COCAX Facility ຊ່ວຍ​ເຫລືອ​ວັກ​ຊິນ​ກັນ​ໂຄວິດ-19ໃຫ້​ລາວ.

SA Game

ພາບ: targetlaos.com

ວັກຊິນ ກັນໂຄວິດ-19 ຈຳນວນ 480.000 ໂດສ ຈາກການຊ່ວຍເຫຼືອຂອງ COCAX Facility.

ສປປ ລາວ ໄດ້ຮັບວັກຊິນກັນໂຄວິດ-19 ຈາກໂຄງການ “ການຮ່ວມມືເພື່ອວັກຊິນກັນພະຍາດໂຄວິດ-19 (COCAX Facility)” ໂດຍການຮ່ວມມືລະຫວ່າງ ອົງການພັນທະມິດຮ່ວມມືດ້ານນະວັດຕະກຳ ເພື່ອຮັບມືກັບພະຍາດລະບາດ (CEPI), ອົງການ ກາວີ (Gavi), ອົງການຢູນິເຊັບ (UNICEF) ແລະ ອົງການອະນາໄມໂລກ (WHO) ໃນວັນທີ 20 ມີນາ 2021 .

ຕາງໜ້າຮັບໂດຍທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ທັງເປັນປະທານຄະນະສະເພາະກິດເພື່ອ ປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19; ພ້ອມດ້ວຍ ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີ ກະຊວງສາທາລະນະສຸກ; ທ່ານ  ປີເຕີ ເຮມ໋ອນ ເອກອັກຄະລັດຖະທູດສະຫະລັດອາເມລິກາ ປະຈຳ ລາວ  ທ່ານ ດຣ. ມາກ ຈາຄອບ, ຜູ້ຕາງໜ້າອົງການ ​ອະ​ນາ​ໄມ​ໂລກ ປະຈຳ ສປປ ລາວ; ທ່ານນ່າງ ເພຍ ເຣເບນໂລ ບຣິໂຕ ຜູ້ຕາງໜ້າອົງການ ຢູນິເຊັບ ປະຈຳ ສປປ ລາວ ແລະ ຕາງໜ້າຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ, ທີ່ສະໜາມບິນສາກົນ ວັດໄຕ.

SA Game
ພາບ: targetlaos.com

ການໄດ້ຮັບວັກຊິນຊ່ວຍເຫຼືອໃນຄັ້ງນີ້ ແມ່ນເປັນຊຸດທຳອິດ ຈາກໂຄງການ “ການຮ່ວມມືເພື່ອວັກຊິນກັນພະຍາດໂຄວິດ-19 (COCAX Facility)” ເຊິ່ງຈະມີທັງໝົດ 480.000 ໂດສ, ແຕ່ສະເພາະຂົນສົ່ງມາຖ້ຽວນີ້ມີ 132.000 ໂດສ. ເຊິ່ງໄດ້ຖືກຜະລິດຂຶ້ນໂດຍ ສະຖາບັນເຊລ້ຳຂອງປະເທດອິນເດຍ (Serum Institute of India) ເເລະ ໄດ້ຖືກຂົນສົ່ງຕົງຈາກລັດປູເນ ປະເທດອິນເດຍ ມາເຖິງ ສະໜາມບິນສາກົນວັດໄຕ.

SA Game
ພາບ: targetlaos.com

ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງ ສາທາລະນະສຸກໄດ້ກ່າວວ່າ: ສະເພາະປີ 2021 ນີ້ ອົງການພັນທະມິດຮ່ວມມືດ້ານນະວັດຕະກຳ ເພື່ອຮັບມືກັບພະຍາດລະບາດ (CEPI), ອົງການ ກາວີ (Gavi), ອົງການຢູນິເຊັບ (UNICEF) ແລະ ອົງການອະນາໄມໂລກ (WHO) ໄດ້ຊ່ວຍວັກຊິນ ໃຫ້ແກ່ ສປປ ລາວ ຜ່ານໂຄງການ “ການຮ່ວມມືເພື່ອວັກຊິນກັນພະຍາດໂຄວິດ-19 (COCAX Facility)” ໂດຍມີທັງໝົດຈຳນວນ 480.000 ໂດສ, ແຕ່ສະເພາະຂົນສົ່ງມາຖ້ຽວນີ້ມີ 132.000 ໂດສ ສ່ວນທີ່ເຫຼືອແມ່ນຈະທະຍອຍສົ່ງມາພາຍຫຼັງ. ສຳລັບ ວັກຊິນທີ່ໄດ້ຮັບຄັ້ງນີ້ແມ່ນພວກເຮົາຈະສືບຕໍ່ແຈກຢາຍເພື່ອຊັກໃຫ້ກຸ່ມສ່ຽງອີກສືບຕໍ່ຈາກການໄດ້ຮັບວັກຊິນຊ່ວຍເຫຼືອຈາກ ສປ ຈີນ ຄັ້ງກ່ອນໃນຈຳນວນ 3 ແສນໂດສ, ພ້ອມຈະແຈກຢາຍໄປບັນດາແຂວງເພື່ອສືບຕໍ່ຊັກໃຫ້ກຸ່ມສ່ຽງ ຈາກນັ້ນເຮົາຈຶ່ງຈະຄ່ອຍກະຈາຍຊັກໃຫ້ກຸ່ມສ່ຽງທີ່ສູງອາຍຸ, ບັນດາຜູ້ຂັບລົດໂດຍສານ ແລະ ຈຶ່ງໄປຫາພໍ່ແມ່ປະຊາຊົນທົ່ວໄປ ເຊິ່ງຈະໄປເປັນເທື່ອລະຂັ້ນ. ຕາມຫຼັກສາກົນຫາກມີການຊັກວັກຊິນກວມເອົາ 70% ຂອງປະຊາກອນ ການລະບາດຂອງເຊື້ອພະຍາດໂຄວິດ-19 ຈະບໍ່ມີ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ: ເສດຖະກິດ ການຄ້າ