ເຈົ້າຊາຍແດງ ປະທານ ສຸພານຸວົງ ເປັນປັນຍາຊົນຜູ່ຍີ່ງໃຫຍ່ຂອງ​ລາວ

SA Game

Sourioudong Sundara

​ປະ​ຫວັດ​ຂອງ​ສາມສະເດັດເຈົ້າອ້າຍເຈົ້ານ້ອງ ທີ່ເປັນນັກການເມືອງແຫ່ງປະຫວັດສາດຊາດລາວ.

ໃກ້​ຈະຄົບຮອບ 112 ປີຄ້າຍວັນເກີດ ປະທານ ສຸພານຸວົງ “13 ກໍລະກົດ 1909-2021, ປະທານ ສຸພານຸວົງ ເປັນປັນຍາຊົນຜູ່ຍີ່ງໃຫຍ່ ເປັນນັກຮົບປະຕິວັດທີ່ກ້າແກ່ນ ເປັນນັກການເມືອງທີ່ໂດດເດັ່ນ ເປັນນັກການທະຫານທີ່ເກັ່ງກ້າ ເປັນນັກການຕ່າງປະເທດທີ່ສະຫຼຽວສະຫຼາດ ເປັນໜື່ງໃນບັນດາຜູ່ນຳທີ່ດີເດັ່ນຂອງພັກ ລັດ ແລະ ປະຊາຊົນລາວ.”

ຕອນ​ນີ້​ເຮົາ​ຈະ​ມາ​ເວົ້າ​ເຖິງ​ເລື່ອງ​ຂອງ ສະ​ເດັດ​ເຈົ້າ​ສຸ​ພາ​ນຸ​ວົງ ແລະ ບັນ​ດາ​ອ້າຍ​ນ້ອງ, ເຊິງ ເຈົ້າບຸນຄົງ ມະຫາອຸປະຣາຊ ອານາຈັກລ້ານຊ້າງຫຼວງພະບາງ ໄດ້ໃຫ້ກຳເນີດສາມສະເດັດເຈົ້າອ້າຍເຈົ້ານ້ອງ ທີ່ເປັນນັກການເມືອງແຫ່ງປະຫວັດສາດຊາດລາວ ມີ​ດັ່ງ​ນີ້:

SA Game
ພາບ: Sourioudong Sundara
  • ສະເດັດເຈົ້າເພັດຊະຣາຊ ມະຫາອຸປະຣາຊ.

ນາຍົກລັດຖະມົນຕີ ຜູ່ຮັກຄວາມເປັນເອກະລາດ ອິດສະຫຼະພາບ ແລະ ຢູ່ເບື້ອງຫຼັງການປະກາດເອກະລາດແຫ່ງຊາດຈາກພວກລ່າຫົວເມືອງຂື້ນຝຣັ່ງ 12 ຕຸລາ 1945 ເຮັດໃຫ້ປະເທດລາວປົກຄອງດ້ວຍລະບອບປະຊາທິປະໄຕ ແລະ ກະສັດຕ້ອງຢູ່ພາຍໄຕ້ລັດຖະທຳມະນູນ, ແຕ່ໄດ້ມີຣາຊະອົງການໃຫ້ປົດອອກຈາກຕຳແໜ່ງນາຍົກລັດຖະມົນຕີ ຖອດຍົດຖານັນດອນສັກໃຫ້ເປັນສາມັນຊົນ ແລະ ສຸດທ້າຍໄດ້ໄປລີ້ໄພທາງການເມືອງຢູ່ຕ່າງປະເທດ ດ້ວຍຂໍ້ຫາບໍມີຄວາມຈົງຮັກພັກດີຕໍ່ກະສັດລ້ານຊ້າງຫຼວງພະບາງ ແລະ ສັດທາໃນລະບອບປະຊາທິປະໄຕທີ່ມີປະຊາຊົນເປັນສູນກາງ.

SA Game
ພາບ: Sourioudong Sundara
  • ສະເດັດເຈົ້າສຸວັນນະພູມາ

ລັດຖະມົນຕີກະຊວງໂຍທາທິການ ສະໃໝລັດຖະບານລາວເອກະລາດ 12 ຕຸລາ 1945, ລັດຖະມົນຕີ, ນາຍົກລັດຖະມົນຕີທີ່ມີແນວທາງເປັນກາງ ໃນລະບອບຣາຊະອານາຈັກລາວລ້ານຊ້າງຮົ່ມຂາວຫຼາຍສະໄໝ ແລະ ເປັນທີ່ປຶກສານາຍົກລັດຖະມົນຕີ ລັດຖະບານ ສາທາລະນະລັດປະຊາທິປະໄຕປະຊາຊົນລາວ 02 ທັນວາ 1975.

SA Game
ພາບ: Sourioudong Sundara
  • ສະເດັດເຈົ້າສຸພານຸວົງ (ເຈົ້າຊາຍແດງ)

ລັດຖະມົນຕີກະຊວງການຕ່າງປະເທດ ສະໄໝລັດຖະບານລາວເອກະລາດ 12 ຕຸລາ 1945, ຜູ່ນຳການປະຕິວັດລາວລູ່ນທຳອິດ, ປະທານແນວລາວອິດສະຫຼະ ແລະ ປະທານປະເທດຜູ່ທຳອິດຂອງ ສປປລາວ 02 ທັນວາ 1975, “ປະທານ ສຸພານຸວົງ ເປັນປັນຍາຊົນຜູ່ຍີ່ງໃຫຍ່ ເປັນນັກຮົບປະຕິວັດທີ່ກ້າແກ່ນ ເປັນນັກການເມືອງທີ່ໂດດເດັ່ນ ເປັນນັກການທະຫານທີ່ເກັ່ງກ້າ ເປັນນັກການຕ່າງປະເທດທີ່ສະຫຼຽວສະຫຼາດ ເປັນໜື່ງໃນບັນດາຜູ່ນຳທີ່ດີເດັ່ນຂອງພັກ ລັດ ແລະ ປະຊາຊົນລາວເຮົາ.”.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: Sourioudong Sundara