ແຂວງ​ຫົວ​ພັນ​ເປ​ັນ​ແຂວງ​ດຽວ​ທີ່​ປອດ​ຈາກ​ພະ​ຍາດ​ໂຄວິດ-19 ສ​ປ​ປ ລາວ

SA Game

laoedaily.com

​ແຈ້ງ​ການໃໝ່​ຈາກແຂວງຫົວພັນ ​ທີ່​ເປັນ 1 ດຽວປອດໂຄວິດຕອນນີ້.

ແຂວງຫົວພັນ ແຂວງວິລະຊົນຕອນນີ້ເປັນພຽງ ແຂວງດຽວໃນລາວທີ່ບໍ່ມີຜູ້ຕິດເຊື້ອໂຄວິດນັບແຕ່ມີການລະບາດຂອງພະຍາດດັ່ງກ່າວເຂົ້າມາໃນປະເທດລາວ ແຕ່ແຂວງກໍ່ຕ້ອງມີການພົວພັນກັບແຂວງຕ່າງໆ ຕາມປົກກະຕິ, ແຕ່​ແນວ​ໃດ​ກໍ​ຕາມເນື່ອງ​ຈາກ​ການ​ລະ​ບາດ​ຂອງ​ໂຄວິດ-19ໃນ​ທົວ​ປະ​ເທດ ແລະ ທົວ​ໂລກ​ກໍ​ຍັງ​ຄົງ​ມີ​ຈ່ຳ​ນວນ​ຕິດ​ເຊື້ອ​ຢູ່​ທຸກ​ມື້.

ດັ່ງນັ້ນ, ເພື່ອເປັນການປ້ອງກັນແຕ່ຕົ້ນ ທາງເຈົ້າແຂວງຫົວພັນໄດ້ອອກແຈ້ງການກ່ຽວກັບຜູ້ຈະເດີນທາງເຂົ້າໄປ ພ້ອມບັນດາມາດຕະການປ້ອງກັນແຕ່ເບື້ອງຕົ້ນຕໍ່ຫົວໜ່ວຍທຸລະກິດຕ່າງໆພາຍໃນແຂວງຈິ່ງ​ໄດ້​ມີ​ແຈ້ງ​ການ​ອອກ​ມາ​ໃຫ້​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ປະ​ຕິ​ບັດ​ຢ່າງ​ເຂັ້ມ​ງວດ, ຕາມແຈ້ງການຂອງແຂວງຫົວພັນ ສະບັບຫຼ້າສຸດ ເລກທີ 289/ຈຂ.ຫພ ລົງວັນທີ 19 ກັນຍາ 2021 ໄດ້ລະບຸໄວ້ດັ່ງນີ້:

SA Game
laoedaily.com

1. ປິດການຂົນສົ່ງໂດຍສານ ແລະ ສາຍການບິນໂດຍສານ ເຂົ້າແຂວງຫົວພັນ.

2. ສຳລັບພະນັກງານລັດຖະກອນ, ທະຫານ, ຕຳຫຼວດ, ພະນັກງານບໍລິສັດ, ອົງການຕ່າງໆ ທີ່ມີຄວາມຈຳເປັນແທ້ໆທີ່ຈະເດີນທາງເຂົ້າອອກແຂວງຫົວພັນໃນໄລຍະນີ້ ແມ່ນຈະຕ້ອງໄດ້ປະຕິບັດຕາມມາດຕະການເຊັ່ນວ່າ:

ສຳລັບບຸກຄົນທີ່ຮັບວັກຊິນຄົບ 2 ໂດສ ແລະ ເດີນທາງມາຈາກເຂດບ້ານສີຂຽວແມ່ນຕ້ອງໄດ້ກັກຕົວເປັນເວລາ 14 ວັນ, ສຳລັບຄົນທີ່ຮັບວັກຊິນຍັງບໍ່ຄົບໂດສ ຫຼື ຍັງບໍ່ທັນໄດ້ຮັບເລີຍ ທີ່ເດີນທາງມາຈາກເຂດບ້ານສີແດງແມ່ນຕ້ອງໄດ້ກັກຕົວ 21 ວັນ

3. ລັດບັນທຸກສິນຄ້າ ທີ່ມີຈຸດປະສົງເດີນທາງເຂົ້າມາທີ່ແຂວງຫົວພັນ ແມ່ນຕ້ອງປະຕິບັດຕາມ ມາດຕະການທີ່ວາງອອກເຊັ່ນ: ໃຫ້ຄ່ຽນຖ່າຍສິນຄ້າ ຫຼື ປ່ຽນໂຊເຟີລົດຢູ່ຈຸດກວດກາກ່ອນເຂົ້າແຂວງຫົວພັນ.

4. ເຈົ້າຂອງພາຫະນະທີ່ນຳເອົາຜູ້ໂດຍສານ ຕິດຕາມມານຳພາຫະນະຂອງຕົນແມ່ນຕ້ອງໄດ້ຮັບຜິດຊອບຄ່າສິ້ນເປືອງຕ່າງໆໃນການຕິດຕາມ ແລະ ນຳສົ່ງຜູ້ໂດຍສານໄປເຖິງປາຍທາງເຊັ່ນ: ອັດຕາກິນ 50.000 ກີບ ຈຳນວນ 3 ຄົນຕໍ່ 1 ວັນ, ຄ່ານ້ຳມັນລົດ ຕາມໄລຍະທາງຕົວຈິງ ອັດຕາຄິດໄລ່ແມ່ນ 7 ກິໂລແມັດ ຕໍ່ 1 ລິດ

5. ການເດີນທາງອອກໄປຕ່າງແຂວງຂອງພົນລະເມືອງ ແຂວງຫົວພັນ ແມ່ນຕ້ອງໄດ້ຮັບອະນຸຍາດຈາກຄະນະສະເພາະກິດກ່ອນ.

6. ຫ້າມຈັດງານບຸນປະເພນີ, ງານລ້ຽງ, ງານດອງ ງານສັງສັນຕ່າງໆ ແລະ ກອງປະຊຸມເກີນຈຳນວນ 50 ຄົນ

7. ປິດກິດຈະກຳການຫຼິ້ນກິລາໃນຮົ່ມ ແລະ ກິລາທີ່ມີຜູ້ເຂົ້າຮ່ວມ, ຜູ້ຊົມຈຳນວນຫຼາຍ

8. ປິດຮ້ານບັນເທີງ ແລະ ຮ້ານຄາລາໂອເກະຕ່າງໆ

9. ຜູ້ທີ່ລະເມີດຈະປະຕິບັດມາດຕະການເຊັ່ນ: ຄັ້ງທີ1 ຖືກກ່າວເຕືອນ ພ້ອມຂຽນບົດບັນທຶກ, ຄັ້ງທີ 2 ປັບໃໝ 1.000.000 ກີບຕໍ່ຄົນ ພ້ອມຂຽນບົດບັນທອກ, ຄັ້ງທີ 3 ປັບໃໝ 3.000.000 ກີບຕໍ່ຄົນ ພ້ອມຂຽນບົດບັນທຶກ ແລະ ຖ້າມີຄັ້ງ 4 ແມ່ນຈະຖືກຖອນໃບທະບຽນດຳເນີນທຸລະກິດ ແລະ ດຳເນີນຄະດີຕາມກົດໝາຍ.

ສຳລັບຜູ້ປະກອບການ ບັນດາຮ້ານ, ບໍລິສັດ ຄັ້ງທີ1 ຖືກກ່າວເຕືອນ ພ້ອມຂຽນບົດບັນທຶກ, ຄັ້ງທີ 2 ປັບໃໝ 1.000.000 ກີບ ພ້ອມຂຽນບົດບັນທຶກ, ຄັ້ງທີ 3 ປັບໃໝ 3.000.000 ກີບ ພ້ອມຖອນໃບທະບຽນດຳເນີນທຸລະກິດ ແລະ ຖ້າມີຄັ້ງ 4 ດຳເນີນຄະດີຕາມກົດໝາຍອາຍາ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈ​ແຫລ່ງ​ທີ່​ມາ: laoedaily.com.la