ຄໍາວ່າ “ຕາບ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ
ອະທິບາຍຄໍາວ່າ “ຕາບ” ໃນພາສາລາວມີຄວາມໝາຍແນວໃດ?
ຄໍາວ່າ “ຕາບ” ໝາຍເຖິງການເອົາຢາງ ຫຼື ແຜ່ນແພ ຫຼື ສິ່ງຂອງທີ່ແປເປັນແຜ່ນບາງໆ ບາງທີ່ອາດຈະບໍ່ຈຳເປັນຕ້ອງເປັນຮູບຊົງແປຕະຫລອດກໍໄດ້ ເອົາມາແປະໃສ່ເພື່ອບໍ່ໃຫ້ມີຮູ, ຮອຍຂາດ ຕ່າງໆ ເຊັ່ນວ່າ ການຕາບຢາງລົດ ຫຼື ບາງຂົງເຂດອາດຈະເອີ້ນວ່າ ຈອດຢາງລົດ ບໍ່ວ່າຈະເປັນຢາງລົດໃຫຍ່ ລົດນ້ອຍ ກໍເອີ້ນວ່າ ຕາບ ຫລື ຈອດຄືກັນ, ນອກຈາກນັ້ນຍັງສາມາດໃຊ້ໄດ້ກັບສິ່ງອື່ນໆເຊັ່ນກັນດັ່ງ ຕາບເສື້ອຂາດ, ຕາຍຫລັງຄາເຮືອນ ອື່ນໆ ເປັນຕົ້ນ.
ນອກຈາກນີ້, “ຕາບ” ຍັງສາມາດໃຊ້ໄດ້ກັບ ເວລາ, ຈະມີຄວາມໝາຍວ່າຈົນເຖິງ, ເມື່ອ, ຍັງ, ຈົນຕະຫຼອດ, ຮອດເຖິງ ເຊັ່ນ: ຕາບຕໍ່ເທົ້າ, ຕາບໄປເຖິງ. ເປັນການໃຊ້ເພື່ອບົງບອກເຖິງຊ່ວງເວລາທີ່ຍັງມີການກະທຳຢູ່ ແລະ ຫາກສິ້ນສຸດແລ້ວ ແມ່ນຈະມີຈຸດປະສົງອື່ນເພື່ອທີ່ຈະເຮັດຕໍ່ຫລັງຈາກນັ້ນ. ອີກຄວາມໝາຍຍັງມີຄວາມໝາຍວ່າ ຂ້າງ, ຝ່າຍ, ຮິມ ດັ່ງຄຳເວົ້າທີ່ວ່າ “ທຸກຕາບຫ້ວຍ ໄມ້ຊໍ່ຊົມບານ ລີໄລຈັບກິ່ງຮັງເຮຮ້ອງ”.
ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:
ຄໍາວ່າ “ຕາບ”.
- ນ. ຂ້າງ, ຝ່າຍ, ຮິມ.
- ນ. ຮອຍແປ້ວ, ຮອຍຂີ້ບາດທີ່ດີແລ້ວ ເຊັ່ນຂາຕາບ, ແຂນຕາບ ເປັນຕົ້ນ.
- ກ. ເອົາແປະໃສ່ບ່ອນຂາດ ຫຼືບ່ອນວາກ, ເສື້ອຜ້າທີ່ຂາດ ໃຊ້ຜ້າແປະໃສ່ບ່ອນຂາດ ຫແລ້ວຫຍິບ ຫຼືເຮືອແຕກ ເອົາແປ້ນມາແປະໃສ່ ແລ້ວຕອກຕາປູໃສ່ໃຫ້ແໜ້ນເອີ້ນຕາບ ຢ່າງວ່າ “ເສື້ອຂາດຫຼັງໄປຕາບກະນ່ອງໄກ່”.
- ວ. ຈົນເຖິງ, ເມື່ອ, ຍັງ, ຈົນຕະຫຼອດ, ຮອດເຖິງ ເຊັ່ນ: ຕາບຕໍ່ເທົ້າ, ຕາບໄປເຖິງ.
ຕົວຢ່າງ:
- ຕາບໃດທີ່ຂ້ອຍຍັງມີຊິວິດຢູ່ຂ້ອຍຈະຂໍສູ້ເພື່ອໃຫ້ຄອບຄົວສະບາຍ
- ອາທິດແລ້ວໃຫ້ລູກນ້ອງເອົາເຮືອໄປຕາບ ເພາະມັນມີປ່ອງຮົ່ວເຮັດໃຫ້ນ້ຳເຂົ້າ
ສະຫຼຸບ.
ຄໍາວ່າຕາບ ໝາຍເຖິງການເອົາຢາງ ຫຼື ແຜ່ນແພ ຫຼື ສິ່ງຂອງທີ່ແປເປັນແຜ່ນບາງໆ ບາງທີ່ອາດຈະບໍ່ຈຳເປັນຕ້ອງເປັນຮູບຊົງແປຕະຫລອດກໍໄດ້ ເອົາມາແປະໃສ່ເພື່ອບໍ່ໃຫ້ມີຮູ, ຮອຍຂາດ. ນອກຈາກນີ້, “ຕາບ” ຍັງສາມາດໃຊ້ໄດ້ກັບ ເວລາ, ຈະມີຄວາມໝາຍວ່າຈົນເຖິງ, ເມື່ອ, ຍັງ, ຈົນຕະຫຼອດ, ຮອດເຖິງ. ອີກຄວາມໝາຍຍັງມີຄວາມໝາຍວ່າ ຂ້າງ, ຝ່າຍ, ຮິມ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ ເວົ້າລາວກັນ