50 ຊົນເຜົ່າ ໃນ​ທົ່ວ​ປະ​ເທດຈະ​ຈັດ​ວາງ​ສະ​ແດງທີ່​ ສວນພຶກ​ສາ

SA Game

ມະ​ຫາ​ຊົນ

ກຽມ​ທ່ຽວ​ຊົມ! ສວນພຶກສາ ສ້າງຫ້ອງວາງສະແດງ 50 ຊົນເຜົ່າ ເພື່ອ​ໃຫ້​ນັກທ່ອງທ່ຽວເຂົ້າ​ຊົມ

50 ຊົນເຜົ່າ ຈະ​ສາ​ມາດ​ເຫັນ​ໄດ້​ໃນ​ສະ​ຖານ​ທີ່​ດຽວ, ເນືອງ​ຈາກ ທາງສວນພຶກສາ ໄດ້ຮ່ວມກັບຫລາຍພາກສ່ວນກ່ຽວຂ້ອງ ສຶກສາຄົ້ນຄວ້າເປັນເວລາ 30 ກວ່າປີກ່ຽວກັບການດໍາລົງຊີວິດ ແລະ ວັດທະນະທໍາ ຮີດຄອງປະເພນີບັນດາຊົນເຜົ່າ ໃນທົ່ວປະເທດລວມທັງໝົດ 50ຊົນເຜົ່າ ເພື່ອໂຮມເຂົ້າມາສ້າງເປັນຫ້ອງວາງສະແດງຊົນເຜົ່າໄວ້ໃນສວນພຶກສາ ໃຫ້ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວຊົມ ແລະ ຮຽນຮູ້ ວັດທະນະທຳທີ່ເປັນເອກະລັກຂອງແຕ່ລະຊົນເຜົ່າ ທີ່ສັງຮວມໄວ້ໃນຈຸດດຽວກັນ.

ທ່ານ ພູວົງ ພະມີສິດ ປະທານ ສວນພຶກສາ ໄດ້ໃຫ້ສໍາພາດຕໍ່ນັກຂ່າວ ສຳນັກຂ່າວສານປະເທດລາວ ເມື່ອບໍ່ດົນນີ້ວ່າ: ສວນພຶກສາ ເປັນສະຖານທີ່ທ່ອງທ່ຽວທໍາມະຊາດ ຕິດພັນກັບການອະນຸລັກຮັກສາວັດທະນາທໍາຮີດຄອງປະເພນີອັນດີງາມຂອງປະຊາຊົນລາວບັນດາເຜົ່າ ແລະ ໄດ້ເອົາໃຈໃສ່ກໍ່ສ້າງພ້ອມທັງປັບປຸງ ແລະ ພັດທະນາຢ່າງຕໍ່ເນື່ອງ ເຮັດໃຫ້ພາຍໃນສວນພຶກສາ ມີຫລາຍກິດຈະກໍາການ ທ່ອງທ່ຽວທີ່ສຳຄັນ ແລະ ໂດດເດັ່ນ.

SA Game
ຂ​ປ​ລ

ປັດຈຸບັນ, ສວນພຶກສາກຳລັງສ້າງຫ້ອງວາງສະແດງຊົນເຜົ່າ ໂດຍມີຈຸດ ປະສົງເພື່ອອະນຸລັກວັດທະນາທໍາ ແລະ ຮີດຄອງປະເພນີອັນດີງາມຂອງແຕ່ລະເຜົ່າ ໃຫ້ນັກຮຽນຮູ້ປັນຍາຊົນ ໄດ້ສຶກສາຮຽນຮູ້ກ່ຽວກັບຮີດຄອງປະເພນີ, ການດໍາລົງຊີວິດທີ່ມີຄວາມແຕກຕ່າງກັນ ແລະ ເປັນເອກະລັກສະເພາະຂອງໃຜລາວ.

ນອກນັ້ນ, ຈະໄດ້ປຸກເຮືອນຂອງແຕ່ລະເຜົ່າ ໂດຍປຸກສ້າງຈາກນ້ອຍຫາໃຫຍ່ຈົນຄົບແຕ່ລະເຜົ່າ ເພື່ອເພີ່ມຄວາມໂດດເດັ່ນຂອງສວນ ແລະ ຮວບຮວມເອົາການດໍາລົງຊີວິດ, ວັດທະນະທໍາຂອງບັນດາເຜົ່າ ທີ່ມີຄວາມສວຍງາມໄວ້ໃນຈຸດດຽວ ດັ່ງຄໍາເວົ້າຂອງ ປະທານ ໄກສອນ ພົມວິຫານ ທີ່ວ່າ: “ຊົນເຜົ່າຕ່າງໆບ້ານເຮົາມີຫລາກຫລາຍ ປຽບເໝືອນດອກໄມ້ນາໆຊະນິດຢູ່ໃນສວນ ມີຄວາມງົດງາມ ແລະ ສົ່ງກິນຫອມຫວນແຕກຕ່າງກັນ” ເຊິ່ງການກໍ່ສ້າງດັ່ງກ່າວ, ມີຄວາມຄືບໜ້າ 50% ແລະ ຄາດວ່າຈະໃຫ້ສໍາເລັດໃນທ້າຍປີ 2023 ເພື່ອໃຫ້ທັນກັບປີທ່ອງທ່ຽວລາວ 2024.

ທ່ານ ພູວົງ ພະມີສິດ ໃຫ້ຮູ້ອີກວ່າ: ການປັບປຸງ ແລະ ພັດທະນາສວນພຶກສາ ແມ່ນແທດເໝາະ ກັບການກະກຽມຕ້ອນຮັບປີທ່ອງທ່ຽວລາວ 2024 ເຊິ່ງສວນພຶກສາ ມີຄວາມພ້ອມ 100% ໃນການຕ້ອນຮັບນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໂດຍສະເພາະກນສ້າງຫ້ອງວາງສະແດງບັນດາ 50ຊົນເຜົ່າຂອງລາວ ກໍຈະໃຫ້ສໍາເລັດທັນກັບປີທ່ອງທ່ຽວລາວ 2024

50 ຊົນເຜົ່າ
ມະ​ຫາ​ຊົນ

ພ້ອມນັ້ນ ຈະເອົາໃຈໃສ່ພັດທະ ນາ ແລະ ປະດັບປະດາບໍລິເວນອ້ອມຮອບສວນ ໃຫ້ມີຄວາມໂດດເດັ່ນເພີ່ມຂຶ້ນ ແນໃສ່ດຶງດູດນັກທ່ອງທ່ຽວໃຫ້ເຂົ້າມາທ່ອງທ່ຽວ ສປປ ລາວ ກໍຄື ນະຄອນຫລວງວຽງຈັນ ນັບມື້ເພີ່ມຂຶ້ນ, ພ້ອມທັງສ້າງວຽກເຮັດງານທໍາ ແລະ ສົ່ງອອກກັບທີ່ ເຮັດໃຫ້ເງິນຕາຕ່າງປະເທດເຂົ້າມາຫລາຍທີ່ສຸດ, ປະຊາຊົນມີລາຍຮັບ ແລະ ມີຊີວິດການເປັນຢູ່ທີ່ດິຂຶ້ນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ ເບີ່ງ​ເມືອງ​ລາວ

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂ​ປ​ລ.