ເລື່ອງ​ເລົ່າ ວັດ​ອິນ​ແປງ ສະ​ຖານ​ທີ່​ທ່ອງ​ທ່ຽວ​ວັດ​ທະ​ນະ​ທຳ​ຂອງ​ລາວ.

SA Game

ອີນ​ໄຊ​ລາວ

ມາ​ຮູ້​ຈັກ​ກັບ ວັດອິນແປງ ສະຖານທີ່ທ່ອງທ່ຽວ ດ້ານປະຫວັດສາດ ແລະ ວັດທະນະທໍາ.

ຕາມ​ການ​ເລົ່າ​ຂານ​ສືບ​ທອດ​ຕໍ່​ກັນ​ມາ​ວ່າ ​ໃນ​ໄລຍະ​ການ​ກໍ່ສ້າງ​ວັດ​ ອິນ​​ແປງ​ນີ້, ​ໄດ້​ມີ​ພະຍາ​ອິນ ​ແປງກາຍ​ເປັນ​ຜູ້​ເຖົ້າ​ມາ​ຊ່ວຍ​ເຫລືອ ​ແລະ ​ແນະນຳ​ໃນ​ການ ກໍ່ສ້າງ​ວັດ ​ແລະ ຫລັງ​ຈາກ​ນັ້ນພະຍາ​ອິນ​ກໍ​ຍັງ​ໄດ້​ແປງ​ກາຍ​ເປັນ​ຄູບາ​ເຖົ້າ​ອົງໜຶ່ງ​ເພື່ອ​ມາ​ຊ່ວຍ​ສ້າງ​ພຣະພຸດ​ທະ​ຮູບອິນ​ແປງ ​ອີກດ້ວຍ ຈຶ່ງ​ເປັນ​ທີ່​ມາ​ຂອງ​ຊື່​ວັດ​ອິນ​ແປງ ຈົນ​ເທົ່າ​ທຸກ​ມື້​ນີ້, ວັດ​ອິນ​ແປງ ​ເປັນ​ສະຖານ​ທີ່​ທ່ອງ​ທ່ຽວ ທາງ​ດ້ານ​ປະຫວັດ​ສາດ ​ແລະ ວັດທະນະທຳ​ ເຊິ່ງຕັ້ງຢູ່​ໃຈກາງ​​ເທດສະບານ​ຂອງ ນະຄອນຫລວງ​ວຽງຈັນ.

ວັດ​ນີ້ຖື​ໄດ້​ວ່າ​ເປັນ​ບູຮານ​ສະຖານ​ທີ່​ເກົ່າ​ແກ່​​ແຫ່ງໜຶ່ງ​ໃນ​ປະ​ເທດ​ລາວ ຄ້າຍຄື​ກັນ​ກັບ ​ວັດ​ອົງ​ຕື້, ວັດ​ສີ​ເມືອງ, ວັດສີສະເກດ ແລະ ຫໍພຣະແກ້ວ. ປະຊາຊົນ​ລາວ ​ໃນນະຄອນຫລວງ​ວຽງຈັນ ລວມທັງນັກທ່ອງທ່ຽວ​ທີ່​ມາ​ຈາກ​ທ້ອງ​ຖິ່ນ​ອື່ນ​ໄດ້​ໃຫ້​ຄວາມ​ເຄົາລົບ ​ແລະ ສັດທາ​ວັດ​ນີ້ຫລາຍ​ເນື່ອງ​ຈາກ​ວ່າ​ເປັນ​ສະຖານ​ທີ່​ບັນຈຸ​ວັດຖຸບູຮານ​ອັນ​ມີຄ່າ ແລະ ສຳຄັນ​ທາງ​ສາດສະໜາພຸດ ​ເປັນ​ຕົ້ນ​​ແມ່ນ:

ພຣະພຸດທະ​ຮູບ​ອິນ​ແປງ,ພຣະພຸດທະ​ຮູບ​ອິນທາທິຣາດ (ໃນຫໍອູບມຸງ), ຮູບປັ່ນໂຕມອມ (ສີງເທບ) ຮູບປັ່ນມະເຫສີເຈົ້າພຣະເຈົ້າໄຊຍະເຊດຖາ – ຮູບປັ່ນມະເຫສີພຣະເຈົ້າບຸເລງນອງ ແລະ ພຣະທາດເກົ່າແກ່ສະໄໝບູຮານ .

SA Game
ອີນ​ໄຊ​ລາວ

ຮູບປັ້ນມະເຫສີພຣະເຈົ້າໄຊຍະເຊດຖາ, ຮູບປັ້ນມະເຫສີພຣະເຈົ້າບຸເລງນອງ ແລະ ຮູບປັ້ນໂຕມອມສັນນິຖານວ່າ ສ້າງຂື້ນໃນສະໄໝພຣະເຈົ້າໄຊເຊດຖາທະລາດ ໂດຍຊ່າງຊາວ ພະມ້າ ທີ່ເຂົ້າມາປິດລ້ອມວຽງຈັນ ໂດຍມີເລື່ຶອງເລົ່າຕໍ່ໆກັນມາວ່າ: ພຣະເຈົ້າໄຊເສດຖາທິຣາດ ບູລະນະສ້ອມແປງ ວັດອິນແປງ ແລ້ວພຣະອົງກໍ່ອາໃສລານວັດອິນແປງນັ້ນ ເພື່ອດຳເນີນການສ້າງວັດອົງຕື້ ຊຶ່ງພຣະອົງໄດ້ສ້າງ 2 ວັດພ້ອມກັນຄື: ຫໍພຣະແກ້ວ ແລະ ວັດອົງຕື້.

ໃນຂະນະກຳລັງສ້າງສານັ້ນ ທະຫານພະມ້າກໍ່ເຂົ້າມາປິດລ້ອມວຽງຈັນ ແມ່ທັບພະມ້າໄດ້ຊາບວ່າພຣະອົງກໍາລັງວຸ້ນຢູ່ກັບການສ້າງວັດວາອາຮາມ ຈຶ່ງແຕ່ງທູດນຳເອົາສານທ້າຮົບມາມອບໃຫ້ພຣະອົງ. ພຣະເຈົ້າໄຊເສດຖາອ່ານສານນັ້ນແລ້ວຈຶ່ງບໍ່ຄິດອັນໃດ ຂຽນສານຕອບໄປວ່າ “ເຮົາກຳລັງສ້າງພຣະໃຫຍ່ອົງສຳຄັນ ເພື່ອເປັນບຸນເປັນກຸສົນ ຈຶ່ງຂໍເຊີນມາຮ່ວມນຳ” ດ້ວຍຄວາມທີ່ພະມ້າກໍເປັນຊາວພຸດຄືກັນ ແມ່ທັບໃຫຍ່ພະມ້າ ກໍ່ແຕ່ງທູດເຂົ້າມາຮ່ວມໃນງານເທທອງສໍາຣິດ ໃສ່ເບົ້າພຣະໃຫຍ່ອົງຕື້.

ພໍແຕ່ໝໍ້ຕົ້ມທອງສຳລິດຝົດເດືອດແລ້ວ ພຣະເຈົ້າໄຊເສດຖາ ກໍ່ໃຊ້ສອງມືອຸ້ມໂຈມເອົາໝໍ້ສໍາຣິດນັ້ນໄປເທໃສ່ເບົ້າ  ທູດພະມ້າແນມເຫັນກໍ່ຕົກສະເງີ້ ເພາະ ບໍ່ເຫັນມືຂອງພຣະເຈົ້າໄຊເສດຖາ ປູດໂພງໄໝ້ພອງ ແຕ່ປະການໃດ ຈຶ່ງນຳຄວາມໄປເລົ່າສູ່ແມ່ທັບໃຫຍ່ຟັງ ແມ່ທັບໃຫຍ່ພະມ້າຈຶ່ງບໍ່ຕັດສິນໃຈໄດ້ເທື່ອວ່າ ຈະຕີ ຫຼື ຈະຖອຍ?

SA Game
ອີນ​ໄຊ​ລາວ

ພໍຕົກທ່ຽງຄືນພຣະເຈົ້າໄຊເສດຖາ ໄດ້ນໍາພາອົງຄະລັກ 8 ຄົນ ໄປຢາມທັບພະມ້າ ກໍເຫັນທະຫານພະມ້ານອນຍາຍກັນຢູ່ ເພາະອິດເມື່ອຍຈາກການເດີນທາງ. ອົງຄະລັກ ເຫັນວ່າເປັນໂອກາດດີ ຈຶ່ງຖອດດາບອອກຈະຕັດຄໍ ທະຫານພະມ້າ ແຕ່ພຣະເຈົ້າໄຊເສດຖາ ຫ້າມເອົາໄວ້ ແລ້ວເອົາປູນຂາວມາປ້າຍຄໍທະຫານພະມ້າແທນ.

ຕື່ນເຊົ້າມາທະຫານພະມ້າກໍຕົກໃຈ ແລະ ທັງເກງກົວທັງເຫຼື້ອມໃສໃນນ້ຳໃຈຂອງພຣະອົງ ຖ້າພຣະອົງຈະຕັດຄໍກໍ່ຈະຕັດໄປແລ້ວ ຈຶ່ງພາກັນມາຄາຣະວະພຣະອົງ ແລະ ຂໍເຂົ້າຮ່ວມພິທີສ້າງພຣະອົງຕື້ ທັງຂໍເອົາຫີນມາຄວັດເປັນຮູບປັ້ນມະເຫສີເຈົ້າພຣະເຈົ້າໄຊຍະເຊດຖາ ເພື່ອເປັນອະນຸສອນ ແລະ ພຣະເຈົ້າໄຊຍະເຊດຖາກໍໄດ້ຂໍຄວັນຮູບປັ້ນມະເຫສີພຣະເຈົ້າບຸເລັງນອງ ອີກອົງໜື່ງ ເພື່ອໄວ້ຄູ່ກັນ.  ສະແດງເຖິງສັນຍາຂອງສໍາພັນໄມຕີ ຄັ້ງປະຫວັດສາດ ພ້ອມນີ້ຍັງໄດ້ຄວັດ ຮູບປັ້ນໂຕມອມ (ໂຕສິງເທບ) ສອງໂຕເປັນທີ່ລະນຶກໄວ້ ທີ່ ວັດອິນແປງຕາບເທົ່າເຖິງປັດຈຸບັນ

ຫໍອູບມຸງ ເປັນບ່ອນປະດິດສະຖານ ພຣະພຸດທະ​ຮູບ​ອິນທາທິຣາດ ຕັ້ງຢູ່ດ້ານທິດເໜຶອຂອງວັດ ພຣະພຸດທະຮູບອົງນີ້ສັກສິດຫລາຍ ເພາະມີເຫດການ ສັກສິດທີ່ເລົ່າຕໍ່ໆກັນມາວ່າ:

ເມື່ອປີ ຄ.ສ 1960 ກ່ອນຈະມີການລັດຖະປະຫານຂອງຮ້ອຍເອກກອງແລນັ້ນ ພຣະເຈົ້າອິນທາທິຣາດ ໄດ້ບັງເກີດມີເຫື່ອໄຫຼໄຄຍ້ອຍ ຈາກອົງພຣະ ເຮັດໃຫ້ປະຊາຊົນ ທັງຄົນລາວ ຈີນ ຫວຽດ ໄດ້ພາກັນເອົາຜ້າ ເອົາສຳລີ ໄປຊັບ ແລະ ເຊັດເອົານ້ຳທີ່ໄຫລອອກຈາກພຣະອົງນີ້ເພື່ອໄປເປັນສິຣິມຸງຄຸນໃນຄອບຄົວ ຕໍ່ຈາກນັ້ນ ປະມານ 2 ເດືອນ ກໍ່ໄດ້ເກີດມີການລັດຖະປະຫານກອງແລ ສະພາບການບ້ານເມືອງໃນຄາວນັ້ນສັບສົນວຸ້ນວາຍ ມີການສູ້ຮົບກັນ ລູກປືນໃຫຍ່ນ້ອຍຕົກມາໃສ່ວັດອິນແປງບໍລິເວນໃກ້ຄຽງພຣະເຈົ້າອິນທາທິຣາດ ແຕ່ກໍ່ບໍ່ແຕກ ແຕ່ຕົກໃສ່ບ້ານເຮືອນຂ້າງວັດ ພັດແຕກ ແລະ ເກີດໄຟໄໝ້.

SA Game
ອີນ​ໄຊ​ລາວ

ພຣະທາດເກົ່າແກ່ສະໄໝບູຮານ  ເຊິ່ງລັກສະນະຂອງທາດ ແມ່ນເປັນຊົງແປດຫຼຽມ ເປັນສິລະປະລ້ານຊ້າງສັນນິຖານວ່າ ສ້າງຂື້ນຫຼັງຈາກທີ່  ສ້າງ​ພຣະພຸດ​ທະ​ຮູບອິນ​ແປງ ສໍາເລັດ ໂດຍປະຊາຊົນທີ່ເດີນທາງມາຈາກທ້ອງຖີ່ນອື່ນ ທີ່ຈະເດີນທາງມາຮ່ວມສ້າງ ແຕ່ມາບໍ່ທັນ ຈຶ່ງໄດ້ສ້າງພຣະທາດຂື້ນແທນ ເພື່ອເປັນການສັກກະລະບູຊາ ປະຈຸບັນ ພຣະທາດ ມີຈໍານວນ 4​ ທາດ ໃນນັ້ນ ມີ 3 ທາດນ້ອຍ ແລະ 1 ທາດໃຫ່ຍທີ່ສ້າງຈາກເສດຊາກຂອງພຣະທາດນ້ອຍຫຼາຍທາດ ທີ່ໄດ້ພັງທະລາຍລົງ

ຫໍພຣະບາງ ທີ່ຕັ້ງຢູ່ ວັດອິນແປງ​ ນະຄອນຫລວງວຽງຈັນ ແຫ່ງນີ້ ແມ່ນຖືກສ້າງມາແຕ່ສະໄຫມເຈົ້າຟ້າງຸ່ມ ມະຫາຣາດ ເຊິ່ງຫຼົງເຫຼືອຈາກການຈູດເຜົາ ເມືອງວຽງຈັນ ໃນສະໄໝທີ່ ລາວລ້ານຊ້າງຕົກເປັນປະເທດສະຣາດແກ່ສະຫຍາມ. ຫລັງຈາກໄດ້ອັນເຊີນ ພຣະບາງໄປປະດິດສະຖານຢູ່ ທີ່ເມືອງຊຽງດົງ-ຊຽງທອງແລ້ວ ຫໍພຣະບາງແຫ່ງນີ້ ກໍ່ໄດ້ນໍາໃຊ້ເປັນຫໍພຣະໄຕປີດົກສືບຕໍ່ມາ.​ ຕົກມາຮອດເມື່ອປີ 1960 ທ່ານຄໍາໃບ ພິລາພັນເດດ ຜູ້ເປັນເຈົ້າມູນລະສັດທາຫລັກໃນການບູຣະນະປະຕິສັງຂອນ ຫໍພຣະບາງແຫ່ງນີ້

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ອີນ​ໄຊ​ລາວ.