວັດອຸບົນຣາຊະທານີ ຣາຊະອານາຈັກໄທ ໄດ້ຈັດຂື້ນໃນວັນທີ 15 ມັງກອນ 2023 ທີ່ສະຖານບູຮານວັດພູຈຳປາສັກ ມໍລະດົກໂລກ ແຫ່ງທີ 2 ຂອງລາວ.
ໂດຍເປັນປະທານກ່າວເປີດຂອງ ທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າແຂວງຈຳປາສັກ, ມີທ່ານ ສົມເພັດ ສ້ອຍສະຄູ ຮອງຜູ້ວ່າລາດຊະການຈັງຫວັດອຸບົນຣາຊະທານີ, ມີທ່ານ ບົວທອງ ສຸວັນນະສານ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ຈຳປາສັກ, ມີຄະນະນຳຜູ້ບໍລິຫານການສຶກສາ ມະຫາວິທະ ຍາໄລ ຣາຊະພັດ, ຄູອາຈານ, ນັກກິລາມະຫາວິທະຍາໄລ, ວິທະຍາໄລ, ນັກສະແດງສິລະວັດທະນະທຳ ຈຳປາສັກ-ອຸບົນ, ມີພະແນກການກ່ຽວຂ້ອງ, ການນຳເມືອງ ແລະ ມວນຊົນພາຍໃນແຂວງ ຈຳປາສັກ ເຂົ້າຮ່ວມຢ່າງຫລວງຫລາຍ.
ທ່ານ ສົມບູນ ເຮືອງວົງສາ ໄດ້ໃຫ້ຮູ້ວ່າ: ການຈັດກິດຈະກຳກິລາ ແລະ ການທ່ອງທ່ຽວ ໃນຄັ້ງນີ້ ມີຄວາມສຳຄັນ ແລະ ມີຫລາກຫລາຍກິດຈະກຳ ທີ່ເປັນການຊຸກຍູ້ສົ່ງເສີມການທ່ອງທ່ຽວ ແລະ ພັດ ທະນາວຽກງານ ກິລາ-ກາຍຍະກຳ, ທັງເປັນການຮັດແໜ້ນຄວາມສາມັກຄີ ແລະ ດຶງດູດການທ່ອງທ່ຽວ ຕິດພັນກັບການສ້າງຂະບວນການຕ້ອນຮັບງານບຸນນະມັດສະການຜາສາດຫີນ ວັດພູ ປະຈຳປີ 2023 ທີ່ຈະຈັດຂຶ້ນໃນລະຫວ່າງ ວັນທີ 3-5 ກຸມພາ ນີ້.
ພ້ອມນີ້, ກໍເປັນການຫັນເອົາວຽກງານ ກິລາ-ກາຍະກຳ ລົງສູ່ທ້ອງຖິ່ນ ເພື່ອພັດທະນາຊັບພະຍາກອນ ມະນຸດໃຫ້ມີຄວາມເຂັ້ມແຂງ, ມີພະລານາໄມສົມບູນ, ປຸກລະດົມຊຸກຍູ້ທົ່ວສັງຄົມ ເປັນຕົ້ນ ແມ່ນຊາວໜຸ່ມ ແລະ ທຸກຊັ້ນຄົນໃຫ້ກັບມາຫລິ້ນກິລາຢ່າງກ້ວາງຂວາງ ເພື່ອຫ່າງຈາກສິ່ງເສບຕິດ ແລະ ເປັນການແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ.
ພ້ອມນີ້, ທ່ານຍັງໄດ້ສະແດງຄວາມຫວັງວ່າ ການຈັດງານດັ່ງກ່າວ ຈະເປັນພື້ນຖານໃຫ້ແກ່ງານ ກໍຄື ກິດຈະກໍາອື່ນໆໃນຕໍ່ໜ້າ ເພື່ອສ້າງຄວາມສາມັກຄີ ແລະ ການຮ່ວມມື ລະຫວ່າງ ແຂວງຈຳປາສັກ ແລະ ຈັງຫວັດ ອຸບົນຣາຊະທານີ ໃຫ້ນັບມື້ແໜ້ນແຟ້ນຂຶ້ນເລື້ອຍໆ.
ກິດຈະກຳທີ່ຈັດຮ່ວມກັນໃນຄັ້໋ງນີ້ປະກອບມີ: ຕ້ອນຮັບຂະບວນຄະລາວານລົດໃຫຍ່ ຈາກຈັງ ຫວັດອຸບົນຣາຊະທານີ ມາແຂວງຈຳປາສັກ ໄລຍະທາງ 45 ກິໂລແມັດ ຜ່ານດ່ານຊ່ອງເມັກ-ວັງເຕົ່າ ເຂົ້າເຖິງນະຄອນປາກເຊ, ກິດຈະກຳແລ່ນໄລຍະທາງ 5 ກິໂລແມັດ, ແລ່ນມິນິມາລາທອນ ໄລຍະທາງ 10 ກິໂລ, ຂີ່ຖີບລົດ ໄລຍະທາງ 15 ກິໂລແມັດ ເລີ່ມແຕ່ຈຸດຕ່າງໆ ຂອງເມືອງຈຳປາສັກ ເຂົ້າມາເສັ້ນໄຊ ທີ່ວັດພູຈຳປາສັກ.
ນອກນີ້, ຍັງມີກິດຈະກຳ ແຂ່ງຂັນກິລາເປຕັງ, ກິລາບານເຕະ ທີມອາວຸໂສ 11 ຄົນ ອາຍຸ 40 ປີ ຂື້ນໄປ ລະຫວ່າງຈຳປາສັກ-ອຸບົນ ແລະ ກິດຈະກຳສະແດງສີລະປະ ເຜີຍແຜ່ວັດທະນະທຳຂອງມະຫາວິທະຍາໄລລາດຊະພັດ ແລະ ຄະນະສິລະປະກອນແຂວງຈຳປາສັກ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
ຂອບໃຈແຫຼ່ງຂໍ້ມູນຈາກ: ຂປລ.