ເມືອງໄຊບູລີ ແຂວງສະຫວັນນະເຂດຄົ້ນ​ພົບວັດຖຸມີຄ່າຫຼາຍລາຍການ

SA Game

Art and Culture of Laos

ພົບວັດຖຸບູ​ຮານ​ທີ່ມີຄ່າຫຼາຍລາຍການຢູ່ບ້ານໜອງເຮືອທອງ ເມືອງໄຊບູລີ ແຂວງສະຫວັນນະເຂດ

​ປະ​ເທດ​ລາວ​ຖື​ວ່າ​ເປັນ​ເມືອງ​ທີ່​ເຄີຍ​ມີ​ປະ​ຫວັດ​ສາດອັນ​ຈະ​ເລີນ​ຮຸ່ງ​ເຮືອນ​ມາ​ຕັ້ງ​ແຕ່​ບູ​ຮານ​ນະ​ການ​ມາ​ແລ້ວ ແລະ ຫລາຍໆ​ຢ່າງ​ທີ່​ຍັງ​ສາ​ມາ​ດ​ເປັນ​ຫລັກ​ຖານ​ໄດ້​ຈາກ​ການ​ທີ່​ຄົ້​ນ​ພົບ​ຫລັກ​ຖານ​ຕ່າງໆ​ທີ່​ເປັນ​ວັດ​ຖຸ​ຂອງ​ຄົນ​ສະ​ໄໝ​ນັ້ນ, ລ້າ​ສຸດ​ໃນ​ຕົ້ນ​ປີ​ນີ້ ໄດ້​ມີ​ການ​ຄົ້ນພົບຂໍ້ມູນຫຼັກຖານໃໝ່ ຢູ່ບ້ານໜອງເຮືອທອງ ເມືອງໄຊບູລີ ແຂວງສະຫວັນນະເຂດ ຄາດວ່າຈະເປັນເມືອງເກົ່າ ໃນສະໄໝບູຮານ

ໃນວັນທີ 10 ກຸມພາ 2023, ທ່ານໂພສີສ້ອຍ ກຸທິລາດ ກຳມະການພັກແຂວງ ຫົວໜ້າພະແນກ ຖວທ ແຂວງສະຫວັນນະເຂດ ລົງຕິດຕາມຊຸກຍູ້ການເກັບກຳຂໍ້ ມູນ ແລະຂຸດຄົ້ນທາງດ້ານບູຮານວິທະຍາ ທີ່ແຫຼ່ງບູຮານວິທະຍາ ບ້ານໜອງເຮືອທອງ ເມືອງໄຊບູລີ ແຂວງສະຫວັນນະເຂດ ໂດຍມີ ທ່ານສຸລິວົງ ສີວໍລະວົງ ກຳມະການປະຈຳພັກເມືອງຮອງ ເຈົ້າເມືອງໄຊບູລີ ຮ່ວມພາທາງ.
SA Game
Art and Culture of Laos

ທ່ານບຸນເລິງ ອິນທິສັກ ຮອງຫົວໜ້າຂະແໜງວັດທະນະທຳ ແຂວງສະຫວັນນະເຂດ ທີ່ເຂົ້າ ຮ່ວມໃນການສຳຫຼວດຂຸດຄົ້ນ ຮ່ວມກັບກົມມໍລະດົກກະຊວງ ຖວທ ແລະຊ່ຽວຊານຈາກສະຖາບັນຝຣັ່ງແຫ່ງພາກຕາເວັນອອກໄກ ໃຫ້ຮູ້ວ່າ :

SA Game
Art and Culture of Laos

ແຫຼ່ງບູຮານວິທະຍາ ໜອງເຮືອທອງ ເຊິ່ງກ່ອນໜ້ານີ້ ຄື ໃນປີ 2008 ປະຊາຊົນໄດ້ຂຸດຄົ້ນ ພົບວັດຖຸມີຄ່າຫຼາຍລາຍການ, ປັດຈຸບັນແຂວງສະຫວັນນະເຂດ ເປັນຜູ້ເກັບຮັກສາໄວ້, ຈາກການສໍາຫຼວດເກັບກຳຂໍ້ມູນໃນເບື້ອງຕົ້ນ ບໍລິເວນນີ້ຄາດວ່າຈະເປັນຕົວເມືອງເກົ່າໃນສະໄໝບູຮານ ດັ່ງນັ້ນທາງກະຊວງ ຖວທ ຮ່ວມ ກັບສະຖາບັນຝຣັ່ງແຫ່ງພາກ ຕາເວັນອອກໄກ ຈຶ່ງໄດ້ລົງເກັບກຳຂໍ້ມູນຄືນໃໝ່ ແລະສໍາຫຼວດຂຸດຄົ້ນບາງຈຸດຕາມບໍລິເວນທີ່ ຄາດວ່າຈະແມ່ນຄູເມືອງ ແລະຈຸດທີ່ພົບວັດຖຸມີຄ່າກ່ອນໜ້ານີ້ ໂດຍການສຳຫຼວດເລີ່ມແຕ່ວັນທີ 01 ກຸມພາ 2023 ເປັນຕົ້ນມາ ແລະຮອດປະຈຸບັນໄດ້ຂຸດເພື່ອສໍາຫຼວດເບິ່ງ ຊັ້ນດິນທັງໝົດ 13 ຈຸດ,

SA Game
Art and Culture of Laos

ມີບາງຈຸດໄດ້ພົບຫຼັກຖານທີ່ຈະນຳໄປສູ່ການກຳນົດອາຍຸຂອງສະຖານທີ່ ແລະທີ່ເດັ່ນກວ່າໝູ່ແມ່ນ ບໍລິເວນດອນສິມ ໄດ້ພົບດິນຈີ່ເກົ່າແກ່ໂຄງສ້າງອາຄານ ຄາດວ່າຈະມີອາຍຸກວ່າ 2,000 ປີ ແຕ່ການສໍາຫຼວດນີ້ ຈະດຳເນີນໄປຮອດ ວັນທີ 02 ມີນາ 2023 ຈຶ່ງຈະໄດ້ຢຸດລົງ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: