ກຽມ​ຟື້ນ​ຟູ​ທຸ​ລະ​ກິດ​ທ່ອງ​ທ່ຽວ ຫລັງ​ພັກ​ລັດ​ກ່ຳ​ລັງຫາ​ແຜນ​ຊ່ວຍ​ເຫື​ລອ​ໄວໆ​ນີ້

SA Game

ພາບ: ຂ​ປ​ລ

​ລັດ​ຖະ​ບານ​ວາງແຜນຊ່ວຍຟື້ນທຸລະກິດທ່ອງທ່ຽວ​ຫລັງຈາກໂຄວິດ-19.

ດັ່ງ​ທີ່​ທຸກ​ຄົນ​ຮູ້​ກັນ​ດີ​ແລ້ວ​ວ່າ​ການ​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໄດ້​ສ້າງ​ຜົນ​ກະ​ທົບ​ໃຫ້​ທົ່ວ​ທຸກ​ກິດ​ຈະ​ການ ໂດຍ​ສະ​ເພາະ​ກໍ​ແມ່ນ​ທຸ​ລະ​ກິດ​ຂະ​ແໜງ​ທ່ອງ​ທ່ຽວ, ເຊິງ​ບໍ່​ວ່າ​ຈະ​ຢູ່​ໃສ່​ກໍ​ຕາມ​ທຸ​ລະ​ກິດ​ທ່ອງ​ທ່ຽວ​ແມ່ນ​ຕ້ອງ​ໄດ້​ຢຸດ​ສະ​ງັດ​ລົງ​ໝົດ ເນືອງ​ຈາກ​ມາດ​ຕະ​ການ​ຕ່າງ​ໆ ແລະ ການ​ລັອກ​ດາວ​ທົ່ວ​ປະ​ເທດ.

ດັ່ງ​ນັ້ນ, ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ຄົ້ນຄວ້າທິດທາງແຜນ ການຈໍານວນໜຶ່ງ ເພື່ອຊ່ວຍຟື້ນຟູບັນດາຜູ້ປະກອບການທຸລະກິດທ່ອງທ່ຽວ ທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ຮອບໃໝ່ ຢູ່ປະເທດເຮົາໃນຕໍ່ໜ້າແລ້ວ ແລະ ແຜນການດັ່ງກ່າວກຳລັງຢູ່ໃນໄລຍະ ລໍຖ້າລັດຖະບານພິຈາລະນາຮັບຮອງຕາມຄວາມເໝາະສົມໃນໄວໆນີ້.

SA Game
ພາບ: ຂ​ປ​ລ

ບັນຫາດັ່ງກ່າວ, ໄດ້ຮັບການລາຍງານຈາກທ່ານ ສະຫວັນຄອນ ລາຊະມຸນຕີ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໃນວັນທີ 9 ພຶດສະ ພາ 2021 ແລະ ທ່ານຍັງໃຫ້ຮູ້ອີກວ່າ:

ການລະບາດຂອງພະຍາດໂຄວິດ-19 ຄັ້ງນີ້, ໄດ້ສົ່ງຜົນກະທົບບໍ່ໜ້ອຍຕໍ່ຂະແໜງທ່ອງທ່ຽວ ແລະ ກະຊວງກ່ຽວຂ້ອງໄດ້ພະຍາຍາມສຸດຂີດໃນການຊອກຊ່ອງທາງຊ່ວຍເຫລືອ ເພື່ອຫລຸດຜ່ອນຜົນກະທົບແກ່ຜູ້ປະກອບການ ແລະ ຜູ້ອອກແຮງງານໃນຂະແໜງດັ່ງກ່າວ ໂດຍໄດ້ເກັບກຳຂໍ້ມູນຜົນກະທົບ ກໍຄື ຂໍ້ສະເໜີຂອງຜູ້ປະກອບການ ແລະ ນຳສະເໜີຕໍ່ຄະນະສະເພາະກິດ ແກ້ໄຂຜົນກະທົບທາງດ້ານເສດຖະ ກິດ ພິຈາລະນາຫາທາງແກ້ໄຂຕາມຄວາມສາມາດຕົວຈິງ ເນື່ອງຈາກວ່າທຸລະກິດທ່ອງທ່ຽວໄດ້ຕິດພັນກັບຫລາຍຂະແໜງການ. ສະນັ້ນຈຶ່ງຕ້ອງມີການປະສານງານຢ່າງລະອຽດ ເພື່ອແກ້ໄຂຜົນກະທົບຕົວຈິງ ແລະ ໃຊ້ເວລາພໍສົມຄວນ.

ສ່ວນການຊ່ວຍເຫລືອແກ້ໄຂຜົນກະທົບໃນບາງດ້ານນັ້ນ, ລັດຖະບານ ກໍຄື ກະຊວງທີ່ກ່ຽວຂ້ອງຈຳນວນໜຶ່ງກໍໄດ້ມີແຈ້ງການອອກໄປແລ້ວ ເປັນຕົ້ນ ຫລຸດຄ່ານໍ້າ, ຄ່າໄຟ, ຫລຸດດອກເບຍ ຫລື ໂຍະຍານຜ່ອນຜັນແກ່ຍາວເວລາໃນການສຳຫລະໜີ້ສິນ ແລະ ອື່ນໆ.ສ່ວນການຟື້ນຟູໃນຕໍ່ໜ້າ ກະຊວງກ່ຽວຂ້ອງໄດ້ມີທິດທາງແຜນການຈຳນວນໜຶ່ງໄວ້ແລ້ວ ທີ່ໄດ້ສະເໜີລັດຖະບານ ແລະ ຂໍການຮ່ວມມືຊ່ວຍເຫລືອຈາກອົງການຈັດຕັ້ງສາກົນກ່ຽວຂ້ອງເປັນຕົ້ນ ແມ່ນຫາແຫລ່ງທຶນເພື່ອມາຟື້ນຟູ, ພັດທະນາທຸລະກິດດ້ານການທ່ອງທ່ຽວ, ສ້າງແຜນກິດຈະກຳຫລາຍຮູບແບບສົ່ງເສີມລາວທ່ຽວລາວ ພາຍຫລັງສາມາດຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ແລ້ວ, ຈັດກຸ່ມນັກທ່ອງທ່ຽວຈາກປະເທດທີ່ບໍ່ມີການລະ ບາດມາທ່ຽວລາວ, ເພີ່ມທະວີການໂຄສະນາການທ່ອງທ່ຽວໃນຫລາຍຮູບການ ແລະ ອື່ນໆ. ສ່ວນລາຍລະອຽດແຕ່ລະແຜນການ ຫລື ມາດຕະການໃດທີ່ໄດ້ຮັບການຮັບຮອງຈັດຕັ້ງປະຕິບັດນັ້ນຈະແຈ້ງໃຫ້ຊາບຕາມພາຍຫລັງ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ຂປລ.