​ສວຍ​ງາມ! ມາ​ເບິ່ງ​ອີກ​ໜຶ່ງ​ບ່ອນ​ພັກ​ໃນ​ເສັ້ນ​ທາງ​ທ່ອງ​ທ່ຽວ​ສີ​ຂຽວ

SA Game

ຂ​ປ​ລ.

ສະ​ຖານ​ທີ່​ພັກ​ຜ່ອນ ໜຶ່ງໃນເຮືອນພັກທີ່ເຂົ້າຮ່ວມໃນເສັ້ນທາງທ່ອງທ່ຽວສີຂຽວ.

ການ​ທ່ອງ​ທ່ຽວ​ໃນ ສ​ປ​ປ ລາວ​ ກ່ຳ​ລັງ​ຈະ​ເປີດ​ກ້​ວາງ​ອີກ​ຄັ້ງ​ຫລັງ​ຈາກ​ສູ້​ກັບ​ການ​ແຜ່​ລະ​ບາດ​ຂອງ​ໂຄວິດ-19ມ​າ​ດົນ, ເມື່ອເວົ້າເຖິງເວລາເດີນທາງໄປທ່ອງທ່ຽວໃນສະຖານທີ່ຕ່າງໆ ທີ່ຂາດບໍ່ໄດ້ ກໍຄື ສະຖານພັກຜ່ອນ, ໃນນັ້ນ ມາຍດຣິມ ຣີສອດ ກໍເປັນສະຖານທີ່ພັກຜ່ອນອີກແຫ່ງໜຶ່ງ ທີ່ນັກທ່ອງທ່ຽວຄວນໄປສຳຜັດບັນຍາກາດ ແຄມແມ່ນໍ້າຄານ ເຂດບ້ານເມືອງງາ ສົ້ນຂົວເກົ່າ ເມືອງຫລວງພະບາງ.

ທ່ານ ສົມນຶກ ບຸນສາ ເຈົ້າຂອງມາຍດຣິມ ຣີສອດ ໄດ້ໃຫ້ຮູ້ວ່າ:

ເມືອງຫລວງພະບາງເປັນເມືອງທ່ອງທ່ຽວອັນດັບຕົ້ນໆຂອງປະເທດລາວ, ການລະບາດຂອງພະຍາດໂຄວິດ-19 ນີ້ ແມ່ນໄດ້ຮັບຜົນກະທົບ ໂດຍສະເພາະໂຮງແຮມ, ຮ້ານອາຫານ ແລະ ວຽກການບໍລິການທຸກໆຢ່າງ ແມ່ນໄດ້ຮັບກະທົບຢ່າງໜັກ.

SA Game
ຂ​ປ​ລ.

ສຳລັບກິດຈະການຂອງຂ້າພະເຈົ້າກະພໍຢູ່ໄດ້ ເນື່ອງຈາກວ່າເຮົາເປັນຜູ້ປະກອບການດ້ວຍທຶນຂອງຕົນເອງ 100% ແລະ ບວກກັບປະສົບການໃນການບໍລິຫານຊ່ວງວິກິດທີ່ຜ່ານມາ ເພື່ອໃຫ້ຜ່ານພົ້ນໄປໃຫ້ໄດ້, ໃນຊ່ວງການແພ່ລະບາດຂອງພະຍາດໂຄວິດ-19 ເຮົາໄດ້ຮຽນຮູ້ຫລາຍຢ່າງ ໄດ້ມີການວາງແຜນ ແລະ ໄດ້ມືກັບຫົວໜ່ວຍທຸລະກິດຕ່າງໆ ເພື່ອຫັນວິກິດໃຫ້ເປັນໂອກາດ ເນື່ອງຈາກວ່າໄດ້ປິດການບໍລິການຣີສອດຊົວຄາວ ຈຶ່ງຫັນມາເຮັດກະສິກຳປະສົມປະສານ ເພື່ອຫລຸດ ຜ່ອນຄ່າໃຊ້ຈ່າຍ.

SA Game
ຂ​ປ​ລ.

ທ່ານ ສົມນຶກ ບຸນສາ ໃຫ້ຮູ້ອີກວ່າ: ໃນໂອກາດເປີດຮັບນັກທ່ອງທ່ຽວຕ່າງປະເທດ ເຂົ້າມາທ່ອງທ່ຽວໃນເຂດສີຂຽວ ໃນວັນທີ 1 ມັງກອນ 2022 ທີ່ຈະມາເຖິງນີ້, ມາຍດຣິມຣີສອດ ຂອງພວກເຮົາ ມີຄວາມພ້ອມຮອງຮັບທຸກດ້ານ 100%, ເຊິ່ງຣີສອດຂອງພວກເຮົາໂດຍເນັ້ນທຳມະຊາດເປັນສ່ວນໃຫຍ່ ມີຕົ້ນໄມ້ຫລາຍ ແລະ ສ້າງແບບບໍ່ໃຫ້ມັນຄືໂຮງແຮມ ແຕ່ໃຫ້ມັນເປັນເຮືອນຫລັງທີ່ສອງຂອງລູກຄ້າ, ເມື່ອລູກຄ້າມາແລ້ວໄດ້ພັກຜ່ອນຄືເຮືອນຂອງໂຕເອງ ແລະ ເປັນເອກະລັກຂອງຫລວງພະບາງຄື: ເຮືອນຊົງລາວ ແລະ ໃນໄລຍະນີ້, ຖ້າວ່າລູກຄ້າເຂົ້າມາພັກ ຈະໄດ້ຮັບສ່ວນຫລຸດ 60%, ລູກຄ້າສາມາດສອບຖາມຂໍ້ມູນເພີ່ມເຕີມໄດ້ດ່ວນ​ເລີຍ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ຂ​ປ​ລ.