ຕ້ອງປ່ຽນ! ລ້ຽງປາແບບໃຫມ່ ເພື່ອຫຼຸດຜ່ອນຕົ້ນທຶນເຮັດໃຫ້ທຸລະກິດຢູ່ໄດ້

SA Game

Media Laos

ຫັນປ່ຽນວິທີການສູ່ການລ້ຽງປາແບບໃຫມ່ ຫຼຸດຜ່ອນຕົ້ນທຶນເຮັດໃນຍຸກທີ່ເງິນເຟີ້ ແລະ ນ້ຳມັນແພງ

ດັ່ງທີ່ຫລາຍຄົນໃນທົວ ສປປ ລາວ ແລະ ອາດຈະທົວໂລກໄດ້ປະເຊີນຢູ່ກັບສະພາບປັດຈຸບັນ ແລະ ໃນວົງການທຸລະກິດຫຼາຍຂະແໜງແມ່ນໄດ້ຮັບຜົນກະທົບຢ່າງກວ້າງຂວາງຈາກພາວະເສດຖະກິດຂອງໂລກ ທີ່ສົ່ງຜົນກະທົບເຖິງຫົວໜ່ວຍທຸລະກິດໃນປະເທດລາວ ເວົ້າລວມ ເວົ້າສະເພາະກໍແມ່ນຢູ່ແຂວງອຸດົມໄຊ ທີ່ມີຫົວໜ້ວຍທຸລະກິດຫຼາຍສາຂາໄດ້ປິດໂຕລົງ ແລະ ບາງຫົວໜ່ວຍກໍໄດ້ປັບປ່ຽນ ຫາທຸກວິທີທາງເພື່ອຈະປະຄອງທຸລະກິດຂອງຕົນໄວ້ໃຫ້ລວດໄປວັນໆ.

ທ່ານ ຫຸມພັນ ເພັດໄຊພອນ ຊາວກະຊິກອນລ້ຽງປາ ຢູ່ບ້ານແຟນ ເມືອງຮຸນ ແຂວງອຸດົມໄຊ ໄດ້ໃຫ້ສໍາພາດວ່າ: ຕົນເອງໄດ້ລອງມາຫຼາກຫຼາຍອາຊີບ ແຕ່ກໍບໍ່ໄດ້ຮັບຜົນປານໃດ ຈິ່ງໄດ້ມາຫັນປ່ຽນໃນການລ້ຽງປາ. ຕະຫຼອດໄລຍະການລ້ຽງມາ ແມ່ນໄດ້ລອງຜິດລອງຖືກ ບາງປີກໍໄດ້ກຳໄລ ບາງປີກໍລຸບທຶນ ແຕ່ກໍສາມາດປະຄອງທຸລະກິດຂອງຕົນມາໄດ້ ແລະ ມາຮອດປະຈຸບັນ ກໍມາພົບກັບວິກິດ ເສດຖະກິດໂລກຜັນແປແບບນີ້ ສີນຄ້າທຸກຢ່າງຂື້ນລາຄາ ໂດຍສະເພາະແມ່ນອາຫານເກືອປາ ສະນັ້ນ, ຈຶ່ງຕ້ອງໄດ້ປັບປ່ຽນວິທີການລ້ຽງເພື່ອໃຫ້ຢູ່ລອດ. ໂດຍສະເພາະແມ່ນ ນຳໃຊ້ເຕັກນິກທີ່ທັນສະໄໝ ເຂົ້າໃນການລ້ຽງ ເຊັ່ນ: ການໃຫ້ອາຫານປາດ້ວຍເຄື່ອງຈັກແບບຕັ້ງເວລາໄວ້, ການຈັດການລະບົບນ້ຳ ທັງນີ້ກໍ່ເພື່ອລຸດຜ່ອນແຮງງານຄົນ.

SA Game
Media Laos

ທ່ານ ຫຸມພັນ ເພັດໄຊພອນຍັງໃຫ້ຮູ້ຕື່ມວ່າ: ປັດຈຸບັນແມ່ນມີໜອງປາຈໍານວນ 7 ໜອງ ໄດ້ໜູນວຽນປ່ອຍປາເພື່ອສົ່ງໃຫ້ຕະຫຼາດໄດ້ໂດຍບໍ່ຂາດຕະຫຼອດປີ, ສະນັ້ນ ການຈັດການບໍລິຫານການລ້ຽງປາໃນແຕ່ລະໜອງຈຶ່ງເປັນສິ່ງສຳຄັນຫຼາຍ ແລະ ຕ້ອງໄດ້ອາໃສປະສົບການ, ການສັງເກດ, ການຮຽນຮູ້, ການບໍາບັດນ້ໍາ ຫຼັກໆແມ່ນຕ້ອງເປັນຄົນພ້ອມທີ່ຈະຮຽນຮູ້ ແລະ ພັດທະນາທາງດ້ານວິຊາການຕະຫຼອດ. ສຳລັບຕະຫຼາດຈຳໜ່າຍປາ ສ່ວນຫຼາຍແມ່ນຈຳ ໜ່າຍພາຍໃນເມືອງຮຸນ ແລະ ສົ່ງໄປຕ່າງແຂວງກໍ່ຄື ເມືອງເງິນ, ເມືອງຫົງສາ, ແຂວງໄຊຍະບູລີ ຫຼື ຈຳໜ່າຍຕາມຮອບວຽນຂອງກຸ່ມຂາຍປາ ສາມາດມີກໍາໄລຈໍານວນໜື່ງພໍໃຫ້ຢູ່ໄດ້. ໂອກາດນີ້ທ່ານຍັງໄດ້ໃຫ້ຮູ້ຕື່ມວ່າ ສຳລັບທ່ານໃດສົນໃຈຢາກຈະລົງທຶນໃນການລ້ຽງປາ ທ່ານຍັງໄດ້ແນະນໍາວ່າ ໃຫ້ສຶກສາເບິ່ງຄວາມພ້ອມ, ທຶນຮອນ, ສະຖານທີມີນ້ຳສະດວກບໍ່, ການຂົນສົ່ງສະດວກສະບາຍບໍ່, ສີ່ງສຳຄັນກໍ່ຕ້ອງເປັນຄົນທີ່ມີໃຈມັກ ຮັກໃນການລ້ຽງປາແທ້ໆ ຈຶ່ງລົງມືເຮັດ ເພື່ອບໍ່ໃຫ້ເສຍເວລາ ເສຍທຶນຮອນ.

ເພື່ອໃຫ້ຢູ່ລອດໄດ້ໃນສະພາບເສດຖະກິດແບບນີ້ ທາງຄອບຄົວທ່ານຫຸມພັນ ແມ່ນໄດ້ທົດລອງຜະລິດ ອາຫານເກືອປາດ້ວຍຕົນເອງ ເພື່ອລຸດຜ່ອນຕົ້ນທືນໃນການຊື້ອາຫານສຳເລັດຮູບໃນທ້ອງຕະຫຼາດ ແລະ ຜ່ານການທົດລອງມາໄລຍະສອງປີ ເຫັນວ່າການຜະລິດ ອາຫານເອງແມ່ນມີກຳໄລ ປາໃຫຍ່ໄວ, ຊີ້ນປາແໜ້ນ, ແຊບ ບໍມີກີ່ນຄາວ, ສຳລັບບຸກຄົນໃດຫາກສົນໃຈ ຢາກຖອດຖອນບົດຮຽນໃນການລ້ຽງປາ ຫລື ການຜະລິດຫົວອາຫານ ທ່ານກໍ່ພ້ອມທີ່ຈະໃຫ້ຄຳປຶກສາໃນທຸກດ້ານ.

SA Game
Media Laos

ຈະເປັນອາຊີບໃດກໍຕາມ ຖ້າມີຄວາມອົດທົນ, ດຸໝັ່ນ, ກ້າລອງຜິດ, ລອງຖືກ ແລະ ຮູ້ນໍາໃຊເຕັກນິກວິຊາການແບບໃໝ່ເຂົ້າຊ່ວຍ, ເຮັດຖືກຕາມຫຼັກວິຊາການ ກໍຈະເຮັດໃຫ້ການຜະລິດໄດ້ຮັບຜົນ ແລະ ເຮັດໃຫ້ຊີວິດຂອງຄອບຄົວດີຂຶ້ນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: Media Laos