ສົ້ມຜັກສ້ຽນ ອາຫານພື້ນບ້ານ ທີ່ເປັນຢາສະໝຸນໄພຊັ້ນດີ
ມາຮູ້ຈັກກັບສົ້ມຜັກສ້ຽນ ອາຫານພື້ນບ້ານ ທີ່ເຊືອກັນວ່າເປັນຢາສະໝຸນໄພຊັ້ນດີ.
ໃນພູມປັນຍາຊາວບ້ານຂອງປະຊາຊົນລາວເຮົາ, ມີຫລາຍໆຢ່າງທີ່ສາມາດເປັນອາຫານທີ່ແຊບ ແລະ ຍັງເປັນຢາສະໝຸນໄພທີ່ດີສຳລັບສຸຂະພາບທີ່ພໍ່ແມ່ພີ່ນ້ອງປະຊາຊົນລາວສັນຫາມາເພື່ອການປິ່ນປົວ ແລະ ປ້ອງກັນພະຍາດຕ່າງໆ ແລະ ໃນຕອນນີ້ຈະມາເວົ້າກ່ຽວກັບ ສົ້ມຜັກສ້ຽນທີ່ຫລາຍຄົນອາດຈະເຄີຍຮູ້ ແລະ ເຄີຍຮັບປະທານມາແດ່ແລ້ວ ແລະ ອາດຈະມີບາງທ່ານທີ່ຍັງຄົງບໍ່ຮູ້ເທືອ.
ຜັກສ້ຽນ ເປັນຜັກພຶ້ນບ້ານຊະນິດໜຶ່ງ ທີ່ຄົນສ່ວນໃຫຍ່ນິຍົມນຳມາຄັ້ນສົ້ມເອົາໄວ້ ເພື່ອຮັບປະທານເປັນກັບແກ້ອາຫານປະເພດປິ້ງເຊັ່ນ: ປິ້ງປາ, ປົ່ນປາ ແລະ ອື່ນໆ. ນອກຈາກນີ້, ຜັກສ້ຽນຍັງມີສັບພະຄຸນທາງຢາ ທີ່ຊ່ວຍປິ່ນປົວສຸຂະພາບໄດ້ອີກ.
ສັບພະຄຸນຂອງຜັກສ້ຽນ ຊ່ວຍຂັບລະດູ (ປະຈຳເດືອນ) ທີ່ຕົກຄ້າງໃນຮ່າງກາຍ; ຊ່ວຍແກ້ອາການປວດເມື່ອຍ ໂດຍການນຳເອົາຜັກສ້ຽນມາຕຳ ແລະ ພອກໄວ້ໜາໆບ່ອນທີ່ປວດເມື່ອຍ.
ໃຊ້ແກ່ນຜັກສ້ຽນມາຕຳໃຫ້ລະອຽດ ເປັນຢາບູຮານຊ່ວຍບັນເທົາປວດໃນຫູ; ຫຼຸດການເກີດສິວ, ຝ້າ; ຊ່ວຍໃຫ້ຜິວພັນສົດໃສ; ປັບທາດໃນຮ່າງກາຍໃຫ້ສົມດູນໄດ້ເປັນຢ່າງດີ ແລະ ແກ່ນຂອງມັນເມື່ອມາຊົງກັບນໍ້າອຸ່ນແລ້ວດື່ມ ຊ່ວຍຂັບຂີ້ກະເທີ່ແກ້ອາການເຈັບຄໍ.
ສຳລັບທ່ານໃດທີ່ຕ້ອງການຢາກເຮັດສົ້ມຜັກສ້ຽນໄວ້ກິນເອງ ມື້ນີ້ເຮົາມີສູດຄັ້ນສົ້ມຜັກສ້ຽນມາແນະນຳດັ່ງນີ້: ຂັ້ນຕອນທຳອິດ ນຳຜັກສ້ຽນທີ່ເກັບມາສົດໆຕາກແດດ 1 ແດດ ຈົນຜັກສະເຫຼັດນໍ້າ. ຈາກນັ້ນ, ນໍາມາແຊ່ນໍ້າ ແລະ ລ້າງໃຫ້ສະອາດ ແລ້ວຄັ້ນນໍ້າອອກໃຫ້ໝົດ. ຕໍ່ມາໃຫ້ເອົານໍ້າແຊ່ເຂົ້າ (ນໍ້າມວກ ຕ້ອງເປັນນໍ້າໃສ) ມາແຊ່ ແລ້ວຄັ້ນໃຫ້ນໍ້າແຊ່ເຂົ້າໃຫ້ຊືມເຂົ້ໄປໃນຜັກແລ້ວຖອກນໍ້າຖິ້ມ.
ຈາກນັ້ນ, ໃສ່ນໍ້າແຊ່ເຂົ້າລົງໄປອີກຄັ້ງ ໃສ່ເກືອເລັກນ້ອຍແລ້ວຄົນເກືອໃຫ້ລະລາຍ. ຫຼັງຈາກນັ້ນ, ໃຫ້ໃສ່ເຂົ້າໜຽວລົງໄປຄັ້ນຜັກໃຫ້ເຂົ້າກັນ ໃສ່ແປ້ງນົວເລັກນ້ອຍ (ບໍ່ໃສ່ກໍ່ໄດ້) ແລ້ວປະໄວ້ປະມານ 30 ນາທີ ແລ້ວນຳໄປມ້ຽນໄວ້ບ່ອນຮົ່ມປະມານ 3 ວັນ ເມື່ອຄົບກຳນົດ ກໍ່ນຳມາຮັບປະທານໄດ້ເລີຍ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
ຂອບໃຈແຫລ່ງທີ່ມາ: khaodet.com