ກະສິກອນເມືອງຊຽງຮ່ອນເລີມນຳໃຊ້ກົນຈັກໃນການເກັບກ່ຽວເຂົ້ານາປີ
ຊາວກະສິກອນເມືອງຊຽງຮ່ອນເລີມນຳໃຊ້ເທັກໂນໂລຊີທີ່ທັນສະໄໝເຂົ້າໃນການເກັບກ່ຽວເຂົ້ານາປີ
ໃນໄລຍະນີ້ຮອດລະດູທີ່ເກັບກ່ຽວເຂົ້າແລ້ວປະຊາຊົນຊາວກະສິກອນກໍໄດ້ເລີມລົງມືເກັບກ່ຽວເຂົ້ານາຕົນເອງ ແລະ ລະດູນີ້ເຫັນວ່າມີການນຳໃຊ້ເຄືອງຈັກທີ່ທັນສະໄໝຫລາຍຂື້ນ, ຈາກການໃຫ້ຂໍ້ມູນຂອງ ທ່ານ ສົມບູນ ໄຊວຸດ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງຊຽງຮ່ອນ ແຂວງໄຊຍະບູລີ ໃຫ້ຮູ້ວ່າ:
ການເກັບກູ້ເຂົ້ານາປີ ຂອງກະສິ ກອນ ຢູ່ເມືອງຊຽງຮ່ອນ ໄດ້ລົງມືເກັບກ່ຽວຜົນຜະລິດເຂົ້ານາປີຢ່າງເປັນຂະບວນການຟົດ ຟື້ນ ກວ້າງຂວາງ, ຫລາຍເຂດແມ່ນນຳໃຊ້ກົນຈັກເກັບກູ້ຜົນຜະລິດ ໄດ້ສຳເລັດໄວຂຶ້ນກວ່າເກົ່າ.
ກະສິກອນ ຢູ່ເມືອງຊຽງຮ່ອນໄດ້ດ້ເລີ່ມລົງມືເກັບກູ້ເຂົ້ານາປີ ມາແຕ່ຕົ້ນເດືອນກັນຍາ ມາຮອດປັດຈຸບັນ, ແມ່ນສຳເລັດແລ້ວ 80% ຂອງເນື້ອທີ່ເຂົ້ານາທົ່ວເມືອງ ທັງໝົດ 3.358 ເຮັກຕາ ແລະ ຄາດວ່າຈະໃຫ້ສໍາເລັດ 100% ໃນທ້າຍເດືອນພະຈິກ 2022 ນີ້, ສະເລ່ຍສະມັດຕະພາບ 1 ເຮັກຕາບັນລຸ 4,5 ໂຕນ, ການຜະລິດເຂົ້ານາປີ ໃນປີນີ້ ຄາດວ່າການຜະລິດຈະບັນລຸຕາມແຜນຂອງຫ້ອງການກະສິກຳ ແລະ ປ່າໄມ້ ວາງໄວ້ແຕ່ຕົ້ນປີ 23.000 ໂຕນ.
ໄປພ້ອມກັບການເກັບກູ້ເຂົ້ານາປີ, ກະສິກອນຍັງໄດ້ສຸມໃສ່ເກັບກູ້ ພືດລະດູຝົນ ເປັນ ຕົ້ນ ໜາກເດືອຍດໍ, ສາລີ ແລະ ພືດອື່ນໆ ສຳເລັດແລ້ວ 45% ຂອງເນື້ອທີ່ທັງໝົດ 5.939 ເຮັກຕາ, ທຽບໃສ່ປີຜ່ານມາ ການເກັບກູ້ເຂົ້ານາປີ ແມ່ນມີຄວາມສະດວກສະບາຍເນື່ອງຈາກວ່າ ດິນຟ້າກາດໄດ້ເອື້ອອຳນວຍ ເຮັດໃຫ້ການເກັບກູ້ຜົນຜະລິດເປັນໄປຕາມແຜນການ.
ທ່ານ ສົມບູນ ໄຊວຸດ ຍັງໃຫ້ຮູ້ອີກວ່າ: ພາຍຫລັງສຳເລັດການເກັບກູ້ພືດລະດູຝົນແລ້ວ, ຫ້ອງການກະສິກຳ ແລະ ປ່າໄມ້ ຍັງຈະໄດ້ພ້ອມກັນລົງຊຸກຍູ້ສົ່ງເສີມ ໃຫ້ກະສິກອນ ປູກພືດລະດູແລ້ງ ໃສ່ບ່ອນທີ່ມີເງື່ອນໄຂເນື້ອທີ່ແຜນກການ 1.380 ເຮັກຕາ ເປັນຕົ້ນໝາກໂມ, ຖົ່ວເຫລືອງ ແຜນການແມ່ນ 580 ເຮັກຕາ ແລະ ພືດສະບຽງອາຫານອື່ນໆເພື່ອຜະ ລິດເປັນສະບຽງອາຫານ ແລະ ຂາຍເປັນສິນຄ້າ ຕື່ມອິກ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
ຂອບໃຈແຫຼ່ງຂໍ້ມູນຈາກ: ຂປລ.