ມາຮູ້ຈັກ! ປະຫວັດຫຍໍ້ “ພຣະມ່ານ” ທີ່ວັດຊຽງທອງ ນະຄອນຫຼວງພະບາງ
ປະຫວັດຂອງ “ພຣະມ່ານ” ຂອງວັດຊຽງທອງ ນະຄອນຫຼວງພະບາງ.
ໃນທຸກໆປີຈະມີການອັນເຊີນລົງມາຫົດສົງນ້ຳພະໃນຊ່ວງເທດສະການປີໃໝ່ລາວ, ພຣະມ່ານ ຖືວ່າເປັນ 1 ໃນ 3 ຂອງພຣະພຸດທະຮູບທີ່ສັກສິດຂອງຊາວຫຼວງພະບາງ (ອີກ 2 ອົງ ແມ່ນ ພຣະບາງ ແລະ ພຣະເຈົ້າອົງແສນ) ເຊີ່ງຫຼັງຈາກທີ່ອັງເຊີນພຣະບາງຂຶ້ນຫໍພຣະບາງແລ້ວ, ກໍຈະໄດ້ມີພິທີອັງເຊີນເອົາພຣະມ່ານ ລົງຈາກຫໍພຣະມ່ານ ສູ່ວັດຊຽງທອງ ເພື່ອຫົດສົງໃນໂອກາດສະເຫຼີມສະຫຼອງປີໃຫມ່ລາວຂອງທຸກໆປີ
ເຊີ່ງຊາວຫຼວງພະບາງ ມີຄວາມເຊື່ອວ່າ ໃຜທີ່ມາຂໍລູກກັບພຣະມ່ານ ກໍຈະປະສົບຜົນສຳເລັດທຸກຄົນ, ອົງພຣະມ່ານ ເປັນປາງປະທານອະໄພຄືກັບພຣະບາງ ມີຄວາມສູງສອງສອກ ເຈັດນິ້ວ. ຈົນຫລາຍຄົນເຂົ້າໃຈຜິດຄິດວ່າເປັນອົງດຽວກັນ. ຄຳວ່າ ພຣະມ່ານ ນັ້ນແມ່ນພ້ຽນມາຈາກ ພະມ້າ
ໂດຍຕາມປະຫວັດກ່າວກັນມາວ່າ, ເມື່ອ 700 ກວ່າປີທີ່ແລ້ວ, ພະມ້າໄດ້ສ້າງອົງພຣະຈາກທອງຄຳເນື້ອນົບພະເກົ້າ (ຄຳເນື້ອເກົ້າຄຳທີ່ງົດງາມ ແລະອສູງຄ່າທີ່ສຸດ) ປະດັບດ້ວຍອັນຍະມະນີນົບພະເກົ້ານ້ຳດີທີ່ສຸດທັ້ງ 9 ສີ ບໍລິເວນເຂັມຂັດສ້ອຍສັງວານ ຊາຍໄຫວ ແລະ ເຄື່ອງຊົງທັງອົງ ພະມ້າໄດ້ສ້າງຫຼັງຈາກແລ້ວຈື່ງນຳຂື້ນແພລ່ອງແມ່ນ້ຳຂອງເພື່ອກັບພະມ້າ
ພໍໃກ້ຮອດບໍລິເວນເມືອງຫຼວງພະບາງ ອົງພຣະໄດ້ຢຸດ ແລະ ມຸນວົນນ້ຳ ເຮັດແບບໃດກໍ່ບໍ່ສາມາດດືງແພໄປຕໍ່ໄດ້ ທະຫານພະມ້າໄດ້ດືງຢູ່ຫຼາຍທິວາຣາຕຣີກໍບໍ່ເກີດຜົນ ຜູ້ອັນເຊີນໄດ້ເຮັດການສັກກະລະແລະຕັ້ງຈິດອະທິຖານວ່າ “ຫາກອົງພຣະມິກັບສູ່ຫົງສາວະດີ ກໍ່ຂໍໃຫ້ທ່ານເລືອກວັດທີ່ຈະຢູ່ເຖີດ (ໃນຂະນະນັ້ນຢູ່ຫຼວງພະບາງມີຫຼາຍກວ່າ 100 ວັດ
ເຈົ້າອາວາດທຸກວັດໄດ້ມາອັນເຊີນ ມາອຸ້ມຂື້ນຈາກແມ່ນ້ຳຂອງ ແຕ່ກໍບໍ່ມີວັດໃດສາມາດຍົກຂື້ນໄດ້ ຜ່ານໄປຫຼາຍມື້. ເຈົ້າອາວາດວັດຊຽງທອງ. ເຈົ້າອາວາດຕັ້ງຈິດອະທິຖານວ່າທັນໃດນັ້ນສິ່ງທີ່ບໍ່ຄາດຝັນກໍ່ເກີດຂື້ນ ທ່ານອຸ້ມອົງພຣະຂື້ນຈາກນ້ຳໄດ້ຢ່າງປະຕິຫານ ແລະ ໄດ້ອັນເຊີນເຂົ້າວັດແລະເຮັດການສົມໂພດຢ່າງຍິ່ງໃຫຍ່ ຝົນກໍ່ຕົກລົງຢ່າງບໍ່ມີທີທ່າວ່າຈະຢຸດ ທ່ານຈື່ງທຳການສ້າງ “ຫໍພຣະມ່ານ” ແລະ ເກັບລ໋ອກຄວາມງົດງາມໄວ້ພາຍໃນ 365 ວັນຈຶ່ງນຳອອກມາພຽງ 3ຫາ7ວັນ ເທົ່ານັ້ນ.
ແຕ່ຍາມໃດຝົນບໍ່ຕົກບ້ານເມືອງແຫ້ງແລ້ງ ຈະທຳການອັນເຊີນອົງພຣະມ່ານ ມາສົງນ້ຳ ຝົນກໍ່ຈະຕົກຄືກັບປາຕິຫານ ອົງພຣະຫ້າມຜູ້ໃດແຕະຕ້ອງທ່ານແລະຫ້າມຄົນຂື້ນໄປຫໍພຣະມ່ານເດັດຂາດ “ນອກຈາກເຈົ້າອາວາດ ແລະເລືອດຂັນຕິຍາຜູ້ຄອງເມືອງເທົ່ານັ້ນ”
ແນວໃດກໍຕາມ, ຫໍໄຫວ້ພຣະມ່ານນີ້ຈະປິດຕະຫຼອດເວລາ ແຕ່ທາງວັດຈະເຈາະຮູນ້ອຍໆ ທີ່ປະຕູສຳລັບສ່ອງພຣະມ່ານທີ່ປະດິດຖານທາງດ້ານໃນ ແລະ ສາເຫດທີ່ຕ້ອງປິດຕະຫຼອດເວລາ ຍ້ອນວ່າ ມີຄວາມເຊື່ອກັນວ່າຖ້າປະຕູເປີດຫຼືອັນເຊີນພຣະມ່ານອອກມາເມື່ອໃດຝົນຈະຕົກທັນທີ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
ຂອບໃຈແຫລ່ງທີ່ມາ: ອີນໄຊລາວ.