ແຂວງ​ເຊກອງ​ໄດ້​ມີ​ການ​ສຳ​ຫລວດ​ສະ​ຖິ​ຕິ​ກະ​ສິ​ກຳ​ສຳ​ເລັດ​ເກືອບ100%.

SA Game

ພາບ​: laoedaily.com.la

ການສໍາຫຼວດສະຖິຕິກະສິກຳຢູ່ແຂວງເຊກອງ ປະຕິບັດໃກ້​ຈະ​ສໍາເລັດແລ້ວ.

ໄດ້ມີ​ການລົງຕິດຕາມ, ກວດກາຄວາມຄືບໜ້າການຈັດຕັ້ງປະຕິບັດການເດີນສໍາຫຼວດສະຖິຕິກະສິກຳທົ່ວປະເທດ ຄັ້ງທີ III ຢູ່ເມືອງທ່າແຕງ ແຂວງເຊກອງເມື່ອວັນທີ 10 ທັນວາ 2020 ຜ່ານມ, ໂດຍ​ມີ ທ່ານ ບຸນໂຈມ ອຸບົນປະເສີດ ຮອງລັດຖະມົນຕີກະຊວງການເງິນ, ຄະນະຊີ້ນໍາການສໍາຫຼວດສະຖິຕິກະສິກຳລະດັບຊາດ ແລະ ທ່ານ ບຸນມີ ວິໄລຈິດ ຫົວໜ້າຫ້ອງການສູນສະຖິຕິແຫ່ງຊາດ ພ້ອມຄະນະ.

ການສໍາຫຼວດສະຖິຕິກະສິກຳຢູ່ແຂວງເຊກອງ ໃນ 4 ຕົວເມືອງ ແມ່ນໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ວັນທີ 15 ພະຈິກ 2020, ມາຮອດປັດຈຸບັນນີ້ ສໍາເລັດແລ້ວ 94% ແລະ ຄາດຄະເນຈະໃຫ້ສໍາເລັດວັນທີ 15 ທັນວາ 2020.

SA Game
ພາບ​: laoedaily.com.la

ທ່ານ ສີສຸພັນ ອິນທານຸວົງ ຫົວໜ້າສູນສະຖິຕິປະຈໍາແຂວງເຊກອງ, ຄະນະຊີ້ນໍາການສໍາຫຼວດສະຖິຕິກະສິກຳຂັ້ນແຂວງ ລາຍງານວ່າ: ການສໍາຫຼວດສະຖິຕິກະສິກຳຢູ່ແຂວງເຊກອງ ໃນປີ 2019 – 2020 ເຊິ່ງມີຈໍານວນບ້ານຕົວແທນກະສິກໍາ 67 ບ້ານ, ມີຄົວເຮືອນຕົວແທນທັງໝົດ 1.050 ຄົວເຮືອນ; ໃນນີ້ເມືອງລະມາມ ມີ 14 ບ້ານ, ທ່າແຕງ 18 ບ້ານ, ກະລຶມ 15 ບ້ານ ແລະເມືອງດາກຈຶງ 20 ບ້ານ, ມີນັກກວດກາ ແລະ ນັກເດີນສໍາຫຼວດ 24 ຄົນ.

ນັບຈາກໄລຍະເວລາທີ່ຈັດຕັ້ງປະຕິບັດການເດີນສໍາຫຼວດ ໄດ້ເກືອບ 1 ເດືອນ ສາມາດຈັດຕັ້ງປະຕິບັດສໍາເລັດແລ້ວ 94%. ໃນນີ້, ເມືອງລະມາມ ສໍາເລັດ 100% ມີຄົວເຮືອນຕົວແທນກະສິກໍາ 224 ຄົວເຮືອນ, ເມືອງທ່າແຕງ ສໍາເລັດ 100% ມີຄົວເຮືອນຕົວແທນ 288 ຄົວເຮືອນ, ເມືອງກະລຶມ ສໍາເລັດ 86,7% ມີຄົວເຮືອນຕົວແທນ 218 ຄົວເຮືອນ ຍັງເຫຼືອ 2 ບ້ານ ທີ່ຈັດຕັ້ງປະຕິບັດບໍ່ທັນສໍາເລັດ ແລະ ເມືອງດາກຈຶງ ປະຕິບັດສໍາເລັດ 90% ມີຄົວເຮືອນຕົວແທນ 320 ຄົວເຮືອນ ແລະ ຍັງອີກ 2 ບ້ານ ທີ່ຈັດຕັ້ງປະຕິບັດບໍ່ທັນສໍາເລັດ.

ສໍາລັບ 4 ບ້ານ 69 ຄົວເຮືອນ ທີ່ຍັງຈັດຕັ້ງປະຕິບັດບໍ່ທັນສໍາເລັດ ແມ່ນຈະໄດ້ຮີບຮ້ອນສືບຕໍ່ປະຕິບັດການເດີນສໍາຫຼວດສະຖິຕິກະສິກຳ ໃຫ້ສໍາເລັດທັນຕາມກຳນົດເວລາ ກ່ອນວັນທີ 15 ທັນວາ 2020 ນີ້.

ໂອກາດນີ້, ທ່ານ ບຸນໂຈມ ອຸບົນປະເສີດ ຮອງລັດຖະມົນຕີກະຊວງການເງິນ ໄດ້ຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດດັ່ງກ່າວ ແລະ ເນັ້ນໜັກໃຫ້ຄະນະຊີ້ນໍາລະດັບແຂວງ ເອົາໃຈໃສ່ຢ່າງເຂັ້ມງວດຕໍ່ຜູ້ຖືກແຕ່ງຕັ້ງປະຕິບັດພາກສະໜາມ, ໃຫ້ຄະນະຊີ້ນໍາຂັ້ນແຂວງ, ຂັ້ນເມືອງ ເອົາໃຈໃສ່ຈັດຕັ້ງປະຕິບັດແຜນການສໍາຫຼວດຂອງຕົນໃຫ້ໄປຕາມຂອບລວມຂອງສູນກາງທີ່ໄດ້ວາງອອກ ເພື່ອຮັບປະກັນໃຫ້ການສໍາຫຼວດຖືກຈັດຕັ້ງປະຕິບັດຢ່າງເປັນເອກະພາບ.

ຫາກການເດີນສຳຫຼວດພາກສະໜາມປະຕິບັດສຳເລັດແລ້ວໃຫ້ຄະນະຊີ້ນໍາແຕ່ລະຂັ້ນເອົາໃຈໃສ່ໃນການສັງລວມບັນຊີຜູ້ມີຜົນງານດີເດັ່ນ, ຜູ້ທີ່ເສຍສະຫຼະປະຕິບັດໜ້າທີ່ຢ່າງເອົາຈິງເອົາຈັງ ແລະ ມີນໍ້າໃຈຮັບຜິດຊອບ ປະກອບສ່ວນເຂົ້າໃນການດໍາເນີນການສໍາຫຼວດໃນແຕ່ລະໄລຍະ ເພື່ອໃຫ້ຄະນະຊີ້ນໍາລະດັບຊາດໄດ້ຍ້ອງຍໍຊົມເຊີຍຕໍ່ຜູ້ທີ່ມີຜົນງານດີເດັ່ນດັ່ງກ່າວໃນທຸກຂັ້ນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​ ໂດຍ: targetlaos.com