ງານມະຫາກຳສີມື ຫັດຖະກຳລາວປີ 2022 ສູນການຄ້າລາວ-ໄອເຕັກ

SA Game

ຂ​ປ​ລ​

ເປີດງານມະຫາກຳສີມື ຫັດຖະກຳລາວ ໃນ​ວັນວັນຫັດຖະກໍາລາວ ຄັ້ງທີ 21 ປີ 2022

ເພື່ອສະເຫລີມສະຫລອງ ວັນຫັດຖະກໍາລາວ ທີ່ຈະມາເຖິງນີ້ ແລະ ວັນສ້າງຕັ້ງສະມາຄົມຫັດຖະກຳລາວ ຄົບຮອບ 25 ປີ ໄດ້​ມີ​ການ​ເປີດງານມະຫາກຳສີມືຫັດຖະກຳລາວ ຄັ້ງທີ 21 ປີ 2022 ໄດ້ໄຂຂຶ້ນຢູ່ສູນການຄ້າລາວ-ໄອເຕັກ ແຕ່ວັນທີ 17-23 ຕຸລາ 2022 ໂດຍການເຂົ້າຮ່ວມຂອງທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ, ທ່ານ ນາງ ນາລີ ສີສຸລິດ ພັນລະຍາ ທ່ານປະທານປະເທດ, ທັງເປັນປະທານ ຄະນະທີ່ປຶກສາສະມາຄົມ ຫັດຖະກຳລາວ, ມີທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີ ກະຊວງອຸດ ສາຫະກຳ ແລະ ການຄ້າ ແລະ ຊາວຊ່າງຫັດຖະກຳທຸກພາກສ່ວນ ແລະ ມວນຊົນຊາວນະຄອນ ຫລວງວຽງຈັນ ເຂົ້າຮ່ວມຢ່າງຫລວງຫລາຍ.

ທ່ານ ພູທອງ ໄຊສະນິດ ຮອງປະທານສະມາຄົມຫັດຖະກໍາລາວ ລາຍງານໃຫ້ຮູ້ວ່າ: ງານມະຫາກຳສີມືຫັດຖະກຳລາວຄັ້ງນີ້ ຈັດຂຶ້ນພາຍໃຕ້ຄຳຂວັນ: “ສືໄມ້ລາຍມື ຄືອຸທິຍານແຫ່ງການທ່ອງທ່ຽວ ສະເໜ່ຜ້າບ່ຽງລາວ” ຊຶ່ງຖືວ່າ ເປັນບຸນປາງໃຫຍ່ສຳລັບຊາວຊ່າງ ແລະ ຜູ້ປະກອບການດ້ານຫັດຖະກຳ ເພື່ອສ້າງກາລະໂອກາດໃຫ້ຊຸມຊົນ ແລະ ລູກຄ້າ ຜູ້ມາທ່ຽວຊົມ ທ່ຽວຊື້ ໄດ້ພົບ-ໄດ້ເຫັນຄວາມຫລາກຫລາຍຂອງເຄື່ອງຫັດຖະກຳລາວ

SA Game
ຂ​ປ​ລ​

ສ້າງຄວາມປະທັບໃຈ ແລະ ຫລົງໄຫລ ໃນຄວາມມະຫັດສະຈັນຂອງ ສີໄມ້ລາຍມືຂອງນາຍຊ່າງຫັດຖະກຳລາວເຮົາ; ພ້ອມນີ້ ຍັງເປັນການເຕົ້າໂຮມຄວາມສາມັກຄີ ບັນດາຊາວຊ່າງຫັດຖະ ກຳ ແລະ ສົ່ງເສີມເຄື່ອງຫັດຖະກຳ ທີ່ມີລັກສະນະເປັນມູນເຊື້ອ ແລະ ສົ່ງເສີມພູມປັນຍາຫັດຖະກໍາຂອງທຸກທ້ອງຖິ່ນໃນຂອບເຂດທົ່ວປະເທດ.

ທ່ານນາງ ສຸວິດາ ປະເສີດ ປະທານສະມາຄົມຫັດຖະກຳລາວ ກ່າວວ່າ: ສະມາຄົມຫັດຖະກໍາລາວ ໄດ້ເຕີບໃຫຍ່ຂະຫຍາຍຕົວ ສືບຕໍ່ມາຈາກກຸ່ມຫັດຖະກຳ. ການສ້າງຕັ້ງກຸ່ມຫັດຖະກຳ ແມ່ນເກີດຈາກແນວຄິດລິເລີ່ມຂອງຊາວຊ່າງຫັດຖະກຳລາວຈຳນວນໜຶ່ງ ເຊິ່ງມີຈຸດປະສົງຢາກອະນຸລັກ ແລະ ສົ່ງເສີມຫັດຖະ ກຳພື້ນເມືອງ ທີ່ເປັນມໍລະດົກທາງດ້ານວັດທະນະທຳ ທີ່ຕົກທອດມາແຕ່ຮຸ່ນປູ່ຍ່າຕາຍາຍ. ໃນປີ 1997 ຜູ້ລິເລີ່ມກໍ່ຕັ້ງ ຫລື ເອີ້ນວ່າ ຄະນະຂົນຂວາຍສ້າງຕັ້ງສະມາຄົມຫັດຖະກຳລາວ ໄດ້ຮັບການສ້າງຕັ້ງຂຶ້ນ ເຊິ່ງໄດ້ເຕົ້າໂຮມເອົາຫົວໜ່ວຍທຸລະກິດຫັດຖະກຳ ປະມານ 10 ຫົວໜ່ວຍເທົ່ານັ້ນ ແລະ ມາຮອດປັດຈຸບັນມີສະມາຊິກຫລາຍກວ່າ 120 ຫົວໜ່ວຍ.

ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ກໍໄດ້ເນັ້ນວ່າ: ງານມະຫາກຳສີມືຫັດຖະກຳລາວ ໄດ້ກາຍເປັນງານບຸນປະເພນີປາງໃຫຍ່ ປະຈຳປີຂອງຊາວຊ່າງຫັດຖະກຳລາວ ໄປແລ້ວ. ສະມາຄົມ ຫັດຖະກຳເປັນສະມາຄົມໜຶ່ງ ທີ່ໝັ້ນຄົງ ແລະ ເຄື່ອນໄຫວມາໄດ້ເຖິງ 25 ປີ ມັນສະແດງເຖິງຄວາມເອົາໃຈໃສ່ຂອງຄະນະບໍລິຫານງານ ແຕ່ລະຊຸດ ແຕ່ລະສະໄໝ ທີ່ໄດ້ທຸ່ມເທ ທຸກເຫື່ອແຮງ ແລະ ສະຕິປັນຍາ ເຂົ້າໃນການບໍລິຫານວຽກງານຂອງສະມາຄົມ ໃຫ້ສາມາດຍືນຍົງຈົນເຖິງທຸກວັນນີ້. ພ້ອມກັນນີ້, ສະມາຄົມ ຫັດຖະກຳລາວ ຍັງມີຜົນງານອີກຫລາຍໆດ້ານທີ່ພົ້ນເດັ່ນ ເຊັ່ນ: ໃນການອະນຸລັກຮັກສາ ແລະ ສົ່ງເສີມ ພູມປັນຍາທາງດ້ານຫັດຖະກຳ ເຊິ່ງສະແດງເຖິງການມີສ່ວນຮ່ວມໃນການສ້າງວຽກເຮັດງານທຳໃນຂົງເຂດຊົນນະບົດ, ການສ້າງລາຍໄດ້ໃຫ້ກັບຊຸມຊົນ, ສະໜັບສະໜູນນະໂຍ ບາຍຂອງພັກ ແລະ ລັດຖະບານໃນການແກ້ໄຂຄວາມທຸກຍາກ

SA Game
ຂ​ປ​ລ​

ປີນີ້ເປັນປີທີ່ປະຊາກອນໃນທົ່ວໂລກ ໄດ້ປະເຊີນກັບເສດຖະກິດທີ່ມີທ່າອ່ຽງສັບສົນ ເຊັ່ນ: ລາຄານໍ້າມັນ ແພງ, ເຄື່ອງອຸປະໂພກບໍລິໂພກແພງ ເຊິ່ງໄດ້ເປັນຜົນກະທົບຕໍ່ເສດຖະທົ່ວໂລກ ໂດຍສະເພາະເສດຖະ ກິດຂອງປະເທດລາວ ຢ່າງໜັກ; ສະນັ້ນ ທາງພາກລັດຖະບານ, ພາກເອກະຊົນ ແລະ ອົງການຈັດຕັ້ງສາ ກົນຕ່າງໆ ໄດ້ຫາທຸກວິທີທາງເພື່ອແກ້ໄຂ ແລະ ສ້າງເງື່ອນໄຂທີ່ດີ ໃຫ້ແກ່ຫົວໜ່ວຍທຸລະກິດຕ່າງໆດຳເນີນ ເປັນປົກກະຕິ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂ​ປ​ລ