ແຂວງຈໍາປາສັກຈັດງານບຸຸນປະວໍລະນາ -​ ອອກພັນສາ​ ສົ່ງເສີມການທ່ອງທ່ຽວ

SA Game

Lao National Radio

ຫຼາກຫຼາຍສີສັນໃນງານບຸຸນປະວໍລະນາ -​ ອອກພັນສາ​ ປະຈໍາປີ 2022 ທີ່ ແຂວງຈໍາປາສັກ

 ນະຄອນປາກເຊ ແຂວງຈຳປາສັກ ໄດ້ຈັດງານບຸຸນປະວລະນາ -​ ອອກພັນສາ​ ປະຈໍາປີ 2022​ ຢ່າວເຕັມຮູບແບບ​ ໃນວັນທີ 10 ຕຸລາ 2022 ເພື່ອສົ່ງ ເສີມການທ່ອງທ່ຽວ ແລະສືບທອດຮີດຄອງປະເພນີ. ໂດຍການໃຫ້ກຽດເຂົ້າ ຮ່ວມລັ່ນຄ້ອງ 9 ບາດ ເພື່ອເປັນສີລິມຸງ ຄຸນ ແລະສັນຍາເປີດງານ ຂອງ ພົນເອກ​ວິໄລ ຫຼ້າຄໍາຟອງ ຮອງນາຍົກລັດ ຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະ ຫງົບ, ທ່ານ​ ວິໄລ​ວົງ​ ບຸດດາຄໍາ​ ເຈົ້າແຂວງ​ຈໍາປາສັກ, ມີບັນດາທ່ານການນຳຈາກສູນກາງ,ແຂກຕ່າງປະເທດ,ບັນດາຄະນະນຳຂັ້ນສູນກາງ, ແຂວງ,ຄະນະນໍາແຂວງຕ່າງໆ ແຂກພາຍໃນ ແລະຕ່າງປະເທດ ເຂົ້າຮ່ວມຫຼາຍພັນຄົນ.​
ໃນພິທີ​ອັນສະຫງ່າລາສີ ທ່ານ ບົວລີ ເພັດສົງຄາມ ເຈົ້ານະຄອນປາກເຊ,ໄດ້ກ່າວລາຍງານການກະກຽມງານບຸນປະວໍລະນາອອກພັນສາ ປີນີ້ ຊຶ່ງ ມີທັງໝົດ 5 ກິດຈະກຳໃຫຍ່ ເຊັ່ນ:ພິທີທຳບຸນຕັກບາດມື້ບຸນອອກພັນສາ,ງານຕະຫຼາດນັດວາງສະແດງ ແລະ ຈຳໜ່າຍສິນຄ້າ,ການເເຂ່ງຂັນກິລາມວນຊົນ (ເສັງກອງ) ຫຼືຕີກອງເສັງ,ພິທີແຫ່ວຽນທຽນ,ທຽນໄຊ,ໄຫຼເຮືອໄຟ,ຜາສາດດອກເຜີ້ງແລະ ທີ່ຂາດບໍ່ໄດ້ແມ່ນຊ່ວງເຮືອປະຈຳປີ.
SA Game
Lao National Radio
ຈຸດປະສົງເພື່ອອະນຸລັກຮັກສາປະເພນີ ວັດທະນະທຳອັນດີງາມຂອງຊາດທີ່ເຄີຍສືບທອດມາແຕ່ບູຮານນະການ ແລະ ດຶງດູດນັກທ່ອງ ທ່ຽວໃຫ້ເຂົ້າມາທ່ອງທ່ຽວນະຄອນປາກເຊ ແຂວງຈຳປາສັກມີບັນຍາກາດ ແລະ ນັບມື້ນັບຫຼາຍ.
ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກກ່າວເປີດງານບຸນອອກພັນສາ ມີເນື້ອໃນວ່າ: ສະແດງຄວາມຮູ້ບຸນຄຸນ ຂອບໃຈມາຍັງການນຳພັກ -ລັດ,ອົງການປົກຄອງ ຕະຫຼອດຮອດປະຊາຊົນທຸກພາກສ່ວນ ທີ່ ມີຄວາມສາມັກຄີຈັດງານບຸນອອກພັນສານີ້ຂຶ້ນຢ່າງຍິ່ງໃຫຍ່ ໂດຍພາຍໃຕ້ການນຳພາຂອງອົງຄະນະພັກແຂວງຈຳປາສັກ ,ນະຄອນປາກເຊ ເຮັດໃຫ້ງານມີຜົນສຳເລັດ ຄວາມໝາຍສໍາຄັນ ຢ່າງເລິກເຊິ່ງ.
SA Game
Lao National Radio
ພາຍໃນງານມີຂະບວນແຫ່ຕ່າງໆ ນຳໜ້າໂດຍຂະບວນພຣະສົງ 108 ອົງ,​ ຂະບວນແຫ່ເຮືອໄຟ, ແຫ່ຜາສາດດອກເຜີ້ງ, ແຫ່ທຽນໄຊ​ ຈາກວັດຕ່າງໆ​ ເຊິ່ງມີທັງໝົດ 6 ຂະບວນໃຫຍ່, ມີ​ 46 ຂະບວນແຫ່ (ກ້ອນກໍາລັງ) ຈາກວັດຕ່າງໆ ແລະ​ ບ້ານ 42 ບ້ານ ພາຍໃນນະຄອນປາກເຊ ,ຂະບວນຂອງເມືອງອອ້ມຂ້າງ ລວມທັງກ້ອນກໍາລັງຂອງສະຖາບັນການສຶກສາ ແລະ ໂຮງຮຽນ 9 ແຫ່ງ; ຂະບວນແຫ່ຂອງກຸ່ມທະນາຄານ ແລະ​ ບໍລິສັດ 19 ຂະ ບວນ; ແລະ​ ເຖົ້າແກ່ມົນໂທ,ຊາຍໜຸ່ມຍິງສາວ ທີ່ນຸ່ງຖືຊົງລາວ ແລະ ສະພາບຮຽບ ຮ້ອຍ,ຖືຂັນຜທາກເບັງ,ໂຄມໄຟ,ຕົ້ນກາລະພຶກ ແລະ ອື່ນໆ,ມີການແຫ່ກອງເສັງ ແຂ່ງຂັນຕີກອງ ຊຶ່ງມີຜູ້ຮ່ວມຂະບວນແຫ່ ທັງໝົດ 3.693 ຄົນ​. ພິເສດມີເຮືອຊ່ວງຈຳລອງທີ່ປະດິດຕົບແຕ່ງຢ່າງໂດດເດັ່ນ ແລະສວຍງາມ ຊົງຄ້າຍພະຍານາກກໍສ້າງສີສັນໃຫ້ແກ່ງານເປັນຢ່າງດີ ແລະຫາຊົມໄດ້ຍາ ຕື່ມອີກ.
SA Game
Lao National Radio

ພາຍຫຼັງຮ່ວມພິທີໄຂງານບູນອອກພັນສາແລ້ວ ບັນດາການນຳແຂວງ,ແຂກຮ່ວມງານຕະຫຼອດຮອດມວນຊົນ ຍັງໄດ້ຮ່ວມພິທີໄຫຼເຮືອໄຟໂຄກ,ເຮືອໄຟນໍ້າ, ໄຫຼກະທົງ ປ່ອຍໂຄມໄຟຂຶ້ນສູ່ທ້ອງຟ້າ ທີ່ທ່າວັດຫຼວງ ແລະ ທ່າສະລາຄຳ ຕາມປະເພນີທີ່ເຄີຍປະຕິບັດມາຢ່າງຄຶກຄື້ນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: Lao National Radio