ຄົບຮອບ 15ປີ​ ໃນ​ການ​ພັດ​ທະ​ນາ​ເຂດ​ເສດ​ຖະ​ກິດ​ພິ​ເສດ​ສາມຫຼຽມ​ຄຳ

SA Game

Media Laos

ຊົມເຊີຍ ສປປ ລາວ ໃນການພັດທະນາເຂດເສດຖະກິດພິເສດສາມຫຼ່ຽມຄໍາ

ຄົບຮອບ 15 ປີ

​ຖື​ວ່າ​ດົນ​ພໍ​ສົມ​ຄວນ​ໃນ​ການ​ພັດ​ທະ​ນາເຂດເສດຖະກິດພິເສດສາມຫຼຽມຄຳຕັ້ງຢູ່ ທີ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ສປປ ລາວ ເຊິ່ງມີຊາຍແດນຕິດກັບຣາຊະອານາຈັກໄທ ແລະ ສະຫະພາບມຽນມາ ຫຼື ເອີ້ນວ່າເຂດສາມຫຼຽມຄຳ,

ເຊິງ​ໄດ້​ມີ​ການ​ອະ​ນຸ​ມັດ​ເຊັນ​ສັນ​ຍາວ່າດ້ວຍການພັດທະນາເຂດເສດຖະກິດໃນຂອບເຂດເນື້ອທີ່ 827ເຮັກຕາ ໃນວັນທີ 26 ເມສາ ປີ 2007, ອາຍຸໄລຍະສຳປະທານ ເປັນເວລາ 50 ປີ

ຫຼັງຈາກນັ້ນ ຜູ້ລົງທຶນພັດທະນາ ກໍໄດ້ສ້າງຕັ້ງກຸ່ມບໍລິສັດດອກງິ້ວຄໍາຈໍາກັດ ຂຶຶ້ນຢ່າງເປັນທາງການ ພ້ອມທັງດຳເນີນການລົງທຶນພັດທະນາພື້ນຖານໂຄງລ່າງ, ການດຶງດູດບັນດານັກທຸລະກິດ ຢູ່ພາຍໃນ ແລະ ຕ່າງປະເທດ, ການພັດທະນາການທ່ອງທ່ຽວ, ການຜະລິດກະສິກໍາ ເຊິ່ງເຮັດໃຫ້ທຸລະກິດການລົງທຶນມີການເຕີບໃຫຍ່ຂະຫຍາຍຕົວຢ່າງວ່ອງໄວ, ເປັນລະບົບ ແລະ ຕໍ່ເນື່ອງ.

SA Game
Media Laos

ສະນັ້ນ, ໄລຍະຕໍ່ມາ ລັດຖະບານໄດ້ອອກດຳລັດສະບັບເລກທີ 090/ນຍ ລົງວັນທີ 4 ກຸມພາ 2010 ວ່າດ້ວຍການຈັດຕັ້ງ ການເຄື່ອນໄຫວ ແລະ ຄຸ້ມຄອງ ເຂດເສດຖະກິດ ສາມຫຼ່ຽມຄຳ ແລະ ເພີ່ມໄລຍະສຳປະທານເປັນເວລາ 99 ປີ ໂດຍຖືເອົາຕັ້ງແຕ່ປີ 2007 ເປັນຕົ້ນມາ, ລວມເນື້ອທີ່ທັງໝົດ 10,000 ເຮັກຕາ ແລະ ປ່ຽນຊື່ຈາກເຂດເສດຖະກິດ ແລະ ການທ່ອງທ່ຽວຄົບວົງຈອນອາຊຽນ ມາເປັນເຂດເສດຖະກິດພິເສດສາມຫຼຽມຄຳ ໃນປັດຈຸບັນ.

ການພັດທະນາເຂດເສດຖະກິດພິເສດສາມຫຼ່ຽມຄຳ ມາຮອດປັດຈຸບັນ ແມ່ນຄົບຮອບ 15 ປີ (26 ເມສາ 2022 -26 ເມສາ 2022) ເຊິ່ງມີຜົນງານການພັດທະນາທີ່ພົ້ນເດັ່ນຫຼາຍດ້ານ ເຊິ່ງໄດ້ກາຍເປັນຕົວເມືອງທີ່ທັນສະໄໝ, ມີການລົງທຶນການພັດທະນາເສດຖະກິດ ຢ່າງຕໍ່ເນື່ອງ ເປັນຕົ້ນການພັດທະນາພື້ນຖານໂຄງລ່າງ ໃນນັ້ນກໍາລັງສ້າງສະໜາມບິນສາກົນ ບໍ່ແກ້ວ ທີ່ຈະເປີດບໍລິການຢ່າງເປັນທາງການໃນໄວໆ ນີ້, ການທ່ອງທ່ຽວ, ການຜະລິດກະສິກໍາ ແລະ ການດຶງດູດການລົງທຶນບັນດານັກທຸລະກິດ ຢູ່ພາຍໃນ ແລະ ຕ່າງປະເທດ ມີມູນຄ່າການລົງທຶນຫຼາຍກວ່າ 2 ຕື້ກວ່າໂດລາສະຫະລັດ.

SA Game
Media Laos

ນອກນັ້ນ, ເຫັນໄດ້ວ່າການພັດທະນາເຂດເສດຖະກິດພິເສດສາມຫຼ່ຽມຄໍາ ໄດ້ສ້າງໂອກາດໃຫ້ ປະຊາຊົນລາວ ມີວຽກເຮັດງານທໍາ, ມີອາຊີບທີ່ໝັ້ນຄົງ, ມີການຄ້າຂາຍ, ມີການລົງທຶນທຸລະກິດ ແລະ ເຂດເສດຖະກິດພິເສດສາມຫຼ່ຽມຄໍາ ໄດ້ປະກອບສ່ວນຊ່ວຍເຫຼືອສັງຄົມ ກໍຄືປະຊາຊົນ ຢ່າງຕໍ່ເນື່ອງ ໂດຍສະເພາະໄລຍະເກີດໄພພິບັດທໍາມະຊາດ ເຊັ່ນ:

ໃນວັນທີ 31/7/2018 ໄດ້ຊ່ວຍເຫຼືອມອບເງິນສົດໃຫ້ແກ່ຜູ້ປະສົບໄພເຫດການນໍ້າຖ້ວມ ເມືອງສະໜາມໄຊ ແຂວງອັດຕະປື ຈໍານວນ 10 ລ້ານບາດ, ໃນວັນທີ 17 ກັນຍາ 2019 ໄດ້ມອບເງິນສົດໃຫ້ລັດຖະບານ ເພື່ອຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມຢູ່ພາກໃຕ້ ຈໍານວນ 3 ຕື້ກີບ, ໄລຍະການລະບາດຂອງພະຍາດໂຄວິດ-19 ກໍໄດ້ປະກອບສ່ວນຊ່ວຍເຫຼືອສັງຄົມ ກໍຄືປະຊາຊົນ ຫຼາຍສົມຄວນ ແລະ ດ້ານອື່ນໆ. (ສ່ວນຂໍ້ມູນທີ່ພົ້ນເດັ່ນອື່ນຈະລາຍງານໃຫ້ຊາບຕື່ມອີກຕໍ່ໄປ).

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຫ້ອງການສະພາບໍລິຫານເຂດເສດຖະກິດສາມຫລ່ຽມຄຳ