ໄຟ​ເຊີ ອີກ​ໜຶ່ງວັກ​ຊີນ​ຄຸນ​ນະ​ພາບມາ​ຮອດ ສ​ປ​ປ ລາວ​ແລ້ວ.

SA Game

ພາບ: laodaily.com.la

ວັກຊີນໄຟເຊີມາ​ຮອດ​ລາວ​ແລ້ວກຽມພ້ອມສັກໃຫ້ 3 ກຸ່ມເປົ້າໝາຍບຸລິມະສິດ.

ໃນວັນທີ 2 ມິຖຸນານີ້ ວັກຊີນຟາຍເຊີ (Pfizer BioNTech) ໄດ້ຂົນສົ່ງມາຮອດລາວເປັນ​ທີ​ຮຽບ​ຮ້ອຍແລ້ວ ເຊິ່ງເປັນວັກຊີນກັນພະຍາດໂຄວິດ-19 ຊຸດໃໝ່ຈາກໂຄງການການຮ່ວມມືເພື່ອກັນພະຍາດໂຄວິດ-19 (COVAX Facility) ​ໃນ​ນັ້ນ​ໄດ້ປະກອບມີວັກຊີນຟາຍເຊີ (Pfizer BioNTech) ຈຳນວນ 100.620 ໂດສ.

​ສຳ​ລັບວັກຊີນຊຸດດັ່ງກ່າວເເມ່ນຈະໄດ້ນຳໄປສັກໃຫ້ປະຊາຊົນລາວຈຳນວນ 50.300 ຄົນ ທີ່ມີອາຍຸ 60 ປີຂຶ້ນໄປ ແລະ ເປັນພະຍາດຊໍ້າເຮື້ອ(ພະຍາດປະຈຳໂຕ) ວັກຊີນຊຸດໃໝ່ນີ້ ໄດ້ປະກອບສ່ວນຢ່າງຕັ້ງໜ້າແກ່ລັດຖະບານແຫ່ງ ສປປ ລາວ ໃນການບັນລຸເປົ້າໝາຍການສັກວັກຊີນກັນພະຍາດໂຄວິດ-19 ແກ່ປະຊາກອນໃຫ້ຈໍານວນ 50% ພາຍໃນປີ 2021.

SA Game
ພາບ: laodaily.com.la

ໂດຍລັດຖະບານແຫ່ງ ສປປ ລາວ ໄດ້ເສີມສ້າງຄວາມສາມາດຂອງລະບົບຄວາມເຢັນພິເສດໃນປະເທດໃຫ້ສາມາດຮອງຮັບວັກຊີນຟາຍເຊີ, ທີ່ຕ້ອງເກັບຮັກສາໃນອຸນຫະພູມເຢັນເຖິງ ລົບ 70 ອົງສາເຊນຊຽດ ເພື່ອຮັບປະກັນປະສິດທິພາບຂອງວັກຊີນ.

ສຳລັບວັກຊີນໂຄວິດໄຟເຊີ້ (Pfizer-covid vaccine) ຫຼື ມີຊື່ທາງການວ່າ BNT162b2 ເປັນວັກຊີນປ້ອງກັນພະຍາດໂຄວິດ-19 ທີ່ຄິດຄົ້ນໂດຍບໍລິສັດໄຟເຊີ້ (Pfizer) ຮ່ວມກັບບໍລິສັດສັນຊາດເຢຍລະມັນຊື່ໄບໂອເອັນເທັກ (BioNTech) ໂດຍຈາກການສຶກສາວັກຊີນໄຟເຊີ້ກັບຜູ້ເປັນອາສາສະໝັກກວ່າ 43.000 ຄົນ ພົບວ່າວັກຊີນໄຟເຊີ້ມີປະສິດທິພາບເຖິງ 95% ເຊິ່ງສູງກວ່າທີ່ອົງການອາຫານ ແລະ ຢາ ສະຫະລັດ (Food and Drug Adminitstation: FDA) ຕັ້ງໄວ້ໃນການອະນຸມັດສຸກເສີນຢູ່ທີ່ 50%.

ວັກຊີນໂຄວິດໄຟເຊີ້ກໍ່ຄືກັນກັບວັກຊິນຊະນິດອື່ນໆທີ່ຕ້ອງສັກທັງໝົດທັງໝົດ 2 ເຂັມ ໂດຍເຂັມທີ 2 ຫ່າງຈາກເຂັມທຳອິດ 21 ມື້ ໃຊ້ວິທີການສັກເຂົ້າກ້າມຊີ້ນຕົ້ນແຂນ.
ສຳລັບບ້ານເຮົາແລ້ວວັກຊິນຟາຍເຊີຈາກໂຄແວັກສ໌ຊຸດນີ້ ແມ່ນຈະມີ 3 ກຸ່ມບູລິມະສິດທີ່ຈະໄດ້ຮັບໄດ້ແກ່:

SA Game
UNICEF Laos.
  • 1. ຜູ້ສູງອາຍຸ 60 ປີ ຂື້ນໄປ ໃນນັ້ນຈະຕ້ອງໄດ້ກວດເບິ່ງບັດປະຈໍາຕົວ ຫຼື ສໍາມະໂນຄົວ ຫຼື ຫຼັກຖານຢືນຢັນອື່ນໆ ທີ່ບົ່ງບອກອາຍຸ ຢ່າງລະອຽດ
  • 2. ຜູ້ທີ່ມີພະຍາດປະຈໍາຕົວ* (18 ປີ ຂຶ້ນໄປ) ກຸ່ມນີ້ກໍ່ເຊັ່ນດຽວກັນຈະມີການກວດເບິ່ງຫຼັກຖານການປິ່ນປົວ ຫຼື ການບົ່ງມະຕິພະຍາດ ຫຼື ຢາທີ່ກິນເປັນປະຈໍາ (ໃຫ້ມີເອກະສານຢັ້ງຢືນປະຫວັດການປີ່ນປົວ) / ຜູ້ທີ່ມີນໍ້າໜັກມວນສານຮ່າງກາຍ (BMI) ເກີນ > 30
    BMI = ນໍ້າໜັກ/ສ່ວນສູງກຳລັງ 2. ຜູ້ທີ່ມີພະຍາດປະຈໍາຕົວທີ່ຈະໄດ້ຮັບພິຈາລະນາໃຫ້ສັກວັກຊີນຟາຍເຊີປະກອບມີ: ພະຍາດໝາກໄຂ່ຫຼັງ, ເບົາຫວານ, ພະຍາດຫົວໃຈ, ພະຍາດທາງເດີນຫາຍໃຈ, ພະຍາດຕັບ, ພະຍາດຕຸ້ຍ (BMI >30 kg/m2), ມະເຮັງ, ຜູ້ທີມີຄວາມປົກຜ່ອງທາງດ້ານພູ້ມຄູ້ມກັນ ລວມທັງຜູ້ທິມີການປ່ຽນຖ່າຍອະໄວຍະວະ, ຜຸ້ທີ່ມີຄວາມດັນເລືອດສູງ, ຜູ້ທີມີຄວາມຜິດປົກກະຕິທາງດ້ານພັນທຸກໍາມາແຕ່ກໍາເນີດ (Down syndrome)
  • 3. ພະນັກງານແພດ ຫຼື ພະນັກງານດ່ານ ເຈົ້າໜ້າທີ່ ທີ່ພາດໂອກາດສັກວັກຊີນຜ່ານມາ
ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: laoedaily.com