ເປັນ​ຫຍັງ​? ຕ້ອງ​ມີປະ​ເພ​ນີການສູ່ຂໍກ່ອນຈະແຕ່ງງານກັນ

SA Game

ຮູບ​ຈາກ: sarakadee.com

ມາຮູ້ຈັກກັບປະ​ເພ​ນີ​ຂອງຄວາມຮັກຂອງກ່ອນ​ເປັນ​ຄູ່​ຜົວ​ເມຍ.

ບາງທ່ານອາດຈະມີຄຳຖາມເກີດຂຶ້ນໃນໃຈວ່າເພາະເຫດໃດຊີວິດຂອງຕົນເອງຈຶ່ງຕ້ອງທຸກດ້ວຍຄວາມຮັກ, ມີຮັກກໍບໍ່ເຄີຍສົມຫວັງເປັນເພາະເຫດໃດ? ຄວາມຮັກເປັນສິ່ງທີ່ຄົນເຮົາທຸກຄົນຕ້ອງພົບພໍ້ ທຸກຊີວິດຕ້ອງການຄວາມຮັກ ຄວາມເອົາໃຈໃສ່ ຊຶ່ງກັນ ແລະ ກັນ ຄວາມຮັກແທ້ຈິງແລ້ວມີຢູ່ຫຼາຍຮູບແບບ ແຕ່ສ່ວນໃຫ່ຍແລ້ວ ຄວາມຮັກທີ່ມັກເຮັດໃຫ້ມີບັນຫາຫຼາຍທີ່ສຸດກໍຄື ຄວາມຮັກແບບຊູ້ສາວ ຄວາມຮັກແບບຍິງ-ຊາຍ. ຄວາມຮັກຊະນິດນີ້ມັກເປັນສາຍເຫດໃຫ້ຄົນເຮົາຮັກກັນຫຼາຍທີ່ສຸດ ແລະ ຄຽດຊັງກັນຢ່າງຮຸນແຮງ ອັນຈົນເປັນເຫດໃຫ້ສ້າງເວນສ້າງກຳຕໍ່ກັນ ຊຶ່ງແຕກຕ່າງກັບຄວາມຮັກຮູບແບບອື່ນ ທີ່ເປັນຄວາມຮັກທີ່ບໍລິສຸດເຊັ່ນ:

ຄວາມຮັກຂອງພໍ່ແມ່ ຄວາມຮັກຄູບາອາຈານ ຄວາມຮັກແບບພີ່ນ້ອງ ເພື່ອນມິດສະຫາຍ ເປັນຄວາມຮັກທີ່ປອດໄພ ແລະ ກໍເປັນສຸກ ຄົນທີ່ມີຄວາມຮູ້ສຶກວ່າຕົນເອງອາພັບຮັກ ທຸກພັດພາກຈາກຄົນຮັກຢູ່ເລື້ອຍໆ ຖືກປະຖິ້ມ ຈາກຄົນທີ່ຕົນຮັກ ຫຼື ແຕ່ງງານໄປແລ້ວ ຊີວິດຄູ່ບໍ່ມີຄວາມສຸກ ສາມີຫຼືພັນລະຍານອກໃຈ ຫຼື ມີເຫດຕ້ອງໃຫ້ຄອບຄົວຕ້ອງແຕກແຍກ ມີຄວາມທຸກໃຈໃນເລື່ອງຂອງຄວາມຮັກ ແລະ ຊີວິດຄູ່ຢູ່ສະເໝີ ແມ້ກະທັ້ງຄົນທີ່ເປັນໂສດທີ່ຕ້ອງທຸກເພາະການຢູ່ຄົນດຽວ ຫິວໂຫຍຄວາມຮັກ ແຕ່ກໍບໍ່ສົມຫວັງ ຫຼົງຮັກເຂົາຂ້າງດຽວ ຮັກຄົນທີ່ເຂົາມີຄູ່ຢູ່ແລ້ວ  ຫຼື ແມ່ນແຕ່ຄວາມຮັກທີ່ບໍ່ສາມາດເປັນໄປໄດ້.

SA Game
ຮູບ​ຈາກ: sarakadee.com

ຄົນທີ່ຕ້ອງຜິດຫວັງກັບຄວາມຮັກຢູ່ສະເໝີ ຕາມຄວາມເຊື່ອ ໃນທາງພະພຸດທະສາດສະໜາ ຄົນທີ່ຕ້ອງປະສົບບາບກຳໃນເລື່ອງຂອງຄວາມຮັກ ເຫດເພາະອະດີດເຄີນເຮັດຜິດສິນຂໍ້ 3  ຄືການປະພຶດພິດທາງກາມ ຊຶ່ງກໍໝາຍເຖິງການມີຄວາມສຳພັນທາງຊູ້ສາວຢ່າງບໍ່ຖືກຕ້ອງທຸກຮູບແບບ ທັງກັບບຸກຄົນທີ່ມີເຈົ້າຂອງ ຫຼື ບຸຄົນທີ່ມີຜູ້ປົກຄອງຮັກສາ ເພາະລູກເປັນສົມບັດຂອງບິດາມານດາ ຫາກຜູ້ປົກຄອງບໍ່ຍິນຍອມຕໍ່ການກະທຳດັ່ງກ່າວ ຈຶ່ງກໍ່ໃຫ້ເກີດວິບາບກຳຄວາມຮັກຕາມມາ. ສຳລັບຊາຍ-ຍິງທີ່ປະພຶກຜິດສີນຂໍ້ 3 ໂດຍຜູ້ປົກກາລີບໍ່ຍິນຍອມນັ້ນ ຈະສົ່ງຜົນໃຫ້ຊີວິດຄູ່ບໍ່ມີຄວາມສຸກ ບໍ່ມີຄວາມຈະເລີນ ມີບັນຫາໃນເລື່ອງຂອງຄວາມຮັກ ທຸກໃຈ ກັບກັບຄວາມຮັກຢູ່ສະເໝີ.

ໃນສະໄໝບູຮານຈິ່ງມີພິທີມຸງຄຸນສົມລົດ ເພື່ອໃຫ້ມີການສູ່ຂໍຢ່າງຖືກຕ້ອງ ເປັນການຂໍອະນຸຍາດຈາກຜູ້ປົກຄອງຂອງຝ່າຍຍິງໂດຍຕົງ ຄະນະດຽວກັນຫາກບໍ່ມີງານມຸງຄຸນເກີດຂຶ້ນ ແຕ່ໄດ້ມີການບອກກ່າວສູ່ຂໍກັບຜູ້ປົກຄອງແລ້ວ ແລ້ວຜູ້ປົກຄອງກໍເຕັມໃຈທີ່ຈະຍົກລູກສາວໃຫ້ກໍຖືວ່າໄດ້ເຮັດ ຕາມທຳນອງຄອງທຳຢ່າງຖືກຕ້ອງແລ້ວ ແຕ່ໃນປັດຈຸບັນຄ່ານິຍົມປ່ຽນໄປ ເຮັດໃຫ້ມີການກະທຳຜິດກັນຫຼາຍ ໃນບາງຄັ້ງຜູ້ປົກຄອງບໍ່ເຕັມໃຈ ຫຼື ເສຍໃຈກັບການກະທຳຂອງລູກໆ ເຮັດໃຫ້ເກີດວິບາບກຳຄວາມຮັກ ເຮັດໃຫ້ຊີວິດຄູ່ບໍ່ມີຄວາມສຸກ ແລະ ມັກຈະພົບກັບບັນຫາຢູ່ສະເໝີ. ນອກຈາກເຮັດຜິດສິນຂໍ້ 3 ແລ້ວ ຍັງມີກຳອື່ນໆທີ່ເຮັດໃຫ້ເກີດວິບາບກຳຄວາມຮັກໄດ້.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​ ໂດຍ: laophattananews.com