USA ຊ່ວຍ​ເຫລືອອຸປະກອນການແພດ ແລະ ເຄື່ອງອຸປະໂພກ ໃຫ້ ສ​ປ​ປ ລາວ

SA Game

ພາບ: laodaily.com.la

ສະຫະລັດອາເມຣິກາ ຊ່ວຍ​ເຫລືອອຸປະກອນການແພດ ແລະ ເຄື່ອງອຸປະໂພກ ໃຫ້ກະຊວງສາທາລະນະສຸກ.

ສະ​ພາບ​ການ​ປະ​ຈຸ​ບັນ​ຫລາຍໆ​ຄົນ ຫລື ຫລາຍໆ​ປະ​ເທດ​ກໍ​ຄົງ​ຈະ​ປະ​ສົບ​ພົບ​ພໍ້​ຄື​ກັນ​ກັບ​ການ​ລະ​ບາດ​ຂ​ອງ​ພະ​ຍາດ​ໂຄວິດ-19, ແລະ ສ​ປ​ປ ລາວ​ເຮົາ​ເອງ​ກໍ​ເປັນ​ປະ​ເທດ​ໜຶ່ງ​ທີ່​ກ່ຳ​ລັງ​ມີ​ຜູ່​ຕິດ​ເຊື້ອ​ໂຄວິດ-19 ໃນ​ທຸກໆ​ມື້ ເຖິງ​ແມ່ນ​ວ່າ​ຈ່ຳ​ນວນ​ຜູ່​ຕິດ​ເຊື້ອ​ຈະ​ຄ່ອຍໆ​ນ້ອຍ​ລົງ​ແລ້ວ​ກໍ​ຕາມ, ແລະ ສະ​ຫ​ະ​ລັດ​ອາ​ເມ​ລິ​ການ​ກໍ​ໄດ້​ເລັ່ງ​ເຫັນ​ຈຸດ​ນີ້ ແລະ ເປັນ​ປະ​ເທດ​ໜຶ່ງ​ທີ່​ຄ່ອຍ​ຊ່ວຍ​ເຫລືອ​ທາງ​ດ້ານ​ສາ​ທາ​ລະ​ນະ​ສຸກ​ລາວ​ຕະ​ຫລອດ​ມາ.

ລ້າ​ສຸດ, ລັດຖະບານສະຫະລັດອາເມລິກາ ໄດ້ນຳເອົາຊຸດອຸປະກອນການແພດ ແລະ ເຄື່ອງອຸປະໂພກ ມູນຄ່າ1.870ລ້ານກີບ ມອບໃຫ້ກະຊວງສາທາລະນະສຸກ ແຫ່ງ ສປປ ລາວໃນວັນທີ 25 ພຶດສະພາ 2021; ຕາງໜ້າມອບໂດຍ ທ່ານ ປີເຕີ ເຮມ໋ອນ ເອກອັກຄະລັດຖະທູດ ສະຫະລັດອາເມຣິກາ ປະຈຳລາວ ແລະ ຕາງໜ້າຮັບໂດຍ ທ່ານ ດຣ.ບຸນແຝງ ພົມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ.

SA Game
ພາບ: laodaily.com.la

ອຸປະກອນການແພດ ແລະ ເຄື່ອງໃຊ້ອຸປະໂພກ ທີ່ນຳມາມອບໃນຄັ້ງນີ້, ແມ່ນເປັນການມອບຄັ້ງທຳອິດ ຈາກການມອບຮັບສອງຄັ້ງໂດຍຜ່ານການຊ່ວຍເຫລືອ ຂອງສູນບັນຊາການກອງທັບສະຫະລັດປະຈຳພາກພື້ນອິນໂດປາຊີຟິກ, ກະຊວງປ້ອງກັນປະເທດ ສະຫະລັດອາເມຣິກາ ໃຫ້ແກ່ສູນກັກບໍລິເວນ 25 ແຫ່ງ ທົ່ວປະເທດຂອງ ສປປ ລາວ.

ການມອບເຄື່ອງດັ່ງກ່າວ ແມ່ນເພື່ອຕອບສະໜອງຕາມຄວາມຕ້ອງການຂອງທາງບຸກຄະລາກອນແພດໝໍ, ຜູ້ທີ່ເຮັດວຽກປະຈຳຢູ່ສູນກັກບໍລິເວນ ແລະ ຜູ້ທີຖືກກັກບໍລິເວນໃນແຕ່ລະສູນ, ທັງນີ້ກໍ່ເພື່ອເປັນການສຶບຕໍ່ຊ່ວຍເຫລືອວຽກງານຂອງອົງການອາຫານໂລກທີ່ດຳເນີນການຊ່ວຍເຫຼືອຢູ່ສູນດັ່ງກ່າວນັ້ນ. ການຊ່ວຍເຫຼືອນີ້ ມີມູນຄ່າລວມທັງໝົດແມ່ນ 203,000 ໂດລາສະຫະລັດ.

ທ່ານ ປີເຕີ ເຮມ໋ອນ ໄດ້ຊົມເຊີຍຕໍ່ລັດຖະບານລາວ ທີ່ສາມາດສືບຕໍ່ຄວບຄຸມສະຖານະການການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ເປັນຢ່າງດີ, ພ້ອມທັງຈະສືບຕໍ່ຊ່ວຍເຫລືອ ສປປ ລາວ ໃນການຄວມຄຸມພະຍາດໂຄວິດ-19, ເຊິ່ງສ່ວນໜຶ່ງຂອງການສືບຕໍ່ການຮ່ວມມື ລະຫວ່າງ ສະຫະລັດອາເມຣິກາ ແລະ ສປປ ລາວ.

ໃນໄລຍະຫລາຍປີທີ່ຜ່ານມາ, ກະຊວງປ້ອງກັນປະເທດສະຫະລັດອາເມຣິກາ ໄດ້ເຮັດວຽກຮ່ວມກັບກະຊວງສາທາລະນະສຸກ ແລະ ກົມເສນາຮັກ ກະຊວງປ້ອງກັນປະເທດຂອງ ສປປ ລາວ ໃນການຊ່ວຍເຫລືອ ເພື່ອຕອບສະໜອງຄວາມຕ້ອງການທາງດ້ານສະທາລະນະສຸກຂອງປະຊາຊົນລາວ, ເຊິ່ງເປັນການປະກອນສ່ວນທີ່ມີມູນຄ່າຫລາຍກວ່າ 2,4 ລ້ານໂດລາສະຫະລັດ ໃນຂົງເຂດວຽກງານສ້າງອາຄານໂຮງໝໍ, ລົດແພດສຸກເສີນພາກສະໜາມ, ອຸປະກອນການແພດໃນຫ້ອງວິເຄາະ, ອຸປະກອນທີ່ໃຊ້ໃນການກວດພະຍາດໂຄວິດ-19 ແລະ ຊຸດອຸປະກອນການແພດ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: laoedaily.com