ເມືອງເຟືອງ ແຂວງວຽງຈັນ ເມືອງແຫ່ງແຫລ່ງທ່ອງທ່ຽວທີ່ສວຍງາມ

SA Game

Lao National Radio

ເມືອງເຟືອງ ແຂວງວຽງຈັນ ເຂດທ່ອງທ່ຽວທີ່ກໍາລັງໄດ້ຮັບຄວາມນິຍົມຈາກນັກທ່ອງທ່ຽວ

ຫາກທ່ານຍັງບໍ່ທັນໄດ້ໄປທ່ຽວເມືອງເຟືອງເທືອ ທ່ານຕ້ອງຍາດເວລາໄປໃຫ້ໄດ້, ເຊິງປະຈຸບັນເມືອງເຟືອງພວມເອົາໃຈໃສ່ຈັດສັນ ຄຸ້ມຄອງສະຖານທີ່ທ່ອງທ່ຽວແຫ່ງຕ່າງໆ ພາຍໃນເມືອງໃຫ້ເຂົ້າສູ່ຄວາມເປັນລະບຽບ ສວຍງາມ ສາມາດດຶງດູດນັກທ່ອງທ່ຽວທັງພາຍໃນແລະຕ່າງປະເທດ ໃຫ້ເຂົ້າໄປທ່ອງທ່ຽວນັບມື້ນັບຫລາຍ ສາມາດສ້າງວຽກເຮັດງານທໍາ ກໍຄືສ້າງລາຍຮັບໃຫ້ປະຊາຊົນພາຍໃນເມືອງໃຫ້ນັບມື້ນັບຫລາຍ.

ທ່ານນາງ ສົມຄິດ ຈິດດາວົງ ຫົວໜ້າຫ້ອງການ ຖະແຫລງຂ່າວ ວັດທະນະທໍາ ແລະທ່ອງທ່ຽວ ເມືອງເຟືອງ ແຂວງວຽງຈັນໃຫ້ຮູ້ວ່າ:

ເມືອງເຟືອງມີແຫຼ່ງທ່ອງທ່ຽວທາງດ້ານທໍາມະຊາດ, ປະຫວັດສາດ ແລະວັດທະນະທໍາທີ່ໄດ້ຮັບຄວາມນິຍົມຫລາຍແຫ່ງ, ສະເພາະແຫລ່ງທ່ອງທ່ຽວດ້ານທໍາມະຊາດປະກອບມີ:

ຫາດຜາຕັ້ງ, ຫາດດອນກາງໃຫຍ່, ຫາດດອນກາງນ້ອຍນໍ້າສາມຄອນ, ແຫ່ລງທ່ອງທ່ຽວດ້ານປະຫວັດສາດປະກອບມີຫໍສີລາຈາລຶກ, ຫໍມູນເຊື້ອຕົ້ນແຕ້ຈາລຶກຄວາມແຄ້ນຂອງຊາວເມືອງເຟືອງ, ສະຖານທີ່ທ່ອງທ່ຽວດ້ານ ວັດທະນະທຳ ແມ່ນວັດສິນໄຊຍະຣາມ ບ້ານໂນນຫີນແຮ່ ທີ່ຕິດພັນກັບຕຳນານນິທານເລື່ອງສັງສິນໄຊ, ວັດບ້ານຜາສັງ, ວັດບ້ານນາເມືອງ ແລະແຫ່ງອື່ນໆອີກ

SA Game
Lao National Radio

ນອກນີ້ ຍັງມີສະຖານທີ່ຫລາຍແຫ່ງ ທີ່ສາມາດພັດທະນາໃຫ້ເປັນແຫຼ່ງທ່ອງທ່ຽວໃນຕໍ່ໜ້າໄດ້ອີກ ປະຈຸບັນມີນັກທ່ອງທ່ຽວທັງໃນລະຕ່າງປະເທດ ເຂົ້າໄປທ່ຽວ ເມືອງເຟືອງປະມານ 1.400 ຫາ 1.600 ຄົນຕໍ່ເດືອນ.

SA Game
Lao National Radio

ທ່ານນາງ ສົມຄິດ ຈິດດາວົງ ໃຫ້ຮູ້ອີກວ່າ: ຍ້ອນວຽກງານທ່ອງທ່ຽວຢູ່ເມືອງເຟືອງໄດ້ມີການຂະຫຍາຍຕົວຢ່າງວ່ອງໄວ ແບບກ້າວກະໂດດ ໂດຍຫ້ອງການ ຖວທ ເມືອງ ໄດ້ຊຸກຍູ້ຜູ້ປະກອບກິດຈະການ ດ້ານການບໍລິການທ່ອງທ່ຽວ ໃຫ້ເອົາໃສ່ປະຕິບັດຕາມລະບຽບ, ກົດໝາຍ, ແຈ້ງການ, ຄຳສັ່ງແນະນໍາຕ່າງໆ , ເພື່ອ ຮັກສາໄດ້ດ້ານວັດທະນະທຳ ຮີດຄອງປະເພນີ, ຄວາມປອດໄພຂອງນັກທ່ອງທ່ຽວ, ຮັກສາທຳມະຊາດ, ສິ່ງແວດລ້ອມ, ແລະໃຫ້ບໍລິການທີ່ດີແກ່ນັກທ່ອງທ່ຽວ.

SA Game
Lao National Radio

ປະຈຸບັນຢູ່ເມືອງເຟືອງມີເຮືອນພັກ ແລະລີສອດທັງໝົດ 32 ແຫ່ງ, ເປັນຕົ້ນ: ເຮືອນພັກຊົງລາວ ບ້ານເມືອງເຟືອງ, ເຮືອນພັກແຄນລາວ, ເຮືອນພັກວັງນໍ້າທິບ, ເຮືອນພັກບ້ານສາມໝື່ນວີວໂຮມສະເຕ, ລີສອດເພັດມັງກອນ, ລີສອດອ່າງນໍ້າຕົງ; ນອກນີ້ ກໍມີຮ້ານອາຫານ ຮ້ານກິນດື່ມ, ເຮືອນພັກແບບຄອບຄົວຈຳນວນໜື່ງ ພ້ອມໃຫ້ບໍລິການແກ່ນັກທ່ອງທ່ຽວ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ:  Lao National Radio