ກ​ຽມ​ພັດ​ທະ​ນາຕາດ​ລຸນ​ໃຫ້​ເປັນ​ແຫຼ່ງ​ທ່ອງ​ທ່ຽວ​ຂອງ​ແຂວງ​ຫົວ​ພັນ

medialaos.comຳ

ເມືອງຮ້ຽມ ແຂວງຫົວພັນວາງ​ແຜນພັດທະນາແຫຼ່ງທ່ອງທ່ຽວຕາດລຸນ.

ວັນທີ 2 ກໍລະກົດ 2021 ທີ່ຜ່ານ​ມາ ເມືອງຮ້ຽມ ແຂວງຫົວພັນໄດ້ຈັດຂຶ້ນໃນກອງປະຊຸມ ຜ່ານແຜນພັດທະນາແຫຼ່ງທ່ອງທ່ຽວຕາດລຸນ ໂດຍການເຂົ້າຮ່ວມຂອງ ທ່ານ ໄຫວທອງ ບຸນມະນີວັນ ຮອງເລຂາພັກເມືອງ, ທ່ານ ພູວັນ ເພັດມີໄຊ ຮອງຫົວໜ້າ ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຫົວພັນ ພ້ອມດ້ວຍຄະນະຮັບຜິດຊອບຂຽນແຜນຂັ້ນແຂວງ, ຂັ້ນເມືອງ, ຂັ້ນບ້ານ ແລະ ຫ້ອງການທີ່ກ່ຽວຂ້ອງເຂົ້າຮ່ວມ.

ແຫຼ່ງທ່ອງທ່ຽວຕາດລຸນ ບ້ານ ແທນຮີ້ງ ເມືອງຮ້ຽມ ແຂວງຫົວພັນ ຕັ້ງຢູ່ຫ່າງຈາກເທດສະບານເມືອງປະມານ 4 ກິໂລແມັດມີເສັ້ນທາງເຂົ້າເຖິງເປັນທາງດິນແດງ, ເປັນແຫຼ່ງທ່ອງທ່ຽວທຳມະຊາດທີ່ໂດດເດັ່ນອັນດັບຕົ້ນໆຂອງເມືອງຮ້ຽມ, ມີຫີນສວຍງາມຫຼາຍຊັ້ນ, ຫຼາຍພັກໃຫ້ນັກທ່ອງທ່ຽວສາມາດເລືອກທ່ຽວຊົມໄດ້, ບາງບ່ອນເປັນນ້ຳໃສໄຫຼຜ່ານພະລານຫີນ, ບາງບ່ອນເປັນວັງນ້ຳ, ຕາດບາງບ່ອນເປັນຕາດທີ່ມີຄວາມສູງປະມານ 10-20ແມັດ.

SA Game
medialaos.com
ກອງປະຊຸມຄັ້ງນີ້ໄດ້ຍົກໃຫ້ເຫັນ ສະພາບທົ່ວໄປຂອງແຫຼ່ງທ່ອງທ່ຽວ, ວິເຄາະສະພາບພາຍໃນ ແລະ ພາຍນອກ, ຈຸດດີ, ຈຸດອ່ອນ, ໂອກາດ, ສິ່ງທ້າທາຍ ແລະ ໄດ້ກຳນົດກິດຈະກຳການທ່ອງທ່ຽວພາຍໃນແຫຼ່ງທ່ອງທ່ຽວເຊິ່ງມີ: ຈຸດອາບນ້ຳທຳມະຊາດ, ກິນເຂົ້າປ່າ, ຈຸດຖ່າຍຮູບ, ຢ້ຽມຊົມເຂື່ອນເພື່ອເປັນແຫຼ່ງຮຽນຮູ້ຂອງນ້ອງນັກຮຽນ ກ່ຽວກັບການຜະລິດພະລັງງານໄຟຟ້າ, ຂີ່ກົງເບັງ ແລະ ຂີ່ເປັດເທິງໜ້າເຂື່ອນ, ຂີ່ໂອ່ນຊາ, ເປັນແຫຼ່ງຮຽນຮູ້ການເຮັດນາຕາມລະດູການສຳລັບນັກທ່ອງທ່ຽວ, ຂີ່ລົດຖີບແບບພະຈົນໄພ, ແຜນພັດທະນາຕາດລຸນມີທັງໝົດ 6 ແຜນງານ ແລະ 26 ໂຄງການ. ຈາກນັ້ນໄດ້ຍັງໄດ້ພ້ອມກັນປະກອບຄຳຄິດຄຳເຫັນເພື່ອເຮັດໃຫ້ຮ່າງແຜນພັດທະນາແຫຼ່ງທ່ອງທ່ຽວຕາດລຸນມີເນື້ອໃນຄົບຖ້ວນສົມບູນ.

ຈຸດປະສົງ ກໍເພື່ອສ້າງສິ່ງອຳນາວຍຄວາມສະດວກ ແລະ ຮອງຮັບນັກທ່ອງທ່ຽວ, ເຮັດໃຫ້ແຫຼ່ງທ່ອງທ່ຽວຕາດລຸນກາຍເປັນແຫຼ່ງທ່ອງທ່ຽວທຳມະຊາດ, ຕິດພັນກັບເຄື່ອນໄຟຟ້າທີ່ດຶງດູດຄວາມສົນໃຈຂອງນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ, ເປັນການພັດທະນາກິດຈະກຳທີຫຼາກຫຼາຍ ແລະ ມີຄວາມຍືນຍົງ ຕິດພັນກັບການອະນຸລັກສິ່ງແວດລ້ອມ ແລະ ສົ່ງເສີມການທ່ອງທ່ຽວພາຍໃນສ້າງເງື່ອນໄຂໃຫ້ບ້ານໃກ້ຄຽງກໍຄືເມືອງຮ້ຽມມີລາຍຮັບຈາກການທ່ອງທ່ຽວນັບມື້ເພີ່ມຂື້ນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: medialaos.com