ສິລະປະການສະແດງ ແລະ ດົນຕີພື້ນເມືອງລາວຕ້ອງ​ຢູ່​ຄູ່​ເມືອງ​ລາວ

SA Game

ຂ​ປ​ລ​

ແຂວງບໍ່ແກ້ວ​ຝຶກ​ອົບຮົມສິລະປະການສະແດງ ແລະ ດົນຕີພື້ນເມືອງ​ໃຫ້​ກັບ​ບັນ​ດາ​ຜູ້​ຮັກ​ໃນ​ການ​ສະ​ແດງ

​ອີງ​ຕາມແຫລ່ງຂ່າວຂອງແຂວງບໍ່ແກ້ວ ໃຫ້ຮູ້ວ່າ ພະແນກຖະແຫລງຂ່າວ,ວັດທະນະ ທຳ ແລະ ທ່ອງທ່ຽວ(ຖວທ) ແຂວງບໍ່ແກ້ວ ຮ່ວມກັບ ຄະນະຄຸ້ມຄອງເຂດເສດຖະກິດພິເສດສາມຫລ່ຽມຄໍາ ເປີດຊຸດອົບຮົມ ສິລະປະການສະແດງ ແລະ ດົນຕີພື້ນເມືອງລາວ ໃຫ້ແກ່ສໍາມະນາກອນຜູ້ທີ່ຮັກມັກໃນການສະແດງ ໃນວັນທີ 17 ຕຸລາ 2022 ເພື່ອເປັນການສົ່ງ ເສີມສິລະປະວັດທະນະທໍາລາວ ກໍຄື ສິລະປະການສະແດງ ໃຫ້ມີຄວາມຍືນຍົງ.

ທ່ານ ເຄື່ອນເພັດ ວົງຈັນ ຮອງເຈົ້າແຂວງບໍ່ແກ້ວ ໄດ້ໃຫ້ຮູ້ວ່າ:

ການເປີດຊຸດອົບຮົມຄັ້ງນີ້, ເປັນການສົ່ງເສີມສິລະປະວັດທະນະທໍາລາວ ກໍຄື ສິລະປະການສະແດງ ໃຫ້ມີການຂະຫຍາຍຕົວ, ມີເນື້ອໃນອຸດົມສົມບູນ ຮັກສາໄດ້ລັກສະນະຊາດ, ລັກສະນະມະຫາຊົນ ແລະ ກ້າວໜ້າ ເພື່ອເຜີຍແຜ່ອອກສູ່ສັງຄົມ, ເປັນການອະນຸລັກ, ປົກປັກຮັກສາ, ເສີມຂະ ຫຍາຍ ແລະ ສືບທອດຄຸນຄ່າມໍລະດົກວັດທະນະທຳອັນດີງາມຂອງຊາດ ຂອງເຜົ່າ

SA Game
ຂ​ປ​ລ​

ໄປຄຽງຄູ່ກັບການສ້າງຜະລິດຕະພັນ ດ້ານວັດທະນະທໍາ ກາຍເປັນຜະລິດຕະພັນການທ່ອງທ່ຽວ ຢູ່ແຂວງບໍ່ແກ້ວ ໃຫ້ມີຄວາມຫລາກຫລາຍຍິ່ງຂຶ້ນ, ທັງເປັນການຈັດຕັ້ງປະຕິບັດ ແຜນການ ປະຈໍາປີ 2022 ຂອງພະ ຖວທ ແຂວງ ເພື່ອຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການໃນທົ່ວສັງຄົມ ກໍຄື ເຂດເສດຖະກິດພິເສດສາມຫລ່ຽມຄໍາ ໃນການສະແດງຮັບໃຊ້ງານດອກງິ້ວບ້ານປະຈໍາປີ ແລະ ງານອື່ນໆ, ທັງເປັນການສົ່ງເສີມການທ່ອງທ່ຽວ ເພື່ອດຶງດູດນັກທ່ອງທ່ຽວ ພາຍໃນແລະຕ່າງປະເທດ ເຂົ້າມາທ່ຽວຊົມເຂດເສດຖະກິດພິເສດສາມຫລ່ຽມ ຄໍາຫລາຍຂຶ້ນ.

ໂອກາດນີ້, ທ່ານຮອງເຈົ້າແຂວງບໍ່ແກ້ວ ຍັງໄດ້ຮຽກຮ້ອງໃຫ້ວິທະຍາກອນຈົ່ງເອົາ ໃຈໃສ່ຖ່າຍທອດຄວາມຮູ້ ແລະ ປະສົບການຢ່າງກວ້າງຂວາງ, ສ່ວນສໍາມະນາກອນ ຈົ່ງເຊີດຊູບົດບາດຄວາມເປັນເຈົ້າການ, ມີຄວາມຮັບຜິດຊອບສູງ, ຕັ້ງໃຈຮໍ່າຮຽນເອົາບົດຮຽນນໍາວິທະຍາກອນ ຈົນສາມາດສະແດງໄດ້ ກາຍເປັນນັກສະແດງອາຊີບ ແລະ ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການ ວຽກງານໃນໄລຍະໄໝ່.

SA Game
ຂ​ປ​ລ​

ຊຸດອົບຮົມຄັ້ງນີ້, ຈະດຳເນີນເປັນເວລາ 12 ວັນ ໂດຍໄດ້ຮັບການສະໜັບສະໜູນ ດ້ານງົບປະມານ ເພື່ອບໍາລຸງສ້າງບຸກຄະລາກອນການສະແດງ ຈາກສະພາບໍລິຫານເຂດເສດຖະກິດພິເສດສາມຫລ່ຽມຄໍາ ກໍຄື ກຸ່ມບໍລິສັດດອກງິ້ວຄໍາ ແລະ ຫ້ອງການສົ່ງເສີມການທ່ອງທ່ຽວ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.