ຄໍາວ່າ ຊົດ ແລະ ໂຊດ ຄືກັນ ຫຼື ຕ່າງກັນ, ສາມາດໃຊ້ແທນກັນໄດ້ບໍ່?
ພາສາລາວ ຄໍາວ່າ ຊົດ ແລະ ໂຊດ ກັບຄວາມໝາຍຂອງມັນ?
ເປັນຄຳທີ່ຫລາຍໆຄົນທີ່ອອກສຽງຄ້າຍຄືກັນ ແຕ່ພາສາລາວບາງຄັ້ງຄຳທີ່ອອກສຽງຄ້າຍຄືກັນບາງຄັ້ງຄວາມໝາຍກໍໃກ້ຄຽງກັນ ແລະ ບາງຄັ້ງກໍ່ແຕກຕ່າງກັນ, ສ່ວນເວລານຳໄປໃຊ້ ສໍານຽງສຽງເວົ້າກໍ່ອາດຟັງຍາກຂື້ນກັບຄົນຢູ່ແຕ່ລະເຂດ, ໂດຍສະເພາະຄົນຊົນເຜົ່າ ເວລາເວົ້າອອກສຽງຜິດພາດໄປເລັກນ້ອຍກໍຈະກາຍເປັນຄວາມໝາຍອື່ນ.
ສະນັ້ນ, ໃນບົດຄວາມຕອນນີ້ ເຮົາຈະເວົ້າເຖິງຄວາມໝາຍຂອງຄໍາວ່າ ຊົດ ແລະ ໂຊດ ສອງຄໍານີ້ຖ້າເບິ່ງຈາກການຂຽນແມ່ນສາມາດຈໍາແນກໄດ້ຢ່າງຈະແຈ້ງວ່າຄໍາໃດເປັນຄໍາໃດເພາະວ່າສະກົດຕ່າງກັນຢູ່ ແຕ່ຖ້າເປັນການເວົ້າແມ່ນມີຄວາມຜິດພາດທາງດ້ານການອອກສຽງເປັນສ່ວນຫຼາຍ ແລະ ຄວາມໝາຍມັນກໍ່ຈະປ່ຽນຖ້າຫາກອອກສຽງບໍ່ຖືກຕ້ອງ.
ເພື່ອທໍາຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບສອງຄໍານີ້ ຂໍອ້າງອີງເອົາຂໍ້ມູນຈາກວັດຈະນານຸກົມພາສາລາວ ສະບັບຄົ້ນຄວ້າ ແລະ ຮຽບຮຽງ ໂດຍ ທອງຄຳ ອ່ອນມະນີສອນ, ເຊິ່ງເພິ່ນໄດ້ອະທິບາຍຄວາມໝາຍສອງຄໍາສັບດັ່ງກ່າວ ໄວ້ຂ່ອນຂ້າງຊັດເຈນຄືດັ່ງນີ້:
ຄຳວ່າ ຊົດ.
ຊົດ ໃຊ້ເປັນຄໍາກໍາມະ ມີຄວາມໝາຍວ່າ ເອົາບ່ວງຕັກນໍ້າແກງໃສ່ປາກແລ້ວດູດເຂົ້າ.
ຕົວຢ່າງ:
ລູກເອີ້ຍ! ເວລາກິນເຂົ້າຮ່ວມພາກັບຜູ້ໃຫຍ່ຢ່າຊົດນໍ້າແກງແຮງຫຼາຍ ມັນບໍ່ສຸພາບ.
ຄຳວ່າ ໂຊດ.
ໂຊດ ເປັນທັງຄໍານາມ ແລະ ຄໍາຄຸນນາມ ເຊິ່ງມີຄວາມແຕກຕ່າງກັນເຊັ່ນ:
ໂຊດ (ຄໍານາມ): ເປັນຊື່ເອີ້ນຟານຕົວໃຫຍ່ກວ່າໝູ່ ເອີ້ນຟານໂຊດ.
ຕົວຢ່າງ:
ເມື່ອຄາວຍັງນ້ອຍຂ້ອຍໄປຍ່າງປ່າກັບພໍ່ ຂ້ອຍໄດ້ແນມເຫັນຟານໂຊດໂຕໜຶ່ງ ຖືວ່າເປັນບຸນຕາຂອງຂ້ອຍຫຼາຍ ເພາະສະໄໝນີ້ມັນຫາເບິ່ງໄປຍາກແລ້ວ.
ໂຊດ (ຄໍາຄຸນນາມ): ມີຄວາມໝາຍວ່າ ເລີຍ, ອີ່ຫຼີ, ເລີຍແລ້ວ, ໂຊດແລ້ວ.
ຕົວຢ່າງ:
ໝູ່ຍືມເງິນໄປ ບອກວ່າ 3 ມື້ຈະເອົາມາສົ່ງຄືນ, ໂຊດຮອດ 3 ປີຍັງມິດຈີ່ລີ່.
ນອກຈາກນີ້ ຖ້າປະສົມກັບຄໍາອື່ນກໍ່ຈະມີຄວາມໝາຍຕ່າງອອກໄປ ເຊັ່ນ ຄໍາວ່າ: ໂຊດໂລດ ໝາຍເຖິງສິ່ງຂອງທີ່ມີລັກສະນະນ້ອຍ ແລະ ສູງ ເຊັ່ນຕົ້ນໄມ້ໄຜ່ລໍານ້ອຍ ເອີ້ນວ່າ ສູງໂຊດໂລດ, ຖ້າຍາວເອີ້ນວ່າຍາວໂຊດໂລດ.
ສະຫຼຸບ.
ສອງຄໍາສັບນີ້ເຖິງຈະອອກສຽງຄ້າຍຄືກັນ ແຕ່ວ່າຄວາມໝາຍຂອງມັນຕ່າງກັນ, ຄໍາວ່າ ຊົດ ໝາຍເຖິງການດູດນໍ້າແກງເຂົ້າປາກ ເຊິ່ງເຮົາມັກເວົ້າທົ່ວໄປວ່າ ຊົດນໍ້າແກງ, ສ່ວນຄໍາວ່າ ໂຊດ ແມ່ນເປັນຊື່ເອີ້ນຂອງຟານຊະນິດໜຶ່ງ ແລະ ອີກຄວາມ ໝາຍໜຶ່ງກໍ່ແປວ່າ ອີ່ຫຼີ, ແລ້ວເລີຍ…
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo