​ເຂັມ2! ຜູ້​ສັກ​ວັກ​ຊີນ​ຄົບ​ຈ່ຳ​ນວນ​ໃນ​ລາວ​ທັງ​ໝົດ​ໄດ້ສອງ​ແສນກວ່າ​ຄົນ​ແລ້ວ

SA Game

ພາບ: laodaily.com.la

ຄະນະສະເພາະກິດ ຖະ​ແຫລ່ງປັດຈຸບັນສັກວັກຊີນເຂັມທີ 2 ໄດ້ 214.155 ຄົນ​ແລ້ວ.

ຈາກ​ການ​ທີ່​ທາງ​ຄະ​ນະ​ສະ​ເພາະ​ກິດ​ການ​ຄວບ​ຄຸມ​ພະ​ຍາດ​ໂຄວິດ-19, ໄດ້​ລະ​ດົມ​ໃຫ້​ປະ​ຊາ​ຊົນ​ທຸກ​ຄົນ​ໄປ​ສັກ​ວັກ​ຊີນ​ເພື່ອ​ປ້ອງ​ກັນ​ພະ​ຍາດ​ໂຄວິດ-19 ແລະ ກໍ​ໄດ້​ເຫັນ​ມີ​ຫລາຍໆ​ຄົນ​ແລ້ວ​ທີ່​ໄປ​ສັກ​ວັກ​ຊິນ​ຈົນ​ຄົບ​ຈ່ຳ​ນວນ​ແລ້ວ ແຕ່​ກໍ​ຍັງ​ມີ​ຫລາຍຄົນ​ທີ່​ຍັງ​ບໍ່​ທັນ​ໄດ້​ສັກ​ຈັກ​ເຂັມ​ເທືອ.

ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ກະຊວງສາທາລະນະສຸກ ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ກ່າວໃນພິທີຖະແຫຼງຂ່າວປະຈຳວັນທີ 30 ພືດສະພາວ່າ: ໃນໄລຍະປັດຈຸບັນ ໄດ້ມີການສັກຢາວັກຊິນ(ວັກແຊັງ)ປ້ອງກັນພະຍາດ ໂຄວິດ ຮອບທີ 2 ໃນສະຖານທີ່ບໍລິການສາທາລະນະສຸກໃນຂອບເຂດທົ່ວປະເທດ.

SA Game
ພາບ: laodaily.com.la

 

ຂ້າພະເຈົ້າຮຽກຮ້ອງໃຫ້ບັນດາທ່ານ ຈົ່ງໄປສັກວັກຊິນເຂັມທີ 2 ຕາມກໍານົດເວລາ. ຖ້າກຸ່ມສ່ຽງ ຫາກໄດ້ຮັບວັກຊິນຄົບ ທັງ ສອງ ໂດສ ກໍຈະເຮັດໃຫ້ ທ່າອ່ຽງຂອງການລະບາດຢູ່ບ້ານເຮົານີ້ ບໍ່ສາມາດແຜ່ລາມໄປໄດ້, ດັ່ງທີ່ພວກເຮົາເຫັນຫຼາຍປະເທດ ທີ່ມີອັດຕາການສັກວັກຊິນສູງ ເລີມຜ່ອນຜັນບັນດາມາດຕະການໃນສັງຄົມ ຕະຫຼອດຮອດການເດີນທາງ. ສໍາລັບຜູ້ທີ່ຍັງບໍ່ທັນໄດ້ຮັບວັກຊິນ ຫຼື ບໍ່ເປັນກຸ່ມສ່ຽງ, ພັກ ແລະ ລັດຖະບານ ໄດ້ຊີ້ນໍາ ແລະ ເລັ່ງລັດໃຫ້ ກະຊວງສາທາລະນະສຸກ ຈັດຫາວັກຊິນ ເພື່ອສັກໃຫ້ປະຊາຊົນໃຫ້ໄດ້ຢ່າງໝ້ອຍ 50 ເປີເຊັນ ຂຶ້ນໄປ.

ຮອດປັດຈຸບັນນີ້ ພວກເຮົາສາມາດສັກໄດ້ ເຂັມທີ 1 ແມ່ນ 657.955 ໂດສ ແລະ ເຂັມທີ 2 ສັກໄດ້ 214.155 ໂດສ, ເຊິງໃນນັ້ນ ກຸ່ມສ່ຽງບໍ່ວ່າຈະເປັນແພດໝໍ ຫຼື ພະນັກງານ ຈາກຂະເເໜງການຕ່າງໆ ກໍ່ໄດ້ຮັບວັກຊິນ ປ້ອງກັນໂດຍສ່ວນໃຫຍ່ ແລະ ຜົນດີ ພວກເຮົາເຫັນວ່າ ການຕິດເຊື້ອ ໃໝ່ ແມ່ນມີຫຼຸດຈາກຕົວເລກທີ່ທາງທີມງານວິຊາການເຮົາໄດ້ຄາດຄະເນໄວ້ສໍາລັບການລະບາດຮອບສອງໃນຄັ້ງນີ້.

 

ແຕ່ເຖິງຢ່າງໃດກໍຕາມພວກເຮົາກໍບໍ່ຄວນຈະດີໃຈເກີນເຫດ ກັບການລາຍງານຈໍານວນຕິດເຊື້ອໃໝ່ທີ່ຫຼຸດລົງໃນແຕ່ລະວັນ ເພາະປະເທດຂອງພວກເຮົາຍັງບໍ່ທັນສາມາດຢຸດຢັ້ງວົງຈອນຂອງການແຜເຊື້ອໃນຄັ້ງນີ້ໄດ້ເທື່ອ ດັ່ງທີ່ຂ້າພະເຈົ້າໄດ້ກ່າວມາຂ້າງເທິງນັ້ນ, ສັງເກດເຫັນວ່າຍັງມີແຂວງຈໍານວນໜຶ່ງທີ່ອັດຕາການສັກວັກຊີນປ້ອງການ COVID-19 ຍັງຕໍ່າກວ່າຄາດໝາຍຫຼາຍ ຍ້ອນປະຊາຊົນຍັງລັງເລໃນການໄປສັກວັກຊິນ ເພາະຄິດວ່າ ແຂວງຕົນເອງຍັງບໍ່ມີກໍລະນີຕິດເຊື້ອເທື່ອ, ເຊື່ອໃນສື່ສັງຄົມອອນໄລທີ່ບິດເບືອນ ຈຶ່ງເຮັດໃຫ້ຍັງບໍ່ຕັດສິນໃຈ ໄປສັກຢາວັກຊິນ.

 

ຂ້າພະເຈົ້າຢາກຢໍ້າຕື່ມອີກວ່າ ຖ້າເກີດມີການລະບາດ ແລ້ວຈຶ່ງມາສັກວັກຊີນ ກໍບໍ່ສາມາດປ້ອງກັນໄດ້ທັນ ເພາະຕ້ອງໃຊ້ເວລາຢ່າງໝ້ອຍ 1 ເດືອນ ຈຶ່ງເຮັດໃຫ້ຮ່າງກາຍຫຼັງຈາກໄດ້ຮັບວັກຊີນປ້ອງກັນ ສາມາດຖືກກະຕຸ້ນ ພູມປ້ອງກັນ (ເມັດເລືອດຂາວໃຫ້ເພີ່ມຂື້ນ) ເພື່ອຕ້ານກັບ ການຕິດເຊື້ອ COVID-19 ໄດ້.

 

ດັ່ງນັ້ນ, ຈຶ່ງຮຽກຮ້ອງມາຍັງ ອໍານາດການປົກຄອງທ້ອງຖິ່ນ, ພະແນກສາທາລະນະສຸກແຂວງ ກໍ່ຄື ພະແນກການອື່ນໆ ລົງກວດກາ, ຊີ້ນໍາຢ່າງໃກ້ຊິດໃນບັ້ນສັກຢາປ້ອງກັນໃນແຂວງຂອງທ່ານວ່າບັນລຸໃນເປົ້າໝາຍທີ່ໄດ້ວາງໄວ້ຫຼືບໍ. ຖ້າບໍ່ທັນບັນລຸກໍ່ໃຫ້ຮີບຮ້ອນເລັ່ງຂະບວນການສັກຢາໃຫ້ບັນລຸຄາດໝາຍທີ່ທາງກະຊວງສາທາລະນະສຸກໄດ້ວາງໄວ້ ທັງນີ້ກໍ່ເພື່ອ ປ້ອງກັນໂຕທ່ານເອງ, ຄົນໃນຄອບຄົວ, ປະຊາຊົນໃນແຂວງທ່ານ ແລະ ປະເທດຊາດ ຈາກການລະບາດຮອບທີ ສອງ ໂດຍໄວ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: laoedaily.com.la