3 ບໍລິສັດຈັບມືກັນ ເພື່ອພັດທະນາໂຄງການພາຫະນະທີ່ແລ່ນດ້ວຍໄຟຟ້າ.

SA Game

ພາບ: laoedaily.com

3 ບໍລິສັດຮ່ວມ​ມືກັນ ເພື່ອພັດທະນາໂຄງການພາຫະນະທີ່ແລ່ນດ້ວຍໄຟຟ້າ.

ເພື່ອ​ພັດ​ທະ​ນາ​ປະ​ເທດ​ໃຫ້​ທັນ​ສະ​ໄໝ ແລະ ປອດ​ຈາກ​ມົນ​ລະ​ພິດ, ໂຄງການນຳໃຊ້ພາຫະນະ ທີ່ແລ່ນດ້ວຍກະແສໄຟຟ້າຢູ່ ສປປ ລາວ ແມ່ນໂຄງການພັດທະນາທີ່ມີຄວາມສຳຄັນ ແລະ ໄດ້ຖືກກຳນົດໄວ້ຢູ່ໃນແຜນຍຸດທະສາດ ຮອດປີ 2025 ແລະ ວິໄສທັດຮອດປີ 2030 ຂອງການພັດທະນາວຽກງານພະລັງງານ ແລະ ບໍ່ແຮ່.

ຫຼ້າສຸດໃນວັນທີ 20 ຕຸລາຜ່ານມາ ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ໄດ້ມີພິທີເຊັນສັນຍາຮ່ວມມື 3 ຝ່າຍ ລະຫວ່າງ ລັດວິສາຫະກິດໄຟຟ້າລາວ ( ຟຟລ ) ກັບ ບໍລິສັດ ກຸ່ມບໍລິສັດ ວິທະຍາສາດ – ເຕັກໂນໂລຊີ GEELY ແລະ ບໍລິສັດ ກຣິດຕິພົງ ກຣຸບ ຈຳກັດ ເພື່ອພັດທະນາໂຄງການນຳໃຊ້ພາຫະນະທີ່ແລ່ນດ້ວຍກະແສໄຟຟ້າຢູ່ ສປປ ລາວ ເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ຈຽງຈາຍຕົງ ເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ; ມີບັນດາທ່ານຮອງລັດຖະມົນຕີ, ຫົວໜ້າຫ້ອງການກະຊວງ, ຫົວໜ້າກົມ – ຮອງກົມ, ຄະນະຜູ້ອຳນວຍການທັງ 3 ບໍລິສັດ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

SA Game
ພາບ: laoedaily.com

ທ່ານ ຄຳມະນີ ອິນທິລາດ ໄດ້ມີຄຳເຫັນວ່າ: ແມ່ນໂຄງການພັດທະນາທີ່ມີຄວາມສຳຄັນ ແລະ ໄດ້ຖືກກຳນົດໄວ້ຢູ່ໃນແຜນຍຸດທະສາດ ຮອດປີ 2025 ແລະ ວິໄສທັດຮອດປີ 2030 ການພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ໂດຍຕາງໜ້າໃຫ້ການນຳກະຊວງພະລັງງານ ແລະ ບໍ່ແຮ່ ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍລັດວິສາຫະກິດໄຟຟ້າລາວ, ກຸ່ມບໍລິສັດວິທະຍາສາດ – ເຕັກໂນໂລຊີ GEELY ແລະ ກຸ່ມບໍລິສັດ ກຣິດຕິພົງ ທີ່ໄດ້ມີແນວ ຄວາມຄິດລິເລີ່ມ, ຮ່ວມກັນປຶກສາຫາລື, ເກັບກຳຂໍ້ມູນມາເປັນເວລາດົນພໍສົມຄວນ ແລະ ມາຮອດມື້ນີ້ ກໍໄດ້ມີພື້ນຖານທີ່ສຳຄັນ ແລະ ສາມາດບັນລຸການເຊັນເງື່ອນໄຂການຮ່ວມມືເບື້ອງຕົ້ນກັນໄດ້ຢ່າງເປັນທາງການ.

ສປປ ລາວ ໄດ້ດໍາເນີນການພັດທະນາອຸດສາຫະກໍາພະລັງງານໄຟຟ້າ ຕາມແນວທາງຫັນເປັນອຸດສາຫະກຳ ແລະ ທັນສະໄໝ ໂດຍອີງໃສ່ແຫຼ່ງນ້ຳທຳມະຊາດທີ່ມີຢູ່ຢ່າງອຸດົມສົມບູນເປັນທ່າແຮງນັ້ນແມ່ນຖືກຕ້ອງ, ສອດຄ່ອງກັບເງື່ອນໄຂ ທັງສາມາດຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງເພື່ອນມິດ, ສາກົນ ທີ່ຕ້ອງການພະລັງງານທີ່ສະອາດ, ເປັນມິດກັບສິ່ງແວດລ້ອມ ແລະ ມີຄວາມຍືນຍົງ.

ມາຮອດປັດຈຸບັນຂະແໜງອຸດສາຫະກຳໄຟຟ້າຢູ່ ສປປ ລາວ ໄດ້ເປັນຜູ້ເຮັດບົດບາດທີ່ສຳຄັນ ແລະ ມີລັກສະນະເປັນພື້ນຖານ ໃນການພັດທະນາເສດຖະກິດ – ສັງຄົມຂອງ ສປປ ລາວ, ອຸດສາຫະກໍາໄຟຟ້າ ໄດ້ກາຍເປັນຂະແໜງເສດຖະກິດທີ່ມີບົດບາດສຳຄັນໃນລະບົບເສດຖະກິດແຫ່ງຊາດຂອງ ສປປ ລາວ ເຊິ່ງສາມາດດຶງດູດການມາລົງທຶນຂອງຜູ້ປະກອບການທັງພາຍໃນ ແລະ ຕ່າງປະເທດ ແລະ ໄດ້ຮັບການສະໜັບສະໜູນຈາກເພື່ອນມິດ – ສາກົນຢ່າງໜັກແໜ້ນກວ້າງ ຂວາງ.

ໂຄງການພັດທະນາການນຳໃຊ້ພາຫະນະທີ່ແລ່ນດ້ວຍກະແສໄຟຟ້າ ແລະ ການສົ່ງເສີມການນຳໃຊ້ໄຟຟ້າເຂົ້າໃນລະບົບຄົມມະນາຄົມ – ຂົນສົ່ງຢູ່ ສປປ ລາວ ແມ່ນບັນຫາໜຶ່ງທີ່ສຳຄັນ ແລະ ຖືກກຳນົດເຂົ້າຢູ່ໃນແຜນຍຸດທະສາດ ແຕ່ນີ້ຮອດປີ 2025 ແລະ ວິໄສທັດຮອດປີ 2030 ກ່ຽວກັບການພັດທະນາວຽກງານພະລັງງານ,

ແນໃສ່ຂຸດຄົ້ນນຳໃຊ້ກຳລັງແຮງດ້ານພະລັງງານທີ່ພວກເຮົາຜະລິດໄດ້ຢູ່ພາຍໃນປະເທດໃຫ້ເກີດປະໂຫຍດສູງສຸດໃນທຸກຮູບແບບ, ຫຼຸດຜ່ອນການນຳເຂົ້ານໍ້າມັນເຊື້ອໄຟ ແລະ ການປະເຊີນໜ້າກັບຄວາມສ່ຽງກ່ຽວກັບລາຄານໍ້າມັນ ແລະ ແມ່ນການສົ່ງເສີມການນຳໃຊ້ພະລັງງານທີ່ສະອາດ, ຫຼຸດຜ່ອນມົນລະພິດ ຕິດພັນກັບການສົ່ງເສີມຄຸນນະພາບຊີວິດ ແລະ ການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ – ສັງຄົມ ຂອງ ສປປ ລາວ ໃນໄລຍະໃໝ່ຕາມທິດປະຢັດ, ສີຂຽວ ແລະ ຍືນຍົງ.

ທ່ານ ຄຳມະນີ ອິນທິລາດ ກ່າວຕື່ມອີກວ່າ: ຂ້າພະເຈົ້າມີ ຄວາມເຊື່ອໝັ້ນວ່າ ຜ່ານຈາກການບັນລຸເງື່ອນໄຂການຮ່ວມມືເບື້ອງຕົ້ນນີ້ຈະເປັນການສ້າງເງື່ອນໄຂທີ່ເປັນພື້ນຖານ ເພື່ອສົ່ງເສີມການພັດທະນາອຸດສາຫະກຳພະລັງງານໄຟຟ້າຢູ່ ສປປ ລາວ ຕາມທິດເປັນມິດກັບສິ່ງແວດລ້ອມ, ຕໍ່ເນື່ອງ ແລະ ຍືນຍົງ.

ພ້ອມດຽວກັນນີ້, ກໍເພື່ອສືບຕໍ່ການກະກຽມດ້ານອື່ນໆເປັນຕົ້ນ: ການສຶກສາຄວາມເປັນໄປໄດ້ໃນການພັດທະນາລະບົບພາຫະນະທີ່ແລ່ນດ້ວຍໄຟຟ້າ, ການກໍ່ສ້າງສູນບໍລິການທາງດ້ານເຕັກນິກ, ສະຖານີສາກໄຟຟ້າສາທາລະນະຕາມສະຖານທີ່ຕ່າງໆ ເຊັ່ນ: ສຳນັກງານ, ອົງການ, ຫ້າງສັບພະສິນຄ້າ, ຕະຫຼາດ ແລະ ຊຸມຊົນຕ່າງໆ.

ນອກນີ້, ກໍລິເລີ່ມການກໍ່ສ້າງບຸກຄະລາກອນ, ນັກວິຊາການເພື່ອຄຸ້ມຄອງ – ນຳໃຊ້ພາຫະນະທີ່ແລ່ນດ້ວຍກະແສໄຟຟ້າ, ພັດທະນາລະບົບນິຕິກຳ ແລະ ກົນໄກຕ່າງໆໄປພ້ອມ ເພື່ອຮັບປະກັນໃຫ້ແກ່ການສົ່ງເສີມ ແລະ ພັດທະນາພາຫະນະທີ່ແລ່ນດ້ວຍກະແສໄຟຟ້າ ແລະ ການສົ່ງເສີມການນຳໃຊ້ໄຟຟ້າເຂົ້າໃນລະບົບຄົມມະນາຄົມ – ຂົນສົ່ງ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: laoedaily.com