ບຸນປະເພນີ ເດືອນ 7 ຕະຫລາດນັດ ຂອງ​ເມືອ​ແກ່ນ​ທ້າວ ໄຊ​ຍະ​ບູ​ລີ

SA Game

ຂ​ປ​ລ

ເປີດ ຕະຫລາດນັດ ບຸນປະເພນີ ເດືອນ 7 ໃນ ບຸນນະມັດສະການ ພຣະທາດທ້າວແກ່ນ-ພຣະທາດນາງແພງສີ

ບຸນປະເພນີ ເມືອງແກ່ນທ້າວ ແຂວງໄຊຍະບູລີ ເປີດຕະຫລາດນັດ, ບຸນນະມັດສະການ ພຣະທາດທ້າວແກ່ນ-ພຣະທາດນາງແພງສີ, ປະເພນີບຸນເດືອນ 7 (ບຸນພຣະເຫວດ) ໃນວັນທີ 31 ພຶດສະພາ 2023 ໂດຍການເຂົ້າຮ່ວມຂອງທ່ານ ອໍາຄາ ລັດສະໝີ ເຈົ້າເມືອງແກ່ນທ້າວ ພ້ອມດ້ວນບັນດາຜູ້ປະກອບການ, ນັກທຸລະກິດຜູ້ປະກອບການ ແລະ ນາຍບ້ານ ເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ອໍາຄາ ລັດສະໝີກ່າວວ່າ: ເມືອງແກ່ນທ້າວ ເປັນເມືອງໜຶ່ງທີ່ມີປະຫວັດສາດ ມາເປັນເວລາຍາວນານ, ມີຮີດຄອງປະເພນີທີ່ມີຊື່ສຽງໂດ່ງດັ່ງ ໂດຍສະເພາະ ຮີດຄອງປະເພນີບຸນນະມັດສະການ ພຣະທາດທ້າວແກ່ນ, ພຣະທາດນາງແພງສີ, ປະເພນີບຸນເດືອນ 7 (ບຸນພຣະເຫວດ) ຫລື ເອີ້ນອີກຢ່າງໜຶ່ງວ່າບຸນມະຫາຊາດ ເຊິ່ງແມ່ນ ບຸນປະເພນີ  ປາງໃຫ່ຍທີ່ສຳຄັນຂອງປະຊາຊົນຊາວເມືອງແກ່ນທ້າວ ທີ່ເຄີຍປະຕິບັດກັນມາເປັນເວລາຍາວນານ.

ເນື້ອໃນຂອງບຸນດັ່ງກ່າວ ໄດ້ຈັດໃຫ້ມີການຟັງທຳມະເທດສະໜາ ເລື່ອງ: “ພະເຫວດສັນດອນ” ມີຄວາມຍາວເຖິງ 13 ກັນ (13 ບັ້ນ) ຊຶ່ງເປັນທີ່ຮູ້ຈັກກັນຢ່າງກວ້າງຂວາງ ວ່າບຸນພະເຫວດ ແມ່ນເປັນບຸນປາງໜຶ່ງທີ່ນອນຢູ່ໃນ 12 ເດືອນ ຫລື ເອີ້ນວ່າຮີດ 12 ຂອງພຸດທະສາສະໜາ ທີ່ຊາວພຸດໄດ້ສັກກາລະບູຊາມາເຖິງປະຈຸບັນນີ້.

SA Game
ຂ​ປ​ລ

ຕະຫລາດນັດຄັ້ງນີ້ ມີທັງໝົດ 36 ຮ້ານ, ໃນນັ້ນ ມີຮ້ານຂາຍເສື້ອຜ້າ, ຮ້ານຂາຍເຄື່ອງທົ່ວໄປ, ຮ້ານກິບຊັອບ, ຊັດໝາກໂປ່ງ, ຍິງປືນລົມ, ສະໄລເດີ, ລົດບໍ້າ, ເຕັ້ນສະປິງ, ລົດໄຟ ແລະ ຮ້ານບໍລິການອາຫານ, ເຄື່ອງດຶ່ມ, ໝາກໄມ້ ແລະ ອື່ນໆ.

ທ່ານເຈົ້າເມືອງແກ່ນທ້າວ ໄດ້ຮຽກຮ້ອງ ໃຫ້ທຸກພາກສ່ວນ ພ້ອມດ້ວຍພໍ່ແມ່ປະຊາຊົນພາຍໃນເມືອງ ໃຫ້ພ້ອມຈິດພ້ອມໃຈກັນເຮັດໃຫ້ບຸນປະເພນີປີນີ້ ດຳເນີນໄປດ້ວຍບັນຍາກາດອັນເບີກບານມ່ວນຊື່ນ, ຮັກສາໄດ້ຮີດຄອງປະເພນີ, ຄວາມເປັນລະບຽບຮຽບຮ້ອຍ, ສະອາດງາມຕາ ແລະ ມີຄວາມສະຫງົບປອດໄພ ໂດຍສະເພາະແມ່ນ 6 ບ້ານໃຈກາງເຊັ່ນ: ບ້ານຈອມແກ້ວ, ຈອມເພັດ, ເມືອງເກົ່າ, ທ້າວແກ່ນ, ບ້ານພວນ ແລະ ບ້ານຫາດແດງ ຈົ່ງຍົກສູງຄວາມຮັບຜິດຊອບຕໍ່ວຽກງານຮອບດ້ານ ຂອງບຸນພະເຫວດ.

ພາກສ່ວນຜູ້ປະກອບການຫ້າງຮ້ານທຸກໆຮ້ານພາຍໃນງານ ຈົ່ງໄດ້ໃຫ້ຄວາມຮ່ວມມືກັບຄະນະຮັບຜິດຊອບ ການບໍລິການລູກຄ້າ ໃຫ້ມີຄວາມຍິ້ມແຍ້ມແຈ່ມໃສ, ມີນ້ຳໃຈໄມຕີຈິດມິດຕະພາບແກ່ຜູ້ມາໃຊ້ບໍລິການ, ບໍ່ສວຍໂອກາດຂຶ້ນລາຄາສິນຄ້າ ເພາະຈະເຮັດໃຫ້ເສຍພາບພົດຊື່ສຽງທີ່ບໍ່ດີ ຕໍ່ຜູ້ປະກອບການເອງ.

SA Game
ຂ​ປ​ລ

ນອກຈາກນັ້ນ, ໃຫ້ເອົາໃຈໃສ່ເປັນພິເສດ ຕໍ່ກັບການຮັກສາອະນາໄມຄວາມສະອາດ ບໍລິເວນຮ້ານຂອງຕົນ ໃຫ້ມີຄວາມສະອາດງາມຕາ, ມີກະຕ່າ ຫລື ຖົງຢາງໄວ້ໃສ່ສິ່ງເສດເຫລືອໃຫ້ເປັນລະບຽບ ແລະ ປະຕິບັດຂໍ້ຫ້າມຕ່າງໆຢ່າງເຂັ້ມງວດ, ພ້ອມກັນນີ້, ບັນດາແຂກຊັ້ນຄົນຕ່າງໆທີ່ເຂົ້າມາທ່ຽວຊົມ ຈົ່ງໄດ້ໃຫ້ການສະໜັບສະໜູນ ຈັບຈ່າຍຊື້ເຄື່ອງປະເພດຕ່າງໆ ຕາມກຳລັງຊັບຂອງຕົນທີ່ມີ ເພື່ອພ້ອມກັນຊຸກຍູ້ສົ່ງເສີມ ເສດຖະກິດແບບຄອບຄົວ ໃຫ້ຍືນຍົງ, ເຂັ້ມແຂງ ແລະ ຂະຫຍາຍຕົວຂຶ້ນເລື້ອຍໆ ທັງເຮັດໃຫ້ງານວາງສະແດງ ແລະ ຂາຍສິນຄ້າໃນຄັ້ງນີ້ ໄດ້ມີບັນຍາກາດຄຶກຄື້ນ. ສຳລັບພາກສ່ວນປ້ອງກັນ ຕ້ອງເປັນເຈົ້າການເຮັດໜ້າທີ່ຂອງຕົນ ຮັບປະກັນໃຫ້ມີຄວາມສະຫງົບ 100%.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ ເບີ່ງ​ເມືອງ​ລາວ

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂ​ປ​ລ.