ຄິວ​ລົດ​ເມ​ສາຍ​ໃຕ້​ປິດ​ສະ​ຖາ​ນີ​ຫລັງ​ຈາກ​ພົບ​ວ່າ​ມີ​ຜູ້​ບໍ່​ໄດ້​ສັກ​ວັກ​ໄປ​ໃຊ້​ບໍ​ລິ​ການ

SA Game

ພາບ: laodaily.com.la

​ໂດຍ​ສານສາຍໃຕ້ແຈ້ງປິດສາຍຟ້າແລບຫຼັງມີແຕ່ຄົນບໍ່ສັກວັກຊີນໄປຂຶ້ນລົດ.

ຈາກ​ທີ່ລັດ​ຖະ​ບານ​ໄດ້​ອອກ​ແຈ້ງ​ການປະກາດອະນຸຍາດໃຫ້ເປີດການຂົນສົ່ງທັງທາງບົກ ແລະ ທາງອາກາດໄດ້​ພ້ອມ​ກັບ​ເງືອນ​ໄຂ​ຂອງ​ຜູ້​ໂດຍ​ສານ​ອະ​ນຸ​ມັດ​ໃຫ້​ສະ​ເພາະ​ຜູ້​ທີ່​ໄດ້​ສັກ​ວັກ​ຊິນ​ຄົບ​ສອງ​ເຂັມ​ເທົ່າ​ນັ້ນຈິງ​ສາ​ມາດ​ເດີນ​ທາງ​ໄດ້,  ເຊິງ​ໄດ້​ປະ​ກາດ​ແຈ້ງ​ການອອ​ກ​ໄປໃນວັນທີ 4 ມິຖຸນາຜ່ານມາ​ນີ້.

ສະຖານີຂົນສົ່ງສາຍໃຕ້ນັບວ່າເປັນຈຸດບໍລິການຂົນສົ່ງໂດຍສານທີ່ໃຫຍ່ສຸດຂອງນະຄອນຫຼວງວຽງຈັນ ມີລົດແລ່ນເຂົ້າອອກແຕ່ລະວັນຫຼາຍສິບຄັນ ນັບແຕ່ນະຄອນຫຼວງປະກາດລັອກດາວ ສາຍໃຕ້ເປັນຄີວລົດທຳອິດທີ່ປະກາດປະຕິບັດມາດຕະການຂອງລັດຖະບານ ແລະ ການລັອກດາວກໍ່ແກ່ຍາວມາເປັນຄັ້ງທີ 3-4 ຕິດຕໍ່ກັນເນື່ອງຈາກຜູ້ຕິດໂຄວິດໃນຊຸມຊົນບໍ່ໝົດຈັກເທື່ອ.

SA Game
ພາບ: laodaily.com.la

ຫຼັງການຖະແຫຼງຂ່າວຂອງລັດຖະບານ ສະຖານີຂົນສົ່ງສາຍໃຕ້ໄດ້ຕົກລົງເປີດບໍລິການນັບແຕ່ວັນທີ 5/6/2021 ເປັນຕົ້ນໄປ ຜູ້ທີ່ສາມາດເດີນທາງໄດ້ ພ້ອມລະບຸຕາມເຈດຕະນາລົມຂອງລັດຄືຕ້ອງສັກວັກຊີນຄົບ 2 ເຂັມ ເທົ່ານັ້ນ, ສ່ວນ​ຜູ້​ທີ່​ຍັງ​ບໍ​ໄດ້​ສັກ​ວັກ​ຊິນ​ຄົບ​ຕາມ​ຈ່ຳ​ນວນ​ແມ່ນ​ຍັງ​ຄົງ​ໄດ້​ລໍ​ຖ້າ​ໃຫ້​ໃສ່​ວັກ​ຊີນ​ຈົນ​ຄົບ​ສາ​ກ່ອນ​ເພື່ອ​ຄວາມ​ປອດ​ໄພ​ຂອງ​ຕົນ​ເອງ ແລະ ຄົນ​ອ​້ອມ​ຂ້າງ.

ພ້ອມນີ້ຍັງໄດ້ຝາກເບີໂທໄວ້ສອບຖາມສຳລັບຜູ້ຕ້ອງການເດີນທາງ ຕ້ອງແມ່ນສະເພາະຜູ້ສັກວັກຊີນຄົບ 2 ເຂັມເທົ່ານັ້ນ , ທ່ານໃດບໍ່ທັນໄດ້ຮັບວັກຊີນ ແນະນຳໂທສອບຖາມກ່ອນ ເພື່ອບໍ່ໃຫ້ມາແອອັດຢູ່ສະຖານີ.

ແນວໃດກໍ່ຕາມປະກົດວ່າປະຊາຊົນບໍ່ໄດ້ຟັງໜ້າຫຼັງພາກັນຍິນແຕ່ຂ່າວວ່າເປີດໂດຍສານແລ້ວກໍ່ພາກັນໄປຊື້ປີ້ ອີງຕາມການຊີ້ນຳຂອງຂັ້ນເທິງ ແລະການກວດກາຕົວຈີງໃນມື້ວັນທີ 5 ມິຖຸນາ 2021 ນີ້ເຫັນວ່າ ຜູ້ໂດຍສານສ່ວນໃຫຍ່ແມ່ນບໍ່ໄດ້ຮັບການສັກວັກຊີນຄົບຕາມແຈ້ງການທີ່ລະບຸໄວ້.

ເຊີ່ງພາຍໃຕ້ ຂໍ້ກຳນົດດັ່ງກ່າວທາງຄິວລົດສາຍໃຕ້ບໍ່ສາມາດເປີດດຳເນີນກິດຈະການໄດ້ ສະນັ້ນ ທາງສະຖານີຈື່ງຂໍປິດບໍລິການຊົ່ວຄາວແບບບໍ່ມີກຳນົດໄປຕື່ມອີກ ຈົນກວ່າຈະມີການຜ່ອນຜັນ ມາດຕະການຕ່າງໆ ໃຫ້ຫລາຍກວ່ານີ້. ສະນັ້ນຈື່ງຂໍແຈ້ງມາຍັງຜູ້ໂດຍສານທຸກໆທ່ານເພື່ອຊາບ ແລະ ຂໍອະໄພໃນຄວາມບໍ່ສະດວກມານະທີ່ນີ້ດ້ວຍ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: laoedaily.com