ບຸນເຂົ້າຈີ່ ມາ​ຮູ້​ຈັກ​ກັບວັນມາຄະບູຊາ ບຸນເດືອນສາມເພັງ

SA Game

phakhaolao

ວັນມາຄະບູຊາ ບຸນເດືອນສາມເພັງ ປະເພນີງານ ບຸນເຂົ້າຈີ່ ຂອງ​ປະ​ຊາ​ຊົນ​ລາວ.

ບຸນ​ເຂົ້າ​ຈີ່ ປະ​ຊາ​ຊົນ​ລາວ​ສ່ວນ​ຫລາຍ​ກໍ​ຢູ່​ກັບ​ວັດ​ວາ​ອາ​ຣາມ ພ​ຣະ​ພຸດ​ທະ​ເຈົ້າ ເປັນ​ບ່ອນ​ອີງ​ໃນ​ຍາມ​ທີ່​ບໍ່​ສະ​ບາຍ​ໃຈ ແລະ ການລະນຶກເຖິງເຫດການສຳຄັນຂອງ​ປະ​ເພ​ນີ​ຕ່າງໆ, ເຖິງແມ່ນວ່າພຣະພຸດທະເຈົ້າຈະບໍ່ໄດ້ສັ່ງໄວ້ວ່າ ພິກຂຸທັງຫລາຍ ! ຂໍທ່ານທັງຫລາຍຈິ່ງເຮັດບຸນໃນວັນມາຄະຂອງທຸກໆ ເມື່ອການລ່ວງໄປແຫ່ງເຮົາກໍຕາມ.

ຊາວພຸດເຮົາເຊື່ອວ່າ ສິ່ງໃດດີ ເມື່ອເຮັດແລ້ວ ມີຜົນເພື່ອສົ່ງເສີມການເຮັດຄວາມດີ ສິ່ງນັ້ນ ບໍ່ມີໂທດ, ບໍ່ເປັນໄປເພື່ອຄວາມວຸ້ນວາຍ ກໍຖືວ່າເປັນເລື່ອງທີ່ຄວນສົ່ງເສີມ. ປະເທດລາວເຮົາ ເປັນປະເທດໜຶ່ງທີ່ນັບຖືພຣະພຸດທະສາສະໜາ ການສືບທອດຮີດຄອງປະເພນີອັນດີງາມຂອງຊາວພຸດ ເພື່ອສົ່ງເສີມຄວາມຈະເລີນງອກງາມທາງສີລະທັມ ນຳມາເຊິ່ງຄວາມຜາສຸກຂອງສັງຄົມ ເຮັດໃຫ້ປະເທດຊາດສະຫງົບຮົ່ມເຢັນ ກໍຍິ່ງເປັນເລື່ອງດີ ແລະຄວນປະຕິບັດຮັກສາສືບທອດໄປຊົ່ວກາລະນານ.

SA Game
Art and Culture of Laos

1. ປະຫວັດຄວາມເປັນ ມາ ບຸນ​ເຂົ້າ​ຈີ່

ວັນມາຄະບູຊາ ເປັນວັນທີ່ລະນຶກເຖິງພຣະອໍຣະຫັນຕ໌ 1,250 ອົງຄ໌ ມາຮວມຊຸມນຸນກັນທີ່ວັດເວລຸວັນ ໃນວັນເພັງ 15 ຄ່ຳເດືອນສາມ ໂດຍບໍ່ໄດ້ນັດໝາຍ ເພື່ອຟັງໂອວາທະປາຕິໂມກຂ໌ຈາກພຣະພຸດທະເຈົ້າ. ຊາວພຸດທັງຫລາຍຈິ່ງຖືເອົາວັນດັ່ງກ່າວເປັນວັນສຳຄັນທາງພຸດທະສາສະໜາ. ໃນບ້ານເຮົາມີປະເພນີງານບຸນຫລາຍແຫ່ງຈັດກົງກັນກັບວັນດັ່ງກ່າວ ເຊັ່ນ: ບຸນມາຄະບູຊາ , ບຸນເຂົ້າຈີ່, ບຸນວັດພູ ຈຳປາສັກ, ບຸນນະມັດສະການພຣະທາຕຸສຼີໂຄດຕະບອງ , ບຸນພຣະທາຕຸໂຜ່ນ, ບຸນພຣະທາຕຸຕຸ້ມພະວັງ.

2. ຄວາມໝາຍ ແລະຄວາມສຳຄັນ

ມາຄະ ເປັນຊື່ຂອງເດືອນທາງຈັນທະຄະຕິ ເຊິ່ງຕົກຢູ່ໃນລະຫວ່າງເດືອນມັງກອນຫາເດືອນກຸມພາ. ບູຊາ ໝາຍເຖິງການເຄົາຣົບ, ການຂາບໄຫວ້. ສະນັ້ນ, ບຸນມາຄະບູຊາ ຈິ່ງເປັນບຸນເພື່ອຂາບໄຫວ້ບູຊາໃນວັນເພັງເດືອນສາມ ເພື່ອລະນຶກເຖິງເຫດການສຳຄັນໃນທາງພຸດທະສາສະໜາ ເຖິງແມ່ນວ່າ ຈະເປັນເລື່ອງລາວທີ່ເກີດຂື້ນຜ່ານມາແລ້ວສອງພັນປາຍປີກໍຕາມ.

3. ອົງປະກອບ ແລະຫລັກທັມສຳຄັນໃນບຸນມາຄະ

ບຸນມາຄະບູຊານີ້ ນັກປຣາຊຍ໌ອາຈາຣຍ໌ເພິ່ນມັກເອີ້ນວ່າ ເປັນວັນຈະຕຸຣົງຄະສັນນິບາດ. ຄຳນີ້ມາຈາກ ຈະຕຸຣະ ແປວ່າ 4, ອົງຄະ ຫລື ອັງຄະ ແປວ່າ ອົງປະກອບ; ສັນນິປາຕະ ແປວ່າ ປະຊຸມ, ຊຸມນຸມ, ການເຕົ້າໂຮມ, ການລວມກັນ. ສະນັ້ນ, ເມື່ອເອົາຄຳສັບມາລວມກັນແລ້ວ ຈິ່ງກາຍເປັນ ຈະຕຸຣົງຄະສັນນິບາດ ເຊິ່ງແປວ່າ ວັນແຫ່ງອົງຄ໌ສີ່ (The Fourfold Assembly) ເພາະມີເຫດການສຳຄັນສີ່ຢ່າງປະກອບເຂົ້າກັນ ເຊິ່ງລວມມີດັ່ງນີ້:

  • ເປັນວັນເພັງ 15 ຄ່ຳ ເດືອນສາມ
  • ພຣະອໍຣະຫັນຕ໌ 1,250 ອົງຄ໌ມາຊຸມນຸມກັນໂດຍບໍ່ໄດ້ນັດໝາຍ
  • ພຣະສົງທຸກອົງຄ໌ລ້ວນແຕ່ເປັນພຣະອໍຣະຫັນຂີນາສົບຜູ້ຊົງອະພິນຍາແລະປະຕິສັມພິທາຍານ.
  • ພຣະສົງທຸກອົງຄ໌ທີ່ມາປະຊຸມກັນນັ້ນລ້ວນແຕ່ພຣະພຸດທະເຈົ້າບວດໃຫ້ດ້ວຍພຣະອົງຄ໌ເອງ(ດ້ວຍການບວດແບບເອຫິພິກຂຸອຸປະສັມປະທາ).

ຫລັກທັມທີ່ພຣະພຸດທະອົງຊົງຕຣັສແກ່ພຣະອໍຣະຫັນຕ໌ທັງຫລາຍນັ້ນ ເອີ້ນວ່າ ໂອວາທະປາຕິໂມກຂ໌ ເຊິ່ງນັກປຣາຊຍ໌ອາຈາຣຍ໌ໄດ້ອະທິບາຍຈຳແນກໄວ້ວ່າ ມີຫລັກການ 3, ອຸດົມການ 4 ແລະວິທີການ 6 ເປັນຫລັກທີ່ພຣະພຸດທະອົງຄ໌ວາງຮາກຖານໃຫ້ເປັນຮູບແບບແກ່ພຣະອໍຣະຫັນຕ໌ທັງຫລາຍໃຫ້ນຳໄປໃຊ້ເພື່ອສັ່ງສອນປະຊາຊົນໃຫ້ໄປໃນທາງດຽວກັນ.

ຫລັກການ 3 ມີດັ່ງນີ້ຄື:

1. ສັພພະປາປັສສະ ອະກະຣະນັງ: ການບໍ່ເຮັດຄວາມຊົ່ວທັງປວງ;

Not to do all evil deeds;

2. ກຸສະລັສສູ ປະສັມປະທາ: ການສ້າງສົມແຕ່ຄວາມດີ;

To do good deeds;

3. ສະຈິຕຕະ ປະຣິໂຍທະປະນັງ: ການຊຳຮະຈິດຂອງຕົນໃຫ້ຜ່ອງໃສ.

To purify one’s mind.

ຫລັກທັມ 3 ຂໍ້ນີ້ ຖືໄດ້ວ່າເປັນຫົວໃຈຫລັກສຳຄັນໃນທາງພຸດທະສາສະໜາ. ເນື່ອງຈາກວ່າ ສາມາດທຽບເຂົ້າກັນໄດ້ກັບຫລັກໄຕຣສິກຂາຄື: ສີລ,​ສະມາທິ, ແລະປັນຍາ.

SA Game
phakhaolao

ອຸດົມການ 4 :

1. ຄວາມອົດທົນອົດກັ້ນຕໍ່ສິ່ງທີ່ມາກະທົບທາງກາຍແລະໃຈ. (ຂັນຕິ ປະຣະມັງ ຕະໂປຕິ ຕິກຂາ)

2. ການມຸ້ງໃຫ້ເຖິງພຣະນິພພານ ເປັນເປົ້າໝາຍສູງສຸດ (ນິພພານັງ ປະຣະມັງ ວະທັນຕິ ພຸດທາ)

3. ພຣະພິກຂຸຫລືບັນພະຊິດນັກບວດ ບໍ່ຄວນທຳຮ້າຍຜູ້ອື່ນໃຫ້ລຳບາກທາງກາຍແລະໃຈ(ຜູ້ທຳຮ້າຍຄົນອື່ນບໍ່ຊື່ວ່າເປັນບັນພະຊິດເລີຍ)( ນະ ຫິ ປັພພະຊິໂຕ ປະຣູປະຄາຕິ)

4. ບໍ່ບຽດບຽນຄົນອື່ນທັງກາຍແລະໃຈ (ຜູ້ບຽດບຽນຄົນອື່ນ ບໍ່ຊື່ວ່າເປັນສະມະນະເລີຍ)(ສະມະໂນ ໂຫຕິ ປະຣັງ ວິເຫຖະຍັນໂຕ)

ວິທີການ 6:

1. ການບໍ່ກ່າວຮ້າຍ (ອະນູປະວາໂທ)

2. ການບໍ່ທຳຮ້າຍ(ອະນູປະຄາໂຕ)

3. ການສັງລວມໃນພຣະປາຕິໂມກຂ໌(ປາຕິໂມກເຂ ຈະ ສັງວະໂຣ)

4. ການຮູ້ຈັກພໍປະມານໃນການບໍລິໂພກ(ມັຕຕັນຍຸຕາ ຈະ ພັຕຕັສມິງ).

5. ການນອນການນັ່ງໃນທີ່ອັດສະງັດ(ປັນຕັນຈະ ສະຍະນາສະນັງ)

6. ພາກພຽນໃນການຝຶກຈິດອັນຍິ່ງ( ອະທິຈິຕເຕ ຈະ ອາໂຍໂຄ)

ເຖິງແມ່ນວ່າ ເຮົາຈະບໍ່ຮູ້ໄດ້ຢ່າງຊັດເຈນວ່າ ພວກເຮົາຄົນລາວຊາວພຸດໄດ້ພາກັນເຮັດບຸນມາຄະບູຊານີ້ ເລີ່ມມາແທ້ໆແມ່ນປີໃດກໍຕາມ ເຫດການປະຫວັດສາດຈະຖືກບັນທຶກຫລືບໍ່ບັນທຶກ ກໍຍັງມີຫລັກຖານຢ້ອນອະດີດໄດ້ໄປເຖິງສະໄໝພຸດທະການ. ແຕ່ພວກເຮົາທັງຫລາຍຍັງໂຊກດີ ທີ່ຮູ້ຈັກພຸດທະປະຫວັດ ຈິ່ງພໍຮູ້ທີ່ໄປທີ່ມາໃຫ້ໄດ້ກ່າວເຖິງ. ແຕ່ການປະຕິບັດຕາມຫລັກທັມຄຳສອນຂອງພຣະພຸດທະເຈົ້ານັ້ນ ເຮົາສາມາດປະຕິບັດໄດ້ທຸກວັນທຸກເວລາ ບໍ່ແມ່ນຈະລະນຶກເຖິງຄຳສອນສະເພາະວັນມາຄະບູຊາເທົ່ານັ້ນ. ເມື່ອເຮົາຮຽນຮູ້ວ່າ ວັນມາຄະບູຊາມີຄວາມເປັນມາ, ມີຫລັກທັມທີ່ສຳຄັນແນວໃດແລ້ວ ຊາວພຸດທັງຫລາຍ ຈິ່ງຄວນສືບຕໍ່ປົກປັກຮັກສາຮີດຄອງປະເພນີອັນດີງາມນີ້ສືບໄປ ຊົ່ວກາລະນານ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ ເບີ່ງ​ເມືອງ​ລາວ

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ພຣະອາຈາຣຍ໌ໄຊຍະເດດ ວົງໂສພາ