ໄຫ​ບູ​ຮານ​ເກົ່າ​ແກ່ 5 ໜ່ວຍ​ຄົ້ນ​ພົບ​ຢູ່​ພ​ຣະ​ທາດ​ອີງ​ຮັງ ສະ​ຫວັນ​ນະ​ເຂດ

SA Game

ພາບ: ອິນ​ໄຊ​ລາວ.

​ຄົ້ນ​ພົບ​ວັດ​ຖຸບ​ູ​ຮານ​ທີ່​ພ​ຣະ​ທາດ​ອີງ​ຮັງ ລໍຖ້າກົມມໍລະດົກວິທະຍາພິສູດ.

ພ​ຣະ​ທາດ​ອີງ​ຮັງ​ຖື​ວ່າ​ເປັນ​ອີກ​ໜຶ່ງ​ສະ​ຖານ​ທີ່​ສັກ​ສິດ ແລະ ມີ​ຜູ້​ທີ່​ມີ​ກາບ​ໄຫວ້​ຂໍ​ພອນ​ຕ່າງໆ​ຈາກ​ພ​ຣະ​ທາດ​ອີງ​ຮັງ ທັງ​ເປັນ​ບ່ອນ​ທ່ຽວ​ຊົມ​ຂອງ​ນັກ​ທ່ອງ​ທ່ຽວ ແລະ ປະ​ຕິ​ບັດ​ຮີດ​ຄອງ​ປະ​ເພ​ນີ​ມາ​ແຕ່​ລ​ຸ້ນ​ປູ່​ລຸ້ນ​ຢາ​ຈົນ​ມາ​ເຖິງ​ປະ​ຈຸ​ບັນ​ນີ້, ເຊິງ​ແຕ່​ລະ​ປະ​ຈະ​ມີ​ງານ​ບຸນ​ພ​ຣະ​ທາດ​ອີງ​ຮັງ​ຈັດ​ຂື້ນ​ທຸກໆ​ປີ.

ລ້າ​ສຸດ​ຕາມ​ການ​ລາຍ​ງານ​ວ່າ ໄດ້​ພົບ​ວັດ​ຖຸ​ບູ​ຮານ​ເປັນ​ໄຫ​ເກົ່າ​ແກ່​ຈ່ຳ​ນວນ 5 ໜ່ວຍ​ຢູ່​ໃກ້​ກັບ​ພ​ຣ​ະ​ທາດ​ອີງ​ຮັງ​ນີ້, ທ່ານ ຄໍາເຜີຍ ຜັນທະຈອນ ປະທານສະພາປະຊາຊົນແຂວງ, ທ່ານ ຄໍາພູນ ຕຸໄພທູນ ຮອງເຈົ້າແຂວງສະົຫວັນນະເຂດ ພ້ອມດ້ວຍເຈົ້າຄອງນະຄອນໄກສອນ ແລະພາກສ່ວນກ່ຽວຂ້ອງ ໄດ້ລົງເບິ່ງວັດຖຸບູຮານເກົ່າແກ່ ທີ່ພົບຢູ່ບໍລິເວນກຳແພງແກ້ວດ້ານຕາເວັນອອກຂອງອົງພຣະທາດອີງຮັງ. ພາຍຫຼັງການພົບວັດຖຸບູຮານເກົ່າແກ່ 2 ຄັ້ງຄື: ຄັ້ງວັນທີ 27 ກັນຍາ ແລະຄັ້ງທີ 2 ໃນວັນ 11 ຕຸລາຜ່ານມາ.

SA Game
ພາບ: ອິນ​ໄຊ​ລາວ.

ວັດຖຸບູຮານທີ່ພົບນີ້ ປະກອບມີໄຫທັງໝົດ 7 ໜ່ວຍ ໃນນັ້ນ ແຕກໄປແລ້ວໃນເວລາຄົ້ນພົບ 2 ໜ່ວຍ ແລະໄດ້ຂຶ້ນທະບຽນໄປຈໍານວນຫຼາຍລາຍການເຊັ່ນ: ເງິນດາບ 6 ອັນ, ກະດິ່ງ 2 ໜ່ວຍ, ໂຖທອງ 3 ອັນ, ໄຫດິນ 8 ໜ່ວຍ, ພະພຸດທະຮູບຄ້າຍຄືຄໍາ ຂະໜາດນ້ອຍ 5 ອົງ, ພະພຸດທະຮູບສ້າງດ້ວຍໄມ້ 6 ອົງ, ພະພຸດທະຮູບທີ່ເຮັດດ້ວຍທອງສໍາລິດ 20 ອົງ, ເສດກະສັດ 3 ອັນ, ຜັງຮາດທອງສໍາລິດ 1 ໜ່ວຍ, ແຊັ່ງທອງສໍາລິດ 6 ໜ່ວຍ, ຄ້ອງນ້ອຍທອງສໍາລິດ 1 ໜ່ວຍ, ເຝື້ອງທີ່ແຕກບໍ່ນັບຈໍານວນ, ເສດຊິ້ນຂອງຜັງຮາດທອງສໍາລິດ ແລະຊິ້ນສ່ວນຄ້ອງນ້ອຍ 4 ອັນ.

ສຳຫຼັບໄຫຈໍານວນ 5 ໜ່ວຍ ທີ່ບໍ່ແຕກ ທ່ານ ຄໍາເຜີຍ ກ່າວວ່າ ຈະບໍ່ມີການເປີດເທື່ອ ຕ້ອງລໍຖ້າກົມມໍລະດົກວິທະຍາ ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະທ່ອງທ່ຽວ ມາພິສູດກ່ອນວ່າໄຫບູຮານດັ່ງກ່າວສ້າງຂຶ້ນໃນສະໄໝໃດ ຍ້ອນໄຫດັ່ງກ່າວມີຮູບລັກສະນະບໍ່ຄືກັນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ອີນ​ໄຊ​ລາວ.