ວັດມະຫັນທະນາຣາມ ວັດ​ສັກ​ສິດ​ແຫ່ງບ້ານດອນຄອນໃຕ້ ແຂວງຈຳປາສັກ.

ມາ​ຮູ້​ຈັກ​ກັບ ວັດມະຫັນທະນາຣາມ ບ້ານດອນຄອນໃຕ້ ເມືອງໂຂງ ແຂວງຈຳປາສັກ.

ຖ້າ​ຈະ​ເວົ້າ​ເຖິງວັດ​ທະ​ນາ​ທຳ​ຮີດ​ຄອງ​ປະ​ເພ​ນີ​ຂອງ ສ​ປ​ປ ລາວ ແລ້ວ, ວັດ​ວາ​ອາ​ຮາມ​ຖື​ວ່າ​ເປັນ​ຈຸດ​ເດັ່ນ​ອັນ​ໜຶ່ງ​ຂອງ​ປະ​ຊາ​ຊົນ​ຊາວ​ລາວ​ທົ່ວ​ປະ​ເທດ​ກໍ​ວ່າ​ໄດ້, ມີ​ສະ​ຖານ​ທີ່​ວັດ​ອັນ​ສັກ​ສິດ​ຫລາຍ​ແຫ່ງ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ, ແລະ ວັດ​ມະ​ຫັນ​ທະ​ນາ​ຣາມ ບ້ານດອນ​ຄອນ​ໃຕ້​ກໍ​ເປັນ​ອີກວັດ​ສັກ​ສິດ​ໜຶ່ງ, ວັດແຫ່ງນີ້ສົມເດັດພຣະຍອດແກ້ວຣາຊຄຣູຫລວງ ໂພນສະເມັກ ຫຼື ຍາຄຣູຂີ້ຫອມ ( ນົກຂຸ້ມ ວຽງຈັນທນ໌ ) ຕັ້ງຢູ່ບໍ່ໄກຈາກ ວັດພຣະມະຫາປາສະມັນຕະເຖຣະ ( ພຣະອາຈາຣຍ໌ຂອງເຈົ້າຟ້າງຸ່ມ ມະຫາຣາຊ )

ພຣະຄຣູຂີ້ຫອມ ພ້ອມດ້ວຍຄະນະ ໄດ້ມີການຍົກຍ້າຍຈາກເມືອງຊຽງແຕງ ຈົນມາຮອດບ້ານດອນຄອນໃຕ້ ເຊິ່ງຢູ່ໃກ້ກັບແກ້ງຫລີຜີ ປະມານ 1 ກິໂລແມັດ ເພິ່ນເຫັນສະຖານທີແຫ່ງນີ້ເໝາະສົມດີ ຈຶ່ງມີການກໍ່ສ້າງທາຕຸ 1 ໜ່ວຍ ດ້ວຍຫີນສູງ 1 ສອກ ແລະສ້າງວິຫາຣ ຂຶ້ນອີກ 1 ຫລັງ ເພິ່ນຍັງສ້າງອາຮາມ ແລະພຣະທາຕຸກວມໂຮງອະໂຣຄະຍາ ຂອງສາສະໜາອິນດູ ທີ່ເປັນພະລານຫີນໃຫຍ່ ລວມທັງສືວະລຶງ ກໍ່ຍັງພົບເຫັນມາຮອດທຸກມື້ນີ້

SA Game
ພຣະອາຈາຣຍ໌ ບຸນທະວີ ປະສິດທິສັກ

ການສ້າງພຣະທາຕຸກວມເສົາເສມາຮິນດູ ສິລະປະທະວາຣະດີ ພຣະທາຕຸນີ້ມີທາງເຂົ້າຫລັງເສມາພໍຫລົມຕົວຄົນເຮົາ ມີເສມາດ້ານທາງເຂົ້າ ສາມາດຍ່າງຫຸ້ມລອດພຣະທາຕຸນັ້ນໄດ້ ແຕ່ເປັນທີ່ຫນ້າເສຍດາຍທີ່ສຸດພຣະທາຕຸສ່ວນເທິງໂຢດລົງມາທັບທາງເຂົ້າ ສາມາດສ່ອງເບິ່ງໄດ້ ຕາມຄວາມເຊື່ອຖືຂອງຊາວບ້ານແຖວນີ້ເຊື່ອວ່າ ພຣະທາຕຸອົງນີ້ສັກສິດຫລາຍອີຫລີ

SA Game
ພຣະອາຈາຣຍ໌ ບຸນທະວີ ປະສິດທິສັກ

ພຣະທາຕຸອົງນີ້ ແມ່ນມີການບູຣະນະມາແລ້ວ 2 ຄັ້ງ ຄື :

  1. ຄັ້ງທີ 1 ບູຣະນະປະຕິສັງຂອນເມື່ອປີ ຄສ 1939 ໂດຍແມ່ນມູນລະສັດທາຂອງທ່ານເຈັກຊູ.
  2. ຄັ້ງທີ 2 ບູຣະນະປະຕິສັງຂອນເມື່ອປີ ຄສ 1957 ( ເຄິ່ງພຸທທະສັງກຣາດ ) ໂດຍມູນລະສັດທາຂອງຊາວບ້ານຮ່ວມກັນ
SA Game
ພຣະອາຈາຣຍ໌ ບຸນທະວີ ປະສິດທິສັກ

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ພຣະອາຈາຣຍ໌ ປອ ໄພວັນ ມາລາວົງ.