ໜອງຂຽວ ເມືອງງອຍ ສະຖານທີ່ທີ່ນັກທ່ອງທຽວຕ້ອງໄດ້ໄປສຳພັດ.

SA Game

ພາບ​: laophattananews.com

ໜອງຂຽວ ເມືອງງອຍ ກັບ​ທຳມະຊາດອັນ​ສົດ​ຊື່ນ ແລະ ສວຍ​ງາມ.

ໜອງ​ຂຽວ ເມືອງງອຍ ຖື​ວ່າ​ເປັນເມືອງ​ທຳ​ມະ​ຊາດ​ທີ່​ສວຍ​ງາມ​ຫລາຍ ແລະ ເປັນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ສວຍ​ງາມ​ທີ່​ສຸດ, ເຊິງ​ນັກ​ທ່ອງ​ທ່ຽວ​ຫລາຍໆ​ທ່ານ ທັງ​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ນິ​ຍົມ​ກັນ​ໄປ, ເປັນ​ຕົ້ນ​ແມ່ນ​ຊາວ​ຕ່າງ​ຊາດ​ທີ່​ໄດ້​ຄົ້ນ​ພົບ​ທາງ​ເວັບ​ໄຊ​ຕ່າງໆ ເຫັນ​ໄດ້​ເຖິງ​ຄວາມ​ງົດ​ງາມ​ທາງ​ທຳ​ມະ​ຊາດ ແລະ ວັດ​ທະ​ນາ​ທຳ ເຊິງ​ບໍ່​ໄດ້​ນ້ອຍ​ໜ້າ​ວັງ​ວຽງ​ເລີຍ.

ສະຖານທີ່ທ່ອງທ່ຽວທໍາມະຊາດໜອງຂຽວເປັນ​ສະ​ຖານ​ທີ່ທີ່ອອ້ມຮອບໄປດ້ວຍ ພູຜາຫີນປູນອັນສູງຊັນ ລຽນກັນເປັນຖັ້ນເປັນແຖວ ເຊິ່ງປົກຄຸມໄປດ້ວຍປ່າໄມ້ ອັນດົກໜາຂຽວງາມຕະ ຫຼອດປີເຮັດໃຫ້ອາກາດ ເຂດນີ້ມີຄວາມປອດໂປ່ງ ສົດໃສດີເໝາະແກ່ການມາ ທ່ອງທ່ຽວ ແລະ ພັກຜ່ອນຢ່ອນໃຈ.

SA Game
ພາບ​: laophattananews.com

ໜອງຂຽວຕັ້ງຢູ່ແຄມ ແມ່ນໍ້າອູທີ່ຂຶ້ນກັບ ເມືອງ ງອຍ, ແຂວງຫຼວງພະບາງ ມີຂົວເກົ່າແກ່ຂ້າມນໍ້າອູຖືກ ສ້າງຂຶ້ນໃນປີ ຄ.ສ 1973, ເປັນສະຖານທີ່ທ່ອງທ່ຽວ ຖືກຄົ້ນພົບມາເປັນເວລາ ເກືອບ 50ປີແລ້ວ, ມັນມີ ຄວາມໂດດເດັ່ນ ແລະ ໜ້າປະ ທັບໃຈຫຼາຍ ສຳລັບ ນັກທ່ອງ ທ່ຽວທັງພາຍໃນ ແລະ ຕ່າງ ປະເທດເປັນຈຳນວນບໍ່ໜ້ອຍ ມາຮອດ ປັດຈຸບັນ ສະຖານ ທີ່ ທ່ອງທ່ຽວແຫ່ງນີ້ມາໄດ້ມີ ການພັດທະນາໂດດເດັ່ນຂຶ້ນມີລະບົບໄຟຟ້າ ແລະ ນໍ້າບາ ດານເຂົ້າໄປເຖິງທຸກບ່ອນ ພ້ອມທັງສິ່ງເອື້ອອໍານວຍ ຄວາມສະດວກອື່ນໆ ອີກເພື່ອ ຮອງຮັບໃຫ້ນັກທ່ອງທ່ຽວ ທີ່ມາທ່ຽວຊົມເຊັ່ນ: ປັບປຸງ ປົວແປງເສັ້ນທາງເຂົ້າ- ອອກ ໃຫ້ສະດວກສະບາຍຂຶ້ນກວ່າເກົ່າ, ປົວແປງສະຖານທີ່ຝາກ ລົດ, ກໍ່ສ້າງສະຖານທີ່ພັກ ແຮມ, ຮ້ານອາຫານ-ກິນດື່ມ ແລະ ສະຖານທີ່ຊົມວີວຕ່າງໆ. ເຖິງແມ່ນວ່າເຂດໜອງຂຽວຈະໄດ້ຮັບການພັດທະນາມາຫຼາຍແລ້ວກໍຕາມ, ແຕ່ກໍຍັງ ຄົງຮັກສາໄວ້ໄດ້ຄວາມສວຍສົດງົດງາມແບບທໍາມະຊາດທີ່ເປັນເອກກະລັກສະເພາະ ດັ້ງເດີມຂອງມັນ.

SA Game
ພາບ​: laophattananews.com

ພາຍຫຼັງໄດ້ມາ ທ່ຽວຊົມ ໜອງຂຽວແລ້ວ ເຮົາສາມາດ ຂີ່ເຮືອ ຂຶ້ນໄປຕາມລໍາແມ່ນໍ້າ ອູດ້ວຍການ ຊົມທິວທັດທໍາ ມະຊາດປ່າໄມ້ສອງຟາກຝັ່ງທີ່ງົດງາມແລ້ວ ທ່ານຈະຮູ້ສຶກ ສົດຊື່ນແຈ່ມ ໃສທີ່ໄດ້ລ່ອງ ເຮືອໄປກັບສາຍນໍ້າທີ່ສົດ ໃສໄຫຼເຢັນດັ່ງກ່າວ ເຊິ່ງໃຊ້ ເວລາ ໃນການເດີນທາງປະ ມານ 1 ຊົ່ວໂມງ 30ນາທີ ທ່ານກໍຈະຮອດເມືອງງອຍ ເກົ່າ ແລະ ຢູ່ທີ່ນັ້ນ, ທ່ານ ກໍ ຈະໄດ້ສໍາພັດກັບການດຳລົງຊີວິດແບບດັ່ງເດີມຂອງຊາວບ້ານ ແລະ ໄດ້ຊິມລົດຊາດ ຂອງອາຫານພື້ນບ້ານໄດ້ ຢ່າງແຊບຊ້ອຍອີກ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: laophattananews.com