ອີກໜຶ່ງແຫລ່ງສະຖານທີ່ທ່ອງທ່ຽວພັກຜ່ອນທີ່ບໍ່ໄກຈາກນະຄອນຫລວງ
ສວນພຶກສາ ດອກໄມ້ນາໆພັນ ສະຖານທີ່ພັກຜ່ອນທີ່ບໍ່ໄກຈາກນະຄອນຫລວງ
ອີກແຫລ່ງທ່ອງທ່ຽວໜຶ່ງທີ່ບໍ່ໄກຈາກນະຄອນຫລວງວຽງຈັນຫລາຍ, ຖ້າທ່ານຄິດຢາກຈະພາຄອບຄົວ ແລະ ຄົນທີ່ທ່ານຮັກໄປທ່ອງທ່ຽວ ເພື່ອພັກຜ່ອນໃນມື້ວັນຢຸດຍາວ ຊົມ ຄວາມສວຍງາມຂອງສວນນ້ອຍຮ້ອຍສວນ ນັ້ນກໍຄືສວນດອກໄມ້ນາໆພັນ, ນໍ້າຕົກຕາດທີ່ສວຍງາມທີ່ບໍ່ເຄີຍເຫັນຢູ່ໃສມາກ່ອນ ແລະ ມີຕົ້ນໄມ້ຫຼາກຫຼາຍຊະນິດ ເປັນທັງແຫຼ່ງທ່ອງທ່ຽວທໍາມະຊາດ ແລະ ແຫຼ່ງຄວາມຮູ້ທີ່ຫຼາກຫຼາຍ.
ສະຖານທີ່ກໍາລັງເວົ້າເຖິງຢູ່ນີ້ກໍຄື “ ສວນພຶກສາ ” ນັ້ນເອງ ເຊິ່ງເປັນສະຖານທີ່ທ່ອງທ່ຽວໜຶ່ງທີ່ຖືກຕົກແຕ່ງຢ່າງສວຍງາມ ແລະ ມີຫຼາຍຈຸດສະເພາະສໍາລັບຖ່າຍຮູບງາມໆເກັບໄວ້ເປັນຄວາມຊົງຈໍາ ສາມາດເວົ້າໄດ້ວ່າມາສະຖານທີ່ແຫ່ງນີ້ມີຄົບລົດທີ່ທ່ານຈະໄດ້ສໍາຜັດທັງທໍາມະຊາດ ແລະ ສິ່ງທີ່ມະນຸດສ້າງຂຶ້ນສະຖານທີ່ຕັ້ງຂອງສວນພຶກສາແມ່ນຢູ່ບ້ານດານຊີ ເມືອງນາຊາຍທອງ ນະຄອນຫຼວງ ວຽງຈັນ ສໍາລັບການເດີນທາງກໍມີຄວາມສະດວກສະບາຍຕະຫຼອດປີ.
ທ່ານ ພູວົງ ພະມີສິດ ເຈົ້າຂອງສວນພຶກສາ ໄດ້ໃຫ້ສໍາພາດວ່າ: ປັດຈຸບັນແມ່ນໄດ້ມີການກະກຽມທຸກຢ່າງ ເພື່ອຕ້ອນຮັບປີໃໝ່ລາວທີ່ຈະມາເຖິງນີ້ ແລະ ໜຶ່ງໃນຄວາມໂດດເດັ່ນໃນປັດຈຸບັນແມ່ນສວນນ້ອຍຮ້ອຍສວນ ເຊິ່ງເປັນສວນດອກໄມ້ໄວ້ສໍາລັບທຸກໆຄົນມາຖ່າຍຮູບງາມໆເກັບໄວ້ເບິ່ງເປັນຄວາມຊົງຈໍາ, ພ້ອມນັ້ນມີບໍລິການລົດນໍາທ່ຽວອ້ອມສວນ, ມີຢາພື້ນເມືອງ, ເລື່ອງຂອງກະສິກໍາຕ່າງໆ ເພື່ອໃຫ້ສະຖານທີ່ແຫ່ງນີ້ນອກຈາກເປັນບ່ອນທ່ອງທ່ຽວແລ້ວຍັງເປັນແຫຼ່ງຮຽນຮູ້ນໍາອີກ, ດັ່ງນັ້ນນັກຮຽນ – ນັກສຶກສາທີ່ຢາກຮຽນຮູ້ດ້ານກະສິກໍາສາມາດມາສວນພຶກສາແຫ່ງນີ້ໄດ້ເລີຍ ເພາະຈະມີວິຊາການຊ່ວຍແນະນໍາໃນການປູກພືດຊະນິດຕ່າງໆ ເຊັ່ນປູກໝາກພ້າວແນວໃດໃຫ້ຕົ້ນເຕ້ຍມີນໍ້າຫວານ ແລະ ຈະໃຫ້ຄວາມຮູ້ແກ່ຜູ້ທີ່ມີຄວາມສົນໃຈ ໂດຍສະເພາະແມ່ນຊາວກະສິກອນທີ່ຢາກປູກ ໂດຍປັດຈຸບັນມີນໍາເອົາ 8 ບ້ານໃກ້ຄຽງ ມາຮຽນຮູ້ໃນການປູກ ເພື່ອສົ່ງເສີມໃຫ້ເຂົາເຈົ້າທໍາການຜະລິດເປັນສິນຄ້າ ແລະ ນອກນີ້ຍັງມີພິພິທະພັນຊົນເຜົ່າທີ່ມີຊຸດຊົນເຜົ່າຫຼາຍກວ່າ 300 ຊຸດ; ເຄື່ອງໃຊ້ສອຍຂອງບັນດາຊົນເຜົ່າ, ຜະລິດຕະພັນຂອງຊົນເຜົ່າ ແລະ ໃນໄລຍະເວລາໃກ້ໆນີ້ ຈະມີການຈັດງານຊົນເຜົ່າເພື່ອທຸກຄົນທີ່ໄດ້ມາທ່ອງທ່ຽວແລ້ວຈະໄດ້ຮຽນຮູ້ກ່ຽວກັບເລື່ອງຊົນເຜົ່າໃຫ້ຫຼາຍຂຶ້ນ ເຊິ່ງໃນນີ້ມີ 50 ຊົນເຜົ່າ ມີຂໍ້ມູນເປັນພາສາລາວ ແລະ ພາສາອັງກິດ ຢູ່ທີ່ສວນພຶກສາແຫ່ງນີ້.
ປັດຈຸບັນມີການສ້າງນໍ້າຕົກສວຍງາມ ແລະ ສ້າງຄວາມຊຸ່ມເຢັນຕະຫຼອດປີ ພ້ອມປູກຕົ້ນສະເມັກ ເຮັດເປັນດົງສະເມັກ ສ້າງຄວາມງົດງາມແຖມຍັງນໍາເອົາໄປກິນໄດ້ ຄຽງຄູ່ກັບການປະດັບປະດາດ້ວຍດອກໄມ້ນາໆພັນ ເພື່ອສ້າງ ຄວາມປະທັບໃຈໃຫ້ກັບນັກທ່ອງທ່ຽວ.
ໃນໄລຍະຂອງບຸນປີໃໝ່ລາວປີນີ້ ສິ່ງທີ່ເໝາະສົມທີ່ສຸດແມ່ນຂີ່ສະລິງ ແລະ ຊົມນໍ້າຕົກທີ່ສວຍງາມ ສ່ວນໃນເລື່ອງຂອງອາຫານການກິນ ທາງສວນໄດ້ກະກຽມອາຫານເມນູໃໝ່ໆຫຼາຍຢ່າງ; ບ່ອນທ່ຽວກໍມີສິ່ງໃໝ່ໆເກີດຂຶ້ນ ຖ້າໃຜທີ່ເຄີຍມາແລ້ວຖ້າກັບມາອີກກໍຈະເຫັນຫຼາຍໆສິ່ງຫຼາຍໆຢ່າງແປກຫູແປກຕາ ແລະ ສວຍງາມກວ່າເກົ່າ.
ຫຼັງຈາກການພັກຜ່ອນທ່ອງທ່ຽວແລ້ວ ຫາກຢາກຊື້ຫຍັງກັບໄປກໍມີຜະລິດຕະພັນຊາວບ້ານໄວ້ຈໍາໜ່າຍ ຕາງເປັນການສົ່ງເສີມປະຊາຊົນໃນການຜະລິດເຄື່ອງຈັກສານ, ເຄື່ອງປັ້ນດິນເຜົາ, ເຄື່ອງນຸ່ງຫົ່ມ.
ສວນພຶກສາສາມາດຮອງຮັບນັກທ່ອງທ່ຽວໄດ້ຫຼາຍພັນຄົນ ສະຖານທີ່ກວ້າງຂວາງສາມາດຈອດລົດໄດ້ເຖິງ 500 ກວ່າຄັນ ໂດຍໄລຍະປີໃໝ່ລາວນີ້ທາງສວນພຶກສາກໍໄດ້ຈັດກິດຈະກໍາ ເພື່ອຕ້ອນຮັບນັກທ່ອງທ່ຽວ ເຊັ່ນ: ມີຕົບພະທາດຊາຍ, ມີສົງນໍ້າພະ ແລະ ມີນໍ້າໄວ້ໃຫ້ແຂກໄດ້ຫົດສົງກັນ.
ສ່ວນການບໍລິການກໍມີສ່ວນຫຼຸດຫຼາຍລາຍການ ເຊັ່ນ: ຂີ່ສະລິງ, ອາບນໍ້າຢູ່ສະໄລເດີ້ນໍ້າ, ຂີ່ລົດ ແລະ ກິດຈະກໍາກີລາທຸກຢ່າງບໍ່ວ່າຈະເປັນຕີບູນ, ຕີບານ, ເຕະຕໍ້ ແລະ ອື່ນໆ ກໍສາມາດຫຼິ້ນທີ່ສວນພຶກສາແຫ່ງນີ້ໄດ້ ແລະ ສໍາລັບໃຜທີ່ຢາກປ່ຽນບັນຍາກາດຢູ່ກັບທໍາມະຊາດຍາມຄໍ່າຄືນ ທາງສວນພຶກສາກໍມີໂຮມສະເຕ, ມີຣີສອດໃຫ້ນອນສາມາດເລືອກໄດ້ເລີຍ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
ຂອບໃຈແຫລ່ງທີ່ມາ: ເສດຖະກິດ ການຄ້າ