ຕ້ອງ​ໄດ້​ໄປ! ຕາດ​ຄາ​ ຕາດ​ທຳ​ມະ​ຊາດ​ທີ່​ສວຍ​ງາມ​ທີ່​ສຸດ​ຂອງ​ຊຽງ​ຂວາງ

SA Game

ພະແນກ ຖວທ ແຂວງຊຽງຂວາງ

“ຕາດຄາ” ແຂວງ​ຊຽງ​ຂວາງ ຕາດທີ່ມີຄວາມສູງ ແລະ ຄວາມສວຍງາມທີ່ສຸດຂອງແຂວງ.

ສາວຊຽງ​ຂວາງທັງ​ງາມ​ທັງ​ເກັ່ງ, ແຂວງ​ຊຽງ​ຂວາງ​ຍັງ​ມີ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ຫລາຍໆ​ແຫ່ງ​ທີ່​ສວຍ​ງາມ ແລະ ໜ້າ​ທ່ຽວ​ຊົມ, ແລະ ຕາດຄາ ກໍເປັນຕາດທໍາມະຊາດໜຶ່ງທີ່ມີຄວາມສວຍງາມ ແລະ ສູງທີ່ສຸດຂອງແຂວງຊຽງຂວາງ ຕັ້ງຢູ່ບ້ານຄັງພະນຽນ ເມືອງໜອງແຮດ, ຫ່າງຈາກເທສະບານເມືອງແປກ ປະມານ 104 ກິໂລແມັດ ຕາມເສັ້ນທາງເລກ 7 ແລະ ຫ່າງຈາກເສັ້ນທາງດັ່ງກ່າວເຂົ້າສູ່ແຫຼ່ງທ່ອງທ່ຽວ ປະມານ 5 ກິໂລແມັດ ເປັນທາງປູດ້ວຍຫີນ.

ຕາດຄາ ເປັນຕາດທີ່ມີຄວາມສວຍງາມເປັນຢ່າງຍິ່ງ ເພາະນໍ້າຂາວໃສສະອາດທີ່ອອກຈາກຮູຜາໄຫຼລົງມາໂຕນໃສ່ຕາດທີ່ເປັນຫຼາຍຂັ້ນ ກະແຈກກະຈາຍທີ່ມີ ຄວາມສູງ ປະມານ 141 ແມັດ ເຊິ່ງແບ່ງເປັນ 3 ຕາດ ໂດຍຈຸດຕົ້ນນໍ້າຫາຈຸດພັກທີ 3 ມີຄວາມສູງປະມານ 81 ແມັດ ແລະ ຕາດທີ 3 ລົງຮອດຕີນຕາດສູງ 60 ແມັດ ກວ້າງ 40 – 50 ແມັດ, ມີຂັ້ນໄດຍ່າງຕໍ່ກັນເປັນຂັ້ນໆເຊື່ອມຕໍ່ຕາດແຕ່ລະຂັ້ນຢ່າງງາມຕາ.

SA Game
ພະແນກ ຖວທ ແຂວງຊຽງຂວາງ

ຕາມການເລົ່າຂານກັນມາໃນສະໄໝກ່ອນ ຕາດແຫ່ງນີ້ເປັນຕາດຫວງຫ້າມສຳລັບຜູ້ຍິງ ແລະ ຫ້າມຈູງສັດຕ່າງໆມາຂ້າມຕາດແຫ່ງນີ້ ເພາະຫາກຜູ້ຍິງຄົນໃດໄດ້ມາຂ້າມແມ່ນໍ້າແຫ່ງນີ້ແລ້ວກໍຈະບໍ່ສາມາດມີລູກ ຫຼື ຫຼຸລູກ.

ນອກນັ້ນ, ຫາກໃຜຈູງສັດໂດຍສະເພາະແມ່ນໝາ ແລະ ແບ້ ຂ້າມນໍ້າແຫ່ງນີ້ແມ່ນຈະກໍ່ໃຫ້ເກີດໄພພິບັດ ເພາະຜິດກັບພະຍານາກ. ດັ່ງນັ້ນ, ຈຶ່ງໃສ່ຊື່ວ່າ “ ຕາດຄາ ” ເພາະຜູ້ຍິງ ແລະ ສັດບາງຊະນິດບໍ່ສາມາດຂ້າມໄດ້ ແລະ ຕ້ອງຄາຢູ່ທີ່ນີ້ນັ້ນເອງ.

ຕາດຄາ ເປັນຕາດທີ່ມີຄວາມສວຍງາມພາຍໃນຕາດ ແລະ ອ້ອມຂ້າງບໍລິເວນຕາດເປັນທຳມະຊາດທີ່ອຸດົມສົມບູນ, ມີປ່າໄມ້ທີ່ຂຽວກະຈີງົດງາມຍິ່ງ, ປະກອບດ້ວຍຕົ້ນໄມ້ນ້ອຍໃຫຍ່ ລວມທັງຊີວະນາໆພັນອາໄສຢູ່ ແລະ ໄດ້ເລີ່ມເປີດບໍລິການເປັນແຫຼ່ງທ່ອງທ່ຽວຕັ້ງແຕ່ປີ 2005 ເປັນຕົ້ນມາ. ການເຂົ້າຫາແຫຼ່ງທ່ອງທ່ຽວແຫ່ງນີ້ນັກທ່ອງທ່ຽວຈະຕ້ອງໄດ້ຊື້ປີ້, ຄົນລາວລາຄາ 5 ພັນກີບ ແລະ ຄົນຕ່າງປະເທດ 10 ພັນກີບຕໍ່ຄົນ.

SA Game
ພະແນກ ຖວທ ແຂວງຊຽງຂວາງ

ມາທ່ຽວຕາດແຫ່ງນີ້ນັກທ່ອງທ່ຽວຈະໄດ້ສຳຜັດກັບນໍ້າທີ່ໃສສະອາດ, ອາກາດທີ່ສົດຊື່ນເຢັນສະບາຍ, ເພີດເພີນກັບບັນຍາກາດທີ່ຜ່ອນຄາຍຍິ່ງໜັກ, ໄດ້ສຳຜັດທ່ຽວຊົມຄວາມສວຍງາມທີ່ແຕກຕ່າງກັນຂອງຕາດ 3 ຈຸດ ໂດຍຄ່ອຍໆຍ່າງຂຶ້ນຕາມເສັ້ນທາງຂ້າງຕາດ ຫຼື ຂຶ້ນມາຕາມຕາດເລີຍ ເພື່ອສຳຜັດສາຍນໍ້າທີ່ເຢັນສົດຊື່ນເມື່ອນໍ້າຕົກກະເດັນໃສ່, ພ້ອມທັງສາມາດຫຼິ້ນນໍ້າເຂົ້າໄປນັ່ງໃນກ້ອງຕາດທີ່ມີນໍ້າໄຫຼຜ່ານຢ່າງໜ້າຕື່ນຕາຕື່ນໃຈ ເໝາະສຳລັບຜູ້ທີ່ມັກການທ່ອງທ່ຽວທີ່ມັກຜະຈົນໄພທີ່ສຸດເລີຍ.

ຕາດແຫ່ງນີ້ເປັນຕາດທີ່ມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໃຫ້ຄວາມສົນໃຈຫຼາຍໃນການມາທ່ຽວ ກໍຄືສຶກສາຮຽນຮູ້ຄົ້ນຄວ້າຊີວະນາໆພັນໃນການພັກຜ່ອນຢ່ອນໃຈ. ສຳລັບລະດູການທີ່ນັກທ່ອງທ່ຽວມາຫຼາຍທີ່ສຸດແມ່ນໃນລະຫວ່າງເດືອນມີນາ ຫາ ພຶດສະພາ ຫຼື ປີໃໝ່ລາວທີ່ອາກາດຮ້ອນເອົ້າ. ນອກນັ້ນ, ໃນລະດູຝົນຕາດແຫ່ງນີ້ຍິ່ງມີຄວາມສວຍງາມ, ແຕ່ເໝາະສໍາລັບການທ່ອງທ່ຽວຜະຈົນໄພສຶກສາຄົ້ນຄວ້າທາງທຳມະຊາດ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ພະແນກ ຖວທ ແຂວງຊຽງຂວາງ.