ຄຳວ່າ ລັບ ແລະ ຫລັບ ມີຄວາມໝາຍຄືກັນ ແລະ ຕ່າງກັນແນວໃດ?

SA Game

DooDiDo

ມາ​ຮູ້​ຈັກ​ພາ​ສາ​ລາວ​ອີກ​ຄຳ​ໜື່ງຄຳ​ວ່າ ລັບ ແລະ ຫລັບ.

ໃນພາ​ສາ​ລາວຄຳ​ວ່າ ລັບ ແລະ ຫລັບ ​ມີ​ຫລາຍໆ​ຄົນ​ຍັງ​ສັບ​ສົນ​ໃນ​ການ​ນຳ​ໃຊ້ ແລະ ຍັງ​ມີ​ຫລາຍໆ​ຄົນ​ນຳ​ໃຊ້​ບໍ່​ຖືກ​ຕາມ​ໄວ​ຍາ​ກອນ​ຂອງ​ພາ​ສາ​ລາວ​ທີ່​ແທ້​ຈິງ​ເນືອງ​ຈາກ​ການ​ອອກ​ສຽງ​ທີ່​ມີ​ຄວາມ​ຄ້າຍ​ຄື​ກັນ​ຂອງສອງ​ຄຳ​ນີ້​ເພື່ອ​ບໍ່​ໃຫ້​ສັບ​ສົນ ແລະ ເພື່ອ​ໃຫ້​ຫລາຍໆ​ຄົນ​ໃຊ້​ໃຫ້​ຖືກ​ຕ້ອງ​ຕາມ​ກົດ​ຂອງ​ພາ​ສາ​ລາວ​ເຮົາ​ຈະ​ມາ​ແຍກ​ລະ​ອຽດ​ໃຫ້​ເຂົ້າ​ໃຈ​ຫລາຍ​ຂື້ນ​ຕື່ມ​ອີກ.

ຄວາມຄືກັນ ທັງສອງສັບລ້ວນແຕ່ມີວຽງພື້ນຖານຕາມສຽງທຽບກັບ ລ ສຽງຕໍ່າ ຫຼ ເປັນພະຍັນຊະນະປະສົມ ກາຍເປັນສຽງສູງ ແລະປະກອບກັບສະຫຼະສຽງສັ້ນ-ສະກົດ ຕາຍ ເຊິ່ງການອອກສຽງ ລັບ ແລະ ຫຼັບ ກໍຄ້າຍກັນ (ສຳນຽງວຽງຈັນ) ຖ້າເປັນໃຕ້ ແລະເໜືອ ລັບ ອອກສຽງຕໍ່າຄືມີວັນນະຍຸດໄມ້ເອກ ແລະ ຫຼັບ ເປັນສຽງສູງກາງໆ.

ຄວາມແຕກຕ່າງ ສອງສັບມີຄວາມໝາຍແຕກຕ່າງຢ່າງຊັດເຈ​ນ.

SA Game
DooDiDo

ຄຳ​ວ່າ ລັບ.

ຖ້າເປັນຄຳກຳມະໝາຍເຖິງ ​ຝົນ, ຂັດ​ຖູ ການເອົາສິ່ງໃດໜຶ່ງໄປຮຸກຖູກັບຫີນ, ຫລື​ ການເຮັດ​ໃຫ້​ແຫລມ​ຄົມ, ເຮັດ​ໃຫ້​ບາງ​ລົງ.

ຄຸນນາມ ໝາຍເຖິງ ບັງຢູ່, ບ່ອນປິດບັງ, ແນມບໍ່ເຫັນ, ປົກ​ປິດ​ໄວ້.

ຕົວຢ່າງ:

ລັບຢູ່ກົກເສົາ, ຢູ່ບ່ອນລັບຫູລັບຕາ, ລັບໆລີ້ໆ, ລັບໜ້າລັບຫຼັງ, ລ່ວງລັບດັບຂັນ.

ລັບພ້າ ບາງທ້ອງຖິ່ນເອີ້ນ ຝົນພ້າ, ເພື່ອ​ໃຫ້​ຜ້າ ຫລື ມີດ ຄົມ ແລະ ຕັດ​ຟັນ​ເຂົ້າ​ດີ.

ຄຳ​ວ່າ ຫຼັບ.

ເປັນກຳມະ ໝາຍເຖິງ ປິດໄວ້ແບບສະໜິດ, ອັດໄວ້ ໃຊ້ກັບຕາ ເຊັ່ນ ຫຼັບຕາ, ນອນບໍ່ຫຼັບ, ເຫງົາຫຼັບ, ນອນຫຼັບນອນຝັນ, ກິນເຂົ້າແຊບນອນຫຼັບ… ນອກຈາກນີ້ຍັງໃຊ້ກັບການເຮັດທ່າຫູບໍ່ໄດ້ຍິນ ເອີ້ນຫຼັບຫູ ເຊັ່ນ ຫຼັບຫູຫຼັບຕາ….

ຕົວຢ່າງ:

ຂ້ອຍນອນ​ບໍ່​ຫລັບ​ໝົດ​ຄືນຍ້ອນ​ດື່ມ​ກາ​ເຟ​ຫລາຍ.

ຢ່າ​ເຮັດ​ແບບ​ຫລັບ​ຫູ​ຫລັບ​ຕາ​ບໍ່​ຮູ້​ບໍ່​ເຫັນ​ເດີ.

ສະ​ຫລຸບ.

ຄຳ​ວ່າ ລັບ, ໝາຍເຖິງ ​ຝົນ, ຂັດ​ຖູ ການເອົາສິ່ງໃດໜຶ່ງໄປຮຸກຖູກັບຫີນ, ຫລື​ ການເຮັດ​ໃຫ້​ແຫລມ​ຄົມ, ເຮັດ​ໃຫ້​ບາງ​ລົງ.

ຄຸນນາມ ໝາຍເຖິງ ບັງຢູ່, ບ່ອນປິດບັງ, ແນມບໍ່ເຫັນ, ປົກ​ປິດ​ໄວ້, ສ່ວນ​ຄຳ​ວ່າ ຫລັບ ໝາຍເຖິງ ປິດໄວ້ແບບສະໜິດ, ອັດໄວ້ ໃຊ້ກັບຕາ ເຊັ່ນ ຫຼັບຕາ, ນອນບໍ່ຫຼັບ, ເຫງົາຫຼັບ, ນອນຫຼັບນອນຝັນ, ກິນເຂົ້າແຊບນອນຫຼັບ… ນອກຈາກນີ້ຍັງໃຊ້ກັບການເຮັດທ່າຫູບໍ່ໄດ້ຍິນ, ບາງ​ຄົນ​ນຳ​ໃຊ້​ໃນລັກສະນະ​ທີ່ຜິດເຊັ່ນ ນອນບໍ່ລັບ, ຢາກລັບ, ນອນລັບ, ລ່ວງຫຼັບ…

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo