ຈະສ້າງສວນອຸທິຍານ ດອກຈຳປາເປັນແຫລ່ງທ່ອງທ່ຽວຄຽງຄູ່ກັບວັດພູ
ຫາລືກຽມສ້າງສວນອຸທິຍານ ດອກຈຳປາ ຄຽງຄູ່ກັບການທ່ອງທ່ຽວ ມໍລະດົກໂລກ ວັດພູຈຳປາສັກ.
ໃນວັນທີ 16 ກໍລະກົດ 2021 ຜ່ານມານີ້ ທີ່ຫ້ອງວ່າການແຂວງຈຳປາສັກ, ໄດ້ມີການຈັດກອງປະຊຸມປຶກສາຫາລືກ່ຽວກັບໂຄງການ ສ້າງສວນອຸທິຍານ ດອກຈຳປາ ຕິດພັນກັບການທ່ອງທ່ຽວ ມໍລະດົກໂລກ ວັດພູຈຳປາສັກ ເພື່ອພັດທະນາ ຕາມທິດສີຂຽວ ແລະ ຍືນຍົງ ຂຶ້ນ ໂດຍເປັນກຽດເຂົ້າຮ່ວມ ຂອງທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈໍາປາສັກ, ທ່ານ ໂສມ ບຸດຕະກຸນ ຮອງເຈົ້າແຂວງຈໍາປາສັກ, ມີບັນດາທ່ານ ຫົວໜ້າພະແນກການ, ຫ້ອງການທີ່ກ່ຽວຂ້ອງ.
ໃນນັ້ນ, ພິເສດຍັງມີ ທ່ານ ນາງ ດຣ. ອຸທະກີ ຈຸລາມະນີ-ຄຳຜຸຍ ນັກຄົ້ນຄວ້າກ່ຽວກັບດອກໄມ້ ໂດຍສະເພາະແມ່ນດອກຈຳປາ, ເຈົ້າຂອງຜົນງານ ປຶື້ມ “ຈຳປາໃນດວງໃຈລາວ” ທີ່ມາໃຫ້ຄຳປຶກສາກ່ຽວກັບໂຄງການ ສ້າງສວນອຸທະຍານ ດອກຈຳປາ ຕິດພັນກັບການທ່ອງທ່ຽວ ມໍລະດົກໂລກ ວັດພູຈຳປາສັກ.
ທ່ານ ຈັນທະບູນ ສີປະເສີດ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ລາຍງານກ່ຽວກັບໂຄງການ ໃຫ້ຮູ້ວ່າ:
ຜ່ານມາໄດ້ສົມທົບກັບພະແນກການກ່ຽວຂ້ອງ ລົງສໍາຫຼວດເກັບກໍາຂໍ້ມູນເນື້ອທີ່ດິນບໍລິເວນທີ່ຈະສ້າງສວນອຸທິຍານດອກຈໍາປາ ຕິດພັນກັບແຫຼ່ງທ່ອງທ່ຽວມໍລະດົກໂລກ ວັດພູຈໍາປາສັກ ແລະ ຜົນການສໍາຫຼວດເນື້ອທີ່ດິນໃນເບື້ອງຕົ້ນ ຂອບເຂດພະສາດຫີນວັດພູຈຳປາສັກ ມີເນື້ອທີ່ຈຳນວນ 52,2 ເຮັກຕາ ແລະ ເຂດໂຮງນາງ ສີດາ ມີເນື້ອທີ່ 54.549 ຕາແມັດ.
ໂຄງການໄດ້ກຳນົດພື້ນທີ່ປູກດອກຈຳປາໃນເບື້ອງຕົ້ນອອກເປັນ 5 ຈຸດ, ໃນເນື້ອທີ່ດິນທີ່ຈະປູກໄດ້ຕົວຈິງມີ 95.112 ຕາແມັດ ແລະແຜນການກຳນົດການປູກເບື້ອງຕົ້ນ ໃນເນື້ອທີ່ 49.903 ຕາແມັດ, ຈຳນວນ 1.268 ຕົ້ນ. ກຳນົດຈຸດປູກໃນເບື້ອງຕົ້ນ ຢູ່ ບໍລິເວນ ເບື້ອງທິດຕາເວັນຕົກສຽງໃຕ້ຂອງພະສາດຫີນວັດພູ ແລະ ຢູ່ເບື້ອງທິດຕາເວັນຕົກສຽງໃຕ້ຂອງພະສາດຫີນວັດພູຈຳປາສັກ.
ໂອກາດນີ້, ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈໍາປາສັກ ໄດ້ໃຫ້ກຽດມີຄຳເຫັນຊີ້ນຳ ໃນການກະກຽມ ຈັດຕັ້ງປະຕິບັດໂຄງການດັ່ງກ່າວ ແລະ ທ່ານ ນາງ ອຸທະກີ ຈຸລາມະນີ-ຄຳຜຸຍ ກໍໄດ້ໃຫ້ຄວາມຮູ້ ແລະໃຫ້ຄຳປຶກສາດ້ານວິຊາການ ກ່ຽວກັບດອກໄມ້ ໂດຍສະເພາະແມ່ນດອກຈຳປາ ທີ່ເປັນຫົວໃຈສຳຄັນຂອງການຈັດຕັ້ງປະຕິບັດໂຄງການ, ກໍຄືການສ້າງສວນອຸທິຍານ ດອກຈຳປາ ໃຫ້ຕິດພັນກັບການທ່ອງທ່ຽວ ມໍລະດົກໂລກ ວັດພູຈຳປາສັກ ເພື່ອພັດທະນາ ແຂວງຈຳປາສັກ ຕາມທິດສີຂຽວ ແລະ ຍືນຍົງ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
ຂອບໃຈແຫລ່ງທີ່ມາ: laoedaily.com