ສ້າງພື້ນທີ່ສີຂຽວໃຫ້ເຂດສາມຫລ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງ ບໍ່ແກ້ວ
ສວນກ້າເບ້ຍໄມ້ສ້າງພື້ນທີ່ສີຂຽວໃຫ້ເຂດສາມຫລ່ຽມຄໍາໃຫ້ເມືອງເປັນສີຂຽວສວຍງາມ
ເຂດເສດຖະກິດພິເສດສາມຫຼຽມຄຳຕັ້ງຢູ່ ທີ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ສປປ ລາວ ເຊິ່ງມີຊາຍແດນຕິດກັບຣາຊະອານາຈັກໄທ ແລະ ສະຫະພາບມຽນມາ ຫຼື ເອີ້ນວ່າເຂດສາມຫຼຽມຄຳ. ໃນວັນທີ 26 ເມສາ ປີ 2007 ລັດຖະບານ ແຫ່ງ ສປປລາວ ໄດ້ມີການອະນຸມັດເຊັນສັນຍາວ່າດ້ວຍການພັດທະນາເຂດເສດຖະກິດໃນຂອບເຂດເນື້ອທີ່ 827ເຮັກຕາ, ອາຍຸໄລຍະສຳປະທານ ເປັນເວລາ 50 ປີ ຫຼັງຈາກນັ້ນ ຜູ້ລົງທຶນພັດທະນາ ກໍໄດ້ສ້າງຕັ້ງກຸ່ມບໍລິສັດດອກງິ້ວຄໍາຈໍາກັດ ຂຶຶ້ນຢ່າງເປັນທາງການ ພ້ອມທັງດຳເນີນການລົງທຶນພັດທະນາພື້ນຖານໂຄງລ່າງ, ການດຶງດູດບັນດານັກທຸລະກິດ ຢູ່ພາຍໃນ ແລະ ຕ່າງປະເທດ
ສວນກ້າເບ້ຍໄມ້ ກຸ່ມບໍລິສັດ ດອກງິ້ວຄຳ ສ້າງພື້ນທີ່ສີຂຽວໃຫ້ເຂດສາມ ຫລ່ຽມຄຳ ໂດຍປະຕິບັດຕາມແນວທາງຂອງ ກຸ່ມບໍລິສັດດອກງິ້ວຄຳ ຈຳກັດ ທີ່ຢາກສ້າງເຂດເສດຖະກິດພິເສດສາມຫລ່ຽມຄຳ ໃຫ້ເປັນເຂດທີ່ມີສິ່ງແວດລ້ອມມີພື້ນທີ່ສີຂຽວປົກຄຸ້ມໄປທົ່ວເຂດ ເຊິ່ງກຸ່ມບໍລິສັດດັ່ງກ່າວ ໄດ້ສ້າງສວນກ້າເບ້ຍໄມ້ເພື່ອປູກໄມ້ປະດັບ, ຂະຫຍາຍພັນໄມ້ ເມື່ອຕົ້ນໄມ້ແຂງແຮງດີ ກໍກຽມພ້ອມຍົກຍ້າຍຕົ້ນໄມ້ໄປປູກພາຍໃນເຂດດັ່ງກ່າວ.
ທ່ານ ຮວງເຊົາຟານ ຜູ້ຮັບຜິດຊອບສວນກ້າເບ້ຍໄມ້ ກຸ່ມບໍລິສັດດອກງິ້ວຄຳ ໃຫ້ຮູ້ວ່າ: ສວນກ້າເບ້ຍໄມ້ກຸ່ມດອກງິ້ວຄຳ ຕັ້ງຢູ່ບ້ານຫ້ວຍເຜິ້ງ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໃນເບື່ອງຕົ້ນສວນແຫ່ງນີ້ ຍັງບໍ່ທັນມີເນື້ອທີ່ຫລາຍປານໃດແຕ່ມາຮອດປັດຈຸບັນ ໄດ້ຂະຫຍາຍເນື້ອທີ່ເພີ່ມອີກ ລວມມີເນື້ອທີ່ທັງໝົດ 58 ເຮັກຕາ ໂດຍເປົ້າໝາຍຫລັກສວນກ້າເບ້ຍໄມ້ ກຸ່ມບໍລິສັດດອກງິ້ວຄຳ ແມ່ນເພື່ອຕອບສະໜອງໃຫ້ເຂດເສດທະກິດພິເສດສາມຫລ່ຽມຄຳເພື່ອນຳໄປປູກໃຫ້ເປັນເມືອງສີຂຽວ ແລະ ມີແຕ່ບໍລິສັດທີ່ຢູ່ພາຍໃນເຂດດັ່ງກ່າວ ສາມາດຕິດຕໍ່ຊື້ໄດ້ ເພື່ອນຳໄປປູກໃນບໍລິເວນຂອງບໍລິສັດ. ສ່ວນເຂດນອກທີ່ມີຄວາມສົນໃຈຍາກຊື້ໄປປູກ ຕ້ອງໄດ້ຮັບອະນຸຍາດຈາກເຂດເສດທະກິດພິເສດສາມຫລ່ຽມຄຳ ກ່ອນຈຶ່ງຊື້ໄດ້.
ທ່ານ ຮວງເຊົາຟານ ກ່າວຕື່ມວ່າ: ສວນກ້າເບ້ຍໄມ້ກຸ່ມບໍລິສັດ ດອກງິ້ວຄຳຕັ້ງຢູ່ຫ່າງຈາກເຂດເສດຖະກິດພິເສດສາມຫລ່ຽມຄຳ ປະມານ 7 ກິໂລແມັດ, ພາຍໃນສວນມີເບ້ຍໄມ້ 100 ກວ່າຊະນິດ ເພື່ອກະກຽມນຳໄປປູກປະດັບປະດາໃສ່ໃນເຂດເສດຖະກິດພິເສດສາມຫລ່ຽມຄຳ ແນໃສ່ໃຫ້ກາຍເປັນເມືອງສີຂຽວໃນອານາຄົດ ເຊິ່ງສວນກ້າເບ້ຍໄມ້ດັ່ງກ່າວ ແມ່ນໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ປີ 2019.