ຄວາມນິຍົມໃນການສັກລາຍຂອງຄົນລາວ ລວດລາຍໃນຍຸກປີ ຄສ 1957
ຮູບແບບການສັກລາຍຂອງຄົນລາວສ່ວນຫນຶ່ງ ໃນຍຸກປີ ຄສ 1957.
ຄົນລາວໃນສະໄໝກ່ອນນິຍົມສັກລາຍເນື່ອງຈາກມີຄວາມເຊືອທາງດ້ານຕ່າງໆຂອງແຕ່ລະບຸກຄົນ ແລະ ຮູບແບບລີລາລວດລາຍຄວາມສວຍງາມໃນການສັກ ກໍຂື້ນຢູ່ກັບແຕ່ລະເຂດ ແຕ່ລະຊົນເຜົ່າມີເອກະລັກໃນການສັກລາຍແນວໃດ, ບາງຄົນນິຍົມວ່າເປັນສິ່ງທີ່ປົກປ້ອງ ແລະ ຄຸ້ມກັນຕົວເອງຈາກໄພອັນຕະລາຍຕ່າງໆທີ່ຈະເຂົ້າມາ ຫລື ບາງຄົນກໍເຊືອວ່າຈະຟັນແທງບໍ່ເຂົ້າ ແຕ່ລະຄົນກໍມີຄວາມເຊືອໄປຕ່າງໆນາໆ.
ລີລາການສັກລາຍເປັນສິງໜືງທີ່ບຸກຄົນລາວໃນສະໄໝກ່ອນນິຍົມກັນສັກໂດຍມີຄວາມເຊືອກັນໃນຕ່າງໆນາໆ, ແຕ່ລະລາຍສັກກໍ່ມີເອກະລັກທີ່ບໍ່ຄ້າຍຄືກັນເຮົາຈະເອົາລາຍສັກເຫລົ່ານັ້ນມາເບິ່ງນຳກັນ ແລະ ເລົ່າເປັນເລື່ອງລາວຕ່າງໆຂອງແຕ່ລະເຂດ.
ການສັກລາຍຂອງຄົນລາວ ໃນຍຸກປີ ຄສ 1957 ຖ່າຍບັນທຶກໂດຍທ່ານ Halpern, Joel M. (Joel Martin) ໃນເຂດຫລວງພຣະບາງ ເມືອງໄຊ ແລະວັງວຽງ ເຊິ່ງການສັກລາຍໃນເມື່ອກ່ອນຈະເປັນການສັກລາຍແບບຕ່າງໆ ຕາມຮ່າງກາຍຕາມຕົນຕົວ ແຂນ-ຂາ ແມ່ນສັກເພິ່ນເປັນການຢູ່ຍົງຄົງກະພັນ ເປັນຫລັກ ແລະຄົນລາວໃນສະໄຫມກ່ອນ ( ລາວລ້ານຊ້າງ ) ຍຸກປີ 1900 ລົງໄປ ຈະສັກຍັນຫລືສັກລາຍ ແຕ່ຫົວເຄົ່າຂຶ້ນໄປຮອດຕົ້ນຂາ ຈົນໄດ້ຊື່ວ່າ ລາວພຸງຂາວ, ສ່ວນແຖບ ລາວລ້ານນາ ຈະສັກແຕ່ຫົວເຄົ່າຂຶ້ນຮອດທ້ອງນ້ອຍ ເອິ້ນຄົນແຖວນັ້ນວ່າ ລາວພຸງດຳ
ການສັກລາຍນັ້ນ ກໍ່ເປັນສາເຫດຫນຶ່ງຂອງການເກີດເສີກສົງຄາມລະຫວ່າງ ລ້ານຊ້າງກັບສະຫຍາມ ເພາະທາງສະຫຍາມໄດ້ສັ່ງໃຫ້ເຈົ້າເມືອງໂຄຣາຊ ມາສັກຫມາຍເລກເອົາຄົນລາວ ໄປຂຶ້ນທະບຽນກັບສະຫຍາມ ເຮັດໃຫ້ຜູ້ຄົນລາວໄດ້ຮັບຄວາມເດືອດຮ້ອນ ຈຶ່ງພາໃຫ້ເກີດສົງຄາມໃນສະໄຫມເຈົ້າອະນຸວົງເກີດຂຶ້ນ ສົງຄາມໃນຄັ້ງນີ້ແມ່ນເພື່ອກອບກູ້ເອົາອິດສະຫລະພາບສູ່ຕົນເອງ
ແຕ່ມາຍຸກສະໄຫມນີ້ ການສັກລາຍ ແມ່ນເປັນການສັກເພື່ອຄວາມງົດງາມ ສັກຕາມກະແສຂອງຍຸກສະໄໝເປັນຫລັກ ແຕ່ກໍ່ຍັງມີບາງທ່ານທີຍັງສັກລາຍເພື່ອຢູ້ຍົງຄົງກະພັນ ສັກເພື່ອມະຫາສະເໜ່ ສັກເພື່ອຄວາມແຄ້ວຄາດພະຍັນຕະລາຍທັງຫລາຍ ຫລືສັກເພື່ອຄວາມເທ້ ,ສັກເພື່ອເຂົ້າກຸ່ມກ້ອນຂອງຕົນ ຫລືສັກຕາມສິລະປິນທີຕົນເອງມັກຮັກກໍ່ມີ…
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
ຂອບໃຈແຫລ່ງທີ່ມາ: khumkomlao.com