ມາ​ຮູ້​ຈ​ັກ​ກັບປະ​ຫວັດ​ຂອງ ກົມ​ມະ​ລຽນ ວັດ​ສີ​ສະ​ເກດ​ ນະ​ຄອນ​ຫລວງວຽງ​ຈັນ

SA Game

ອີນ​ໄຊ​ລາວ.

ປະ​ຫວັດທີ່ໄປ​ທີ່ມາຂອງ “ກົມມະລຽນ” ວັດສີສະເກດ ນະຄອນຫຼວງວຽງຈັນ.

ວັດສີສະເກດ ແມ່ນ​ວັດ​ທີ່​ຕັ້ງ​ຢູ່​ຈຸດ​ໃຈ​ກາງ​ຂອງ​ນະ​ຄອນ​ຫລວງວຽງ​ຈັນ​ສາ​ມາດ​ໄປ​ໄດ້​ງາຍໆ, ສ່ວນ​ຫລາຍ​ເຫັນ​ນັກ​ທ່ອງ​ທ່ຽວ​ຊາວ​ຕ່າງ​ປະ​ເທດ​ທີ່​ມັກ​ເຂົ້າ​ໄປ​ຊົມ​ສະ​ຖານ​ທີ່​ແຫ່ງ​ນີ້, ສາລາຈົງກົມ ວັດສີສະເກດ “ສະຕະສະຫັສສາຣາມ”ອ້ອມຮອບທັງ 4 ທິດ ແມ່ນວັດຖຸກໍ່ສ້າງທີ່ມີເຕັກນິກທາງດ້ານວິທະຍາສາດ ,ຫົວຄິດປະດິດສ້າງຂອງຄົນລາວເຮົາບູຮານ ເພື່ອຮັບໃຊ້ສັງຄົມຕາມຍຸກສະໄໝ ເຊິ່ງເປັນສິລະປະແບບໃໝ່ຂອງອານາຈັກລ້ານຊ້າງວຽງຈັນ ໃນຕົ້ນສະຕະວັດທີ XIX.

ກົມມະລຽນ ມີຄວາມຍາວເບື້ອງລະ 55 ແມັດ ເສົາມີ 60 ຕົ້ນ ເສົາແຕ່ລະຕົ້ນຫ່າງກັນ 2.80 ແມັດ, ຫລັງຄາມຸງດ້ວຍດິນຂໍ ກົມມະລຽນ ສີ່ ດ້ານນີ້ຈະມີ ມຸກຊຶ່ງເປັນປະຕູທາງເຂົ້າທັງ ສີ່ ເບື້ອງ ສີໜ້າຂອງມຸກເຮັດດ້ວຍໄມ້ເນື້ອດີ ແກະສະລັກເປັນຮູບພຣະພຸດໂພທິສັດ ມີຮູບນົກ ແລະ ຮູບດອກໄມ້ຊະນິດຕ່າງໆ.

SA Game
ອີນ​ໄຊ​ລາວ.

ສະເພາະຝາຜະໜັງຂອງກົມມະລຽນ ມີຊ່ອງກຸດທີ່ເປັນຮູບໃບໂພມີຈຳນວນ ທັງໝົດ 3,420 ຊ່ອງ ແຕ່ລະຊ່ອງມີພຣະພຸດທະຮູບນ້ອຍປາງມາຣະວິໄຊ 2 ອົງທີ່ເຮັດດ້ວຍປະທາຍເພັດລວມຈຳນວນທັງໝົດມີ 6,840 ອົງທີ່ປະດິດສະຖານຢູ່ໃນຊ່ອງກຸດຂອງກົມມະລຽນ ຖ້ານລຸ່ມຕິດຝາກົມມະລຽນທັງສີ່ດ້ານ ມີພຣະພຸດທະຮູບປາງມາຣະວິໄຊ ທີ່ເຮັດດ້ວຍປະທາຍເພັດ ມີຈຳນວນ 120 ອົງ.

ແຕ່ປີ ພ.ສ 2495-2512 (ຄ.ສ 1952-1969) ການສະສົມ ແລະ ທ້ອນໂຮມເອົາ ວັດຖຸບູຮານໄດ້ຈາກວັດເກົ່າທີ່ຖືກສົງຄາມສັກດີນາຕ່າງດ້າວເຂົ້າມາທຳລາຍມ້າງເພໃນປາງສົງຄາມກວາດລ້າງປຸ້ນສະດົມ ເມືອງວຽງຈັນ ປະຕິມະກຳ ທີ່ເຫຼືອເມື່ອນັ້ນປະຊາຊົນລາວບັນດາເຜົ່າຈຶ່ງໄດ້ມີໂອກາດທ້ອນໂຮມໄວ້ຢູ່ໃນສິມ ແລະ ກົມມະລຽນ ເຊັ່ນ:

ພຣະພຸດທະຮູບທີ່ເຮັດດ້ວຍຫີນຊາຍ (ສະຕະວັດທີ 11 – 13) ສິລະປະສະໄໝຊາຍຟອງ ພຣະພຸດທະຮູບທີ່ເຮັດດ້ວຍທອງສຳລິດ (ສະຕະວັດທີ 15 – 18 ) ສິລະປະລ້ານຊ້າງ, ພຣະພຸດທະຮູບ,ຫີບພຣະຄຳພີ,ຮາງຫົດສົງທີ່ເຮັດດ້ວຍ ໄມ້.

SA Game
ອີນ​ໄຊ​ລາວ.

ໃນຈຸດໃຈກາງຂອງກົມມະລຽນອ້ອມຮອບທັງສີ່ດ້ານນັ້ນ ແມ່ນທີ່ຕັ້ງຂອງສິມ ເປັນຮູບສີ່ຫລ່ຽມຍາວ ມີເນື້ອທີ່ 296,56 ຕາແມັດ (ຍາວ 25,40 ແມັດ,ກວ້າງ 15,70 ແມັດ) ຢູ່ໃນສິມມີພຣະພຸດທະຮູບອົງແສນ ເປັນພຣະປະທານ ປາງມາຣະວິໄຊ ພຣະພຸດທະຮູບອົງນີ້ຫລໍ່ຂຶ້ນໃນສະໄໝອານາຈັກລາວລ້ານຊ້າງ ຈະເລີນຮຸ່ງເຮື່ອງທັງເປັນພຣະພຸດທະຮູບທີ່ມີຄຸນຄ່າ ສຳຄັນທາງດ້ານ ປະຫວັດສາດ ສາສະໜາ ວັດທະນະ ທຳຂອງລາວ ເຮັດດ້ວຍທອງສຳລິດ (ໂລຫະປະສົມມີ ຄຳ,ເງິນ,ທອງ,ຊື່ນ) ມາຮອດໃນສະໄໝລັດຊະການພຣະເຈົ້າ ອະນຸວົງສ໌ຈຶ່ງໄດ້ສັ່ງໃຫ້ນາຍຊ່າງເອົາປະທາຍເພັດໂອບ ປະດັບປະດາ ແລະຮູບຊົງຍັງແມ່ນແບບເດີມ ຕ່າງແຕ່ມີຂະໜາດ ໃຫຍ່ກວ່າເກົ່າ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ​ ວັດສີສະເກດ “ສະຕະສະຫັສສາຣາມ”.