ປະຫວັດຄວາມເປັນມາຂອງບ້ານ ແລະ ຫໍໄຕຣປີດົກ ໜອງລຳຈັນ

SA Game

ພາບ: laopost.com

ມາ​ຮູ້​ຈັກ​ກັບບ້ານ ແລະ ຫໍໄຕຣປີດົກສະໄໝຂອງເຈົ້າສຸລິຍະວົງສາ

ຕາມປະຫວັດຄວາມເປັນມາ, ບ້ານ ໜອງລຳຈັນ (ຫຼື ໜອງນໍ້າຈັນ) ໄດ້ກໍາເນີດສ້າງຕັ້ງຂຶ້ນໃນສະຕະວັດທີ 17 ສະໄໝຂອງເຈົ້າສຸລິຍະວົງສາ ແຫ່ງອານາຈັກລ້ານຊ້າງ ມາຮອດປັດຈຸບັນນີ້ມີອາຍຸປະມານ 400 ກວ່າປີ ຊົນເຜົ່າທີ່ມາຕັ້ງບ້ານຢູ່ໃນດິນແດນແຫ່ງນີ້ ຄື ຊົນເຜົ່າ ຜູ້ໄທ ແລະ ຊົນເຜົ່າ ກວນຕູມ ( ລາວເທິງ )ໃນສະໄໝນັ້ນເກີດເສິກເສືອເໜືອໃຕ້ ຂຶ້ນມາທາງຕາເວັນອອກສ່ຽງເໜືອຂອງປະເທດລາວ ຄື ຢູ່ທາງຊາຍແດນລາວ-ຫວຽດ ກໍ່ຄືເມືອງ ເຊໂປນ ໃນປັດຈຸບັນ.

ຍ້ອນມີການເກີດເຫດວຸ້ນວາຍຈຶ່ງອົບພະຍົບມາຈາກພູເກົ້າພູນາງ, ພ້ອມພາຫະນະຊ້າງ, ມ້າ, ງົວ, ຄວາຍ, ໃນການເດີນທາງມາຄັ້ງນີ້ມີບຸກຄົນສໍາຄັນຊື່ວ່າ: ຕາກອງກີ ຜ່ານຜ່າອັນຕະລາຍມາຈາກພາກເໜືອໂດຍບໍ່ມີຈຸດໝາຍປາຍທາງ ວ່າຈະໄປບ່ອນໃດຊຶ່ງສ້າງຄວາມລໍາບາກກາກກຳຢ່າງໃດກໍຕາມ ແຕ່ທຸກຄົນບໍ່ທໍ້ຖອຍ ຈົນກະທັ້ງມາເຖິງດິນແດນແຫ່ງໜຶ່ງ ເປັນທີ່ຮາບພຽງ ແລະ ເໝາະແກ່ການສ້າງສາ ພັດທະນາ ຈຶ່ງເຮັດໃຫ້ຄົນເຜົ່າໜຶ່ງ ຊື່ວ່າ: ຜູ້ໄທພາກັນຕັ້ງບ້ານເຮືອດຢູ່ທີ່ນັ້ນ ເພື່ອທຳມາຫາກິນ ຕໍ່ໄປ ບ້ານນັ້ນຊືວ່າ ບ້ານ ນາກະແຕບ ເມືອງ ວິລະບູລີ ໃນປັດຈຸບັນ.

SA Game
ພາບ: laopost.com

ຄົນຈຳພວກໜຶ່ງ ບໍ່ຍອມຕັ້ງຖິ່ນຖານທີ່ນັ້ນ ຈຶ່ງພາກັນເດີນຕໍ່ໄປ ເພື່ອຊອກຫາແຫຼ່ງ ທຳມາຫາກິນ ຈົນມາຮອດດິນແດນແຫ່ງໜຶ່ງອັນເປັນທີ່ພໍໃຈ ຂອງທຸກຄົນ ເໝາະແກ່ການປູກຝັງ ລ້ຽງສັດ ໃນບໍລິເວນນັ້ນ ມີໜອງໃຫຍ່ໜອງໜຶ່ງຊຶ່ງປົກຄຸມໄປດ້ວຍຕົ້ນໄມ້ນ້ອຍ-ໃຫຍ່ນາໆຊະນິດ.

ທີ່ມາຂອງຊື່ໜອງລຳຈັນ

ໃນຂອບເຂດບໍລິເວນໜອງນີ້ ຍັງມີກິ່ນໄມ້ຫອມຫວນຂອງຕົ້ນແກ່ນຈັນທີ່ມີຢູ່ກາງ ໜອງຢ່າງຫຼວງຫຼາຍໃນກາງໜອງເຊິ່ງພາໃຫ້ດຶງດູດຈິດໃຈຂອງທຸກຄົນຕື່ມອີກ ເພາະຄົນພວກນີ້ ມັກນັບຖື ສິ່ງສັກສິດມາແຕ່ບູຮານນະການ ແລ້ວຈຶ່ງສົມຄວນແກ່ການສັກກະລະບູຊາເປັນຢ່າງຍິ່ງຂອງຄົນສະໄໝນັ້ນ ທັງສອງຊົນເຜົ່າທີ່ມາດ້ວຍກັນ ຈຶ່ງພາກັນຕົກລົງຕັ້ງບ້ານເຮືອນໃນເຂດໜອງນີ້ໂດຍ ໄດ້ແບ່ງ ອອກເປັນສອງ ເຂດປົກຄອງຄື:

ທາງທິດຕາເວັນອອກສ່ຽງເໜືອ ຂອງໜອງແມ່ນ ຊົນເຜົ່າ ຜູໄທ ຢູ່ທາງຕາເວັນຕົກສ່ຽງໃຕ້ ແມ່ນຊົນເຜົ່າກວນຕູມຢູ່ ເຊິ່ງມີໜອງນໍ້າ ຂັ້ນຢູ່ຫວ່າງກາງ ຫ່າງກັນປະມານ 50 M ແມັດ ຕໍ່ມາປະມານ 1 ປີ ຄົນໃນບ້ານນີ້ຈຶ່ງໄດ້ປະຊຸມກັນ ເພື່ອຫາຊື່ສຽງ ລຽງນາມບ້ານ ບັງບໍ່ທັນໄດ້ຊື່ ຄົນທັງຫຼາຍເຫັນດີກັນໃຫ້ເອົາໜອງທີ່ມີຕົ້ນໄມ ‘‘ ຈັນໃຫຍ່ ’’ ເປັນຊື່ບ້ານ ຈຶ່ງໄດ້ໃສ່ຊື່ວ່າ: ບ້ານໜອງນໍ້າຈັນ ຕໍ່ມາຈຶ່ງ ປ່ຽນມາເປັນ ບ້ານ ‘’ໜອງລໍາຈັນ’’ ຮອດປັດຈຸບັນນີ້

ຈາກນັ້ນ 3 ປີ ໄດ້ມີ ຍາຄູ (ພຣະ) ອົງໜຶ່ງຊື່ວ່າ: ຍາຄູ ໂກກ ເດີນທາງມາທາງພາກໃຕ້ ຂອງລາວ ມາຊັກຊວນອວນຕ້ານ ປະຊາຊົນຕັ້ງວັດຂຶ້ນພາຍໃນບ້ານ ພາຍຫຼັງຍາຄູ ໂກກ ນິພານ (ຕາຍ) ກໍ່ແມ່ນຍາຄູ ບຸດດາ ເປັນຜູ້ພາສ້າງ ວັດ ຕໍມາ ກໍ່ແມ່ນ ຄູບາ ຊິນ ເປັນຜູ້ສືບຕໍ່ສ້າງສະໄໝນັ້ນ ການສຶກສາ ຮໍ່າຮຽນແມ່ນຢູ່ວັດ ຍາຄູຊິນ ໄດ້ມີຫຼານ ຜູ້ໜຶ່ງ ຕິດຕາມມານຳ ຊື່ວ່າ:

ທ້າວ ຄໍາພາ ບວດເປັນສາມະເນນ ຄຳພາ ກໍ່ສຶກສາຮໍ່າຮຽນທີ່ນີ້ ເປັນເວລາ 2 ປີ ຈຶ່ງຖຶກສົ່ງໄປຮຽນຕໍ່ທີ່ ເຂັມມະລາດ (ປະເທດໄທ) ເນນ ຄຳພາ ຮຽນຢູ່ທີ່ນັ້ນໄດ້ 2 ປີ ຍ້ອນເປັນຄົນຮຽນ ເກັ່ງ ພ້ອມທັງເປັນຄົນສະຫຼາດ ຈຶ່ງຖືກໄປຮຽນຕໍ່ທີ່ກຸງສີ ອະຍຸທະຍາ ( ປະເທດໄທ) ປະມານ 5 ປີ ກໍ່ໄດ້ອຸບປະສົມບົດ ເປັນຍາຄູ (ພຣະ) ລວມອາຍຸໄດ້ 30 ປີ ແລ້ວຮຽນຈົບ.

ເວລານັ້ນ ຍາຄູ ຄຳພາ ຂໍໄປຮຽນຕໍ່ທີ່ປະເທດ ພະມ້າ ແຕ່ຝ່າຍສົງບໍ່ອະນຸຍາດໃຫ້ ກໍ່ຖືກແຕ່ງຕັ້ງ ເປັນຄູສອນ ສົງຢູ່ ອະຍຸທະຍາ ເປັນເວລານານສົມຄວນ ຈຶ່ງໄດ້ລາ ຄູບາອາຈານກັບຄືນບ້ານເດີມ ບ້ານໜອງລຳຈັນ ພ້ອມພຣະສົງລາວ 3 ອົງຄ໌ ໄລຍະກັບມາໄດ້ພັກ ຈໍາພັນສາຢູ່ວັດ ສີເມືອງ (ຈັ່ງ ຫວັດອຸບົນ) ແລະ ເຂມມະລາດ ປະເທດໄທ ເວລາຈຳພັນສາ ຢູ່ນັ້ນ ຍາຄູ ຄຳພາໃຊ້ເວລາຂຽນໜັງສື ຜູກ ໃບລານ ວິຊາ ອາຄົມຕ່າງໆ ທີ່ຕົນຮຽນມາ ໄດ້ຈຳນວນຫຼວງຫຼາຍ.

ເວລານັ້ນ ລາວເຮົາ ເສຍໄຊໃຫ້ສົງຄາມລະຫວ່າງ ກຸງສີອະຍຸທະຍາ ວຽງຈັນ ພວກເຂົາມາກວາດເອົາເຄື່ອງຄໍ້າ ຂອງຄູນ ທີ່ສັກສິດອື່ນໆ ໄປຈົນໝົດ, ຍາຄູ ຄຳພາ ເຫັນວ່າ ຢ້ານໜັງສືຜູກໃບລານດັ່ງກ່າວຕົກເຮ່ຍ ຈຶ່ງຍ້າຍມາທາງດົງທ່າ ດົງເທິງ ພ້ອມດ້ວຍໜັງ ສືຜູກໃບລານຈໍານວນໜຶ່ງ

ຕໍ່ຈາກນັ້ນ ຈຶ່ງຍ້າຍມາບ້ານ ໜອງລໍາຈັນ ແລະ ໄດ້ຊັກຊວນ ອວນຕ້ານອອກຕົນຍາດໂຍມ ສ້າງຫໍໄຕຣປີດົກຂຶ້ນທີ່ກ່າງນໍ້າ ເພື່ອເກັບມ້ຽນ ໜັງສືຜູກໃບລານໄວ ການທີ່ປຸກຫໍໄຕຣຢູ່ກາງນໍ້າ ກໍ່ຍ້ອນວ່າ ບໍ່ໃຫ້ປວກໜູ ແລະ ສັດອື່ນໆມາທໍາລາຍ ຕໍ່ມາຍາຄູ ຄຳພາ ໄດ້ກັບໄປກຸງສີອະຍຸທະຍາອີກ ເພື່ອຮັບນາມມະຍົດ ຕໍ່ຈາກນັ້ນມາຈຶ່ງໄດ້ນາມມະຍົດວ່າ ຍາທ່ານ ຫຼັກຄຳພາ ເປັນຜູ້ສໍາເລັດ ຄອງທັມວິປັດສະນາ ກັມມະຖານ.

ແຕ່ລະມື້ເພິ່ນເຂົ້າພຽງ 1 ຄາບແຕ່ລະຄາບ ສັນເຂົ້າບໍ່ເກີນ 10 ຄໍາ ແຕ່ລະຄໍາ ທ່ານຄ້ຽວຈົນແຫຼກຈຶ່ງກືນລົງທ້ອງ ຈາກນັ້ນ ຍັງຮູ້ ພາສາຂອງສັດ (ຮ້ອງ) ເຊັ່ນ ມື້ນຶ່ງເພິ່ນ ຍ່າງເລາະຕາມໜອງຍິນຝູງເປັນໃນໜອງ ມັນຊວນ ກັນໄປຄອງເໝືອງ ຕອນແລງມາ ເຈົ້າຂອງເປັດ ມາຫາແຕ່ບໍ່ເຫັນ ພໍດີຍາທ່ານຈຶ່ງເອີ້ນຖາມ ແມ່ອອກວ່າ ແມ່ອອກມາຫຍັງ ? ແມ່ອອກຕອບວ່າ ຂ້ານ້ອຍ ຫາເປັດ ໃນໜອງນີ້ ຍາທ່ານ ເວົ້າວ່າ ມື້ເຊົ້ານີ້ ຍາທ່ານ ໄດ້ຍິນມັນຊວນກັນໄປຄອງເໝືອງ ໃຫ້ແມ່ອອກໄປເບິ່ງເດີ.

ເມື່ອແມ່ອອກໄປເບິ່ງກໍ່ເຫັນອີຮຫຼີ, ນັບແຕ່ນັ້ນມາອອກຕົນຍາດໂຍມກໍ່ຍິ່ງມີຄວາມເຫຼື້ອມໃສ ແລະ ເຄົາລົບ ນົບໄຫວ້ ຍາທ່ານ ຄຳພາ ຕະຫຼອດມາໃນນັ້ນພຣະສົງຄ໌ ອອກຕົນຍາດໂຍມທຸກທົ່ວສາລະທິດກໍ່ພາກັນລັ່ງມາສຶກສາຮໍ່າຮຽນຢູ່ທີ່ວັດແຫ່ງນີ້ເປັນຈໍານວນຫຼວງຫຼາຍ ລວມທັງພຣະສົງຢູ່ທາງ ( ພາກອີ່ສານຂອງໄທ) ໃນປັດຈຸບັນນີ້ໃນເວລາ ພຣະ ເນນຫາກຮຽນຈົບຢູ່ວັດແຫ່ງນີ້ແລ້ວເພິ່ນໄດ້ແນະນໍາ ໃຫ້ຂຽນ ບົດຮຽນ ທຸກບົດ ທີ່ໄດ້ຮຽນມາໃສ່ ໃບລານໄວ້ ເພື່ອເປັນຜົນງານ ເປັນທີ່ລະນຶກ ແລະ ເປັນຄູ່ມື ການຄົ້ນຄວ້າ ຮໍ່າຮຽນ ໃຫ້ລຸ້ນຕໍ່ໄປ.

ດັ່ງນັ້ນ ໜັງສືຜູກໃບລານໃນວັດແຫ່ງນີ້ຈຶ່ງມີ ຈໍານວນ ຫຼວງຫຼາຍ ໃນລະຫວ່າງປີ 1972 ສະໄໝສົງຄາມຕໍ່ສູ້ຍາດຊິງ ເອົາເອກະລາດ ແລະ ຄວາມເອກະພາບ ຂອງປະເທດຊາດໄດ້ມີເຫດການອັນສໍາຄັນ ອີກເຫດການໜຶ່ງ ເຊິ່ງເຮັດໃຫ້ພໍ່ ແມ່ພີນ້ອງ ພາຍໃນບ້ານ ແລະ ບ່ອນອື່ນໆ ພາກັນຕົກຕະລຶງ ໄປຕາມໆກັນ ເພາະວ່າ ບ້ານ ໜອງລຳຈັນ ມີ 150 ຫຼັງຄາເຮືອດຖືກເຜົາຜານດ້ວຍໄພສົງຄາມຍົນຮົບ ເຕ 28 (T 28)ຂອງຝ່າຍວຽງຈັນ ຖິ້ມລະເບີດ ເຜົາຜານຈົນບໍ່ເຫຼືອແຕ່ຫຼັງຄາດຽວ ແຕ່ວ່າ “ຫໍໄຕຣປີດົກ’’ ແລະ ວັດວາອາຣາມ ເຖິງວ່າຈະຖືກລູກລະເບີດ ຖີ້ມລົງໃສ່ຢ່າງ ຫຼວງຫຼາຍກໍ່ບໍ່ເຮັດໃຫ້ລູກລະເບິດທັງຫຼາຍ ເຫຼົ່ານັ້ນ ແຕກແມ່ແຕລູກດຽວ.

ປັດຈຸບັນນີ້ລູກລະເບີດເຫຼົ່ານັ້ນກໍ່ຍັງຝັງຢູ່ໃນໜອງ ຫຼວງຫຼາຍ ແລະ ຂ້າງສິມອີກ ໜຶ່ງລູກ ຍ້ອນຄວາມສັກສິດຂອງວັດ ແລະ ຫໍໄຕຣປີດົກ ໜອງລໍາຈັນ ຈຶ່ງໄດ້ລືຊາ ປາກົດໂດ່ງດັງ ໄປທົ່ວທຸກສາລະທິດ ສ່າລື ໄປໄກຈົນເຖິງເທົ້າທຸກວັນນີ້.

ຫໍໄຕຣປີດົກ:

ຫຼັງນີ້ໄດ້ກໍ່ສ້າງມາແຕ່ສັດຕະວັດທີ 17 ເປັນຕົ້ນມາ ເຊິ່ງແມ່ນ ຍາທ່ານ ຫຼັກຄໍາພາ ເປັນຜູ້ນໍາພາສ້າງ ຕໍ່ມາກໍໄດ້ປະຕິສັງຂອນ ໃໝ່ອີກໃນ ສັດຕະວັດທີ 19 ນັບແຕ່ນັ້ນມາກໍ່ມີຍາທ່ານຂຽວ, ຍາທ່ານ ພຸ່ນ, ຍາທ່ານ ຈວງ, ຍາທ່ານ ນວມ, ຍາທ່ານ ພົມມາ, ໄດ້ເປັນຜູ້ອຸບປະຖາກປົກປັກ ຮັກສາ ສືບຕໍ່ໆກັນມາຕາມລໍາດັບ.

ມາໃນປີ ຄ.ສ. 1990-2001 ໄດ້ມີ ໂຄງການປົກປັກຮັກສາ ໜັງສືຜູກໃບລານລາວ ກະຊວງຖະແຫຼງຂ່າວ-ວັດທະນະທໍາ ໂດຍໄດ້ຮັບການສະໜັບສະໜູນຈາກມູນລະນິທິ ໂຕໂຍຕ້າ ຂອງປະເທດ ຍີ່ປຸນ ແລະ ລັດຖະບານຍ ສະຫະພັນ ເຢຍລະມັນ ຮ່ວມກັບພະແນກຖະແຫຼງຂ່າວ-ວັດທະນະທໍາປະຈໍາແຂວງ ສະຫວັນນະເຂດ ແລະ ຫ້ອງການຖະແຫຼງຂ່າວ-ວັດຖະນະທໍາ ເມືອງ ຈຳພອນ ໄດ້ລົງສໍາຫຼວດຂຶ້ນບັນຊີຕົວຈິງ ຈຶ່ງສາມາດ ຈໍາແນກ ຈັດລໍາດັບ ໜັງສືຜູໃບລານໄດ້ດັງນີ້.

ໜັງສືຜູກໃບລານລວມທັງໝົດມີ 219 ເລື່ອງ ມີ 326 ມັດ, ມີ 2391 ຜູກ ແຕ່ຍ້ອນອາຍຸການ ໃຊ້ງານເປັນເວລາ ຫຼາຍສິບປີຈຶ່ງເຮັດໃຫ້ສະພາບຂອງຫໍໄຕຣປີດົກ ຊຸດໂຊມລົງ ຍ້ອນເຫັນຄວາມສຳຄັນ ເຫັນຄຸນຄ່າຂອງ ວັນນະຄະດີບູຮາຍນລາວ ແລະ ທາງດ້ານວັດທະນະທໍາ ຂອງຄູບານັກປາດ ອາຈານທີ່ໄດ້ສຶກສາຮໍ່າຮຽນຢູ່ທີ່ນີ້ບວກໃສ່ຄວາມເປັນຫ່ວງເປັນໄຍ ຂອງການຈັດຕັ້ງ ຂັ້ນເທິງ ນັບແຕ່ສູນກາງ ຮອດທ້ອງຖິ່ນ ເພື່ອ ອະນຸລັກ ປົກປັກຮັກສາ ວັດຖຸບູຮານທາງດ້ານ ວັດທະນະທຳ ນີ້ໃຫ້ຢູ່ກັບຄົນລາວຕະຫຼອດໄປ.

ຕົກມາໃນປີ 2005 ຫໍໄຕຣປີດົກຈຶ່ງໄດ້ຮັບປິຕິສັງຂອນຄືນໃໝ່ ໂດຍໄດ້ຮັບການຊ່ວຍເຫຼືອຈາກ ລັດຖະບານ ແຫ່ງລາດຊະອານາຈັກໄທ ຈຳນວນ 1.000.000 ບາດ (ໜຶ່ງລ້ານບາດ) ມາຮອດເວລານີ້ຫໍໄຕຣປີດົກໄດ້ກາຍເປັນຈຸດເຕົ້າໂຮມເອົາໜັງສືຜູກໃບລານທີ່ຫຼາຍກວ່າໝູ່ແຫ່ງດຽວໃນເມືອງ ຈໍາພອນ ທັງກາຍເປັນແຫຼ່ງທອງທ່ຽວທາງດ້ານວັດທະນະທໍາອີກດ້ວຍ.

SA Game
ພາບ: laopost.com

ຫໍໄຕຣປີດົກແຫ່ງນີ້ໄດ້ເລີ່ມຕົ້ນມາແຕ່ ສັດຕະວັດທີ 17 ອັນວ່າ ເກືອບ 200 ປີ 400 ປີແລ້ວ ໂດຍ ແມ່ນຍາທ່ານ ຫຼັກຄໍາພາ ທີ່ເປັນຜູ້ລິເລີ້ມກໍ່ຕັ້ງຂຶ້ນ ກັບອອກຕົນຍາດໂຍມ ໃນຄາວນັ້ນ ແມ່ນມີເສິກເສືອ ເໜືອໃຕ້ ມີຄວາມຮຸນແຮງ. ຍາທ່ານ ຫຼັກຄໍາພາ ຈຶ່ງເປັນຜູ້ໜຶ່ງໃນການນໍາພາສ້າງ ພ້ອມປົກປັກຮັກສາ ໜັງສືຜູກໃບລານໄວ້ຈົບດີ.

ຍ້ອນແນວນັ້ນຍາທ່ານ ໄດ້ໄປສຶກສາຢູ່ປະເທດໄທ ຮຽນກ່ຽວກັບພາສາບາລີ-ສັນສະກິດ, ຍັນ,ທັມມະພ້ອມທັງຂຽນໃສ່ໃບລານໃນຂະນະນັ້ນ ເພິ່ນທັງຮຽນທັງຂຽນ, ຈົນສາມາດ ຮຽນຈົບຈາກປະເທດ ຂະເໝນ ຈຶ່ງກັບມາທີ່ວັດ ບ້ານ ໜອງລໍາຈັນ ແຫ່ງນີ້ ຖືວ່າເປັນ ຜູ້ສໍາເລັດ

ຄອງທັມວິປັດສະນາ ກັມມະຖານ ຄື ສັນເຂົ້າມື້ລະຄາບ ແຕ່ລະຄາບບໍ່ເກີນ 10 ຄໍາ ແຕ່ລະຄໍາແມ່ນຄ້ຽວເຂົ້າຈົນແຫຼກຈຶ່ງກືນລົງທ້ອງ ທັງຮູ້ຈັກພາສາສັດໄປພ້ອມ.

ລາຍລະອຽດຂອງຫໍໄຕຣປີດົກ:

ໃນຫໍໄຕຣປີດົກມີຕູ້ຄໍາພີໃບລານ 3 ຕູ້ ໃນນັ້ນລວມມີ 219 ເລື່ອງ ມີ 326 ມັດ ມີ 2.391 ຜູກ ເຊິ່ງໄດ້ສະສົມເກັບມ້ຽນແຕ່ປີ1990ເປັນຕົ້ນມາເສົາຫໍໄຕລວມມີ 35 ເສົາ ເປັນບ່ອນມ້ຽນໜັງສືຜູກໃບລານເປັນວັດທະນະທໍາ ເມືອງ ຈໍາພອນ

ຂໍ້ປະຕິບັດກ່ອນເຂົ້າວັດ

  1. ກະລຸນາປົດເກີບ ແລະ ລອງເທົ້າ ສາກ່ອນ
    2. ໃຫ້ມາກາບ ທາດທີ່ມີຢູ່ຂ້າງໜ້າ 5 ອົງກ່ອນຄື: ທາດ ຍາທ່ານ ຫຼັກຄຳພາ, ຍາທ່ານ ພຸ່ນ, ບາທ່ານ ຈວງ, ທາດຍາທ່ານ ນວນ, ທາດຍາທ່ານ ພົມມາ ເປັນຕົ້ນ
    3. ຄວນນຸ່ງເຄື່ອງສຸພາບ
    4. ຫ້າມໃຊ້ສຽງດັງ

ກ່ອນຂຶ້ນຫໍໄຕຣປີດົກ

  1. ມີທຽນ 1 ດອກ( ຫຼື ມີຂັນໝາກເບັງ 1 ຄູ່)
    2. ມີທູບ 1 ດອກ
    3. ມີດອກໄມ້ ( ລວມ ເປັນ 3 ຢ່າງ ມີ ພຣະພຸດ, ພຣະທັມ, ພຣະສົງຄ໌ )

ຂໍ້ຫ້າມການຂຶ້ນຫໍໄຕຣປີດົກ

  1. ຜູ້ຍິງ ຄວນປ່ຽນສິ້ນ ບໍ່ຄວນນຸ່ງສົ້ງ
    2. ຄວນບູຊາຝ້າຍມັດແຂນ ຫຼື ເອົາໄປໃຫ້ຜູ້ບໍ່ໄດ້ມາໄຫວ້ຫໍໄຕ
    ໝາຍເຫດ: ຄວາມສັກສິດທີ່ເຫັນມາເມື່ອກ່ອນ ຜູ້ຍິງນຸງສົ້ງ ປະໝາດ ເຫັນເປັນຊັກພ້ອມທັງຕົກຫຼືລົ້ມລົງແບບບໍ່ຮູ້ສຶກຕົວ ສະນັ້ນດັ່ງທີ່ເຫັນມາຜູ້ຂຽນຍັງເຫັນຫຼາຍຢ່າງ ບໍ່ສາມາດບັນຍາຍໃຫ້ຊາບໃນເມື່ອເຫັນແລ້ວ ຜູ້ເຖົ້າຜູ້ແກ່ຈຶ່ງໄດ້ຕັກເຕືອນລູກຫຼານໄວ້ແລ້ວ ອອ່ນຍອມສົມມາກາບໄຫວ້.

ຄວາມເປັນມາຂອງຂໍ້ຫ້າມຕ່າງໆມີດັ່ງນີ້:

ຄວາມສົນໃຈກ່ຽວກັບການຖືເກີບເຂົ້າວັດ ບໍ່ໄດ້ມີຂັ້ນຕອນດັ່ງນີ້
ສະໃໝກ່ອນພຸ້ນ ຍາທ່ານ ຫຼັກຄໍາ ໄດ້ສູດຂອບເຂດວັດ ຫຼື ເອີ້ນກັນວ່າ: ຂອບສະບືສິມຈົນຮອບເດີ່ນວັດ ຈຶ່ງຖືເກີບເຂົ້າບໍລິເວນວັດບໍ່ໄດ້..
ເພາະ ເອີ້ນວ່າ: ມະຫາສິມມາ ແມ່ນໃຫຍ່ກວ່າ ພຸດທະສິມມາ ສະແດງວ່າ ຂອບເຂດທີ່ນີ້ແມ່ນມີກົດລະບຽບຫວງຫ້າມ, ຫ້າມຄົນສວມໃສ່ເກີບເຂົ້າມາທີນີ້ (ວັດ) ເດັດຂາດ ແຕ່ນັ້ນມາຈົນພາໃຫ້ຊາວບ້ານ ໜອງລໍາຈັນ ຈາລຶກໄວ້ໃນໃຈຈົນເທົ້າທຸກວັດນີ້.

ໄລຍະກ່ອນສະໄໝເກົ່າໆມີບາງຜູ້ເຖົ້າໃຫ້ຄຳຢັ້ງຢືນວ່າ: ມີຜູ້ຄົນຖືເກີບເຂົ້າວັດ ກໍ່ມີອັນເປັນໄປຢ່າງບໍ່ຮູ້ສຶກຕົວແຕ່ດຽວນີ້ຊາວບ້ານ ໜອງລໍາຈັນ ເຊື່ອຖືກັນໝົດໂດຍສະເພາະແມ່ນບໍ່ໄດ້ຖືເກີບເຂົ້າວັດທີ່ນີ້ ຖ້າຫຼົງລືມ ແມ່ນຕ້ອງໄດ້ ສົມບັດ ສົມມາ.

ຄວາມເຊື່ອຖື ສັດທາ ຈົງຮັກພັກດີຕໍ່ວັດວາອາຣາມ ທາງດ້ານສາສນາ ແມ່ນມີຄວາມສັກສິດ ທີ່ເຫັນໄດ້ໃນໄລຍະ ຈັກກະພັດອາເມລິກາ ຖິ້ມລູກແຕກ ລູກໂບມໃສ່ພາຍໃນວັດຈຶ່ງບໍ່ມີແຕກຈັກລູກແຕ່ຢ່າງໃດເລີຍ.

ກຽວກັບແມ່ອອກ (ຜູ້ຍິງ) ນຸ່ງສົ້ງຂຶ້ນຫໍໄຕຣທີ່ເຫັນຜິດປົກກະຕິຜ່ານມາ ມີປະກົດການຊັກ -ວຽນ ພ້ອມຕົກລົງຫໍໄຕຣ ອີກປະກົດການໜຶ່ງ ມີນາງທຽມບອກວ່າ ຜູ້ຍິງບໍ່ຄວນຂຶ້ນ ເພິ່ນຈຶ່ງໄຫວ້ວອນແຕ່ງສັກກະລະບູຊາ ຂໍຂຶ້ນບູຊາ ອ່ອນຍອມຕໍ່ເຈົ້າຂອງຫໍໄຕຣ ຄື: ຍາທ່ານ ຫຼັກຄຳພາ ແລ້ວຈຶ່ງມີການ ອະນຸຍາດ ໃຫ້ແມ່ອອກ (ຜູ້ຍິງ) ຂຶ້ນຫໍໄຕຣປີດົກໄດເປັນຕົ້ນມາ.

ຫໍພຣະໄຕຣປີດົກໃນຫນອງນ້ຳມີປາຫຼາຍຊະນິດ ມີເຕົ່າພ້ອມ ເວລາຊິເກືອອາຫານປາເພີ່ນຈະຕີລະຄັງໃຫ້ປາລັ່ງມາ ນັ້ນກໍ່ເປັນເລື່ອງຫນ້າສົນໃຈເພີ່ນກໍ່ຍັງໄດ້ສ້າງພຣະພຸດທະຮູບອົງໃຫຍ່ໆໄວ້ແຄມສວນພ້ອມດ້ວຍມີ ພຣະນ້ອຍ 108 ອົງອ້ອມເປັນບໍລິວານຫໍແຈກທີ່ມີເສົາໃຫຍ່ທີ່ສຸດ ແລະ ເກົ່າແກ່ທີ່ສຸດໃນທ້ອງຖິ່ນນີ້ມີທັງໝົດ 40 ຕົ້ນ ສະໄໝນັ້ນແມ່ນລາກແກ່ດ້ວຍກວຽນໃຫຍ່ທີ່ສຸດຖິ່ນນີ້ ເອີ້ນອີກຢ່າງໜຶ່ງວ່າ:

ຈ່າກູດ ເຊິ່ງໃຊ້ຄົນມາດຶງເປັນຈໍານວນຫຼວງຫຼາຍ ຈຶ່ງສໍາເລັດ ຈ່າກູດ ເປັນກວຽນໃຫຍ່ ແລະ ໜັກຈົນບໍ່ສາມາດລາກແກ່ດ້ວຍງົວໄດ້, ນອກຈາກນີ້ຍັງມີ ເມັດເຂົ້າໃຫຍ່ ເຊິ່ງເປັນເມັດເຂົ້າທີ່ມີຂະໜາດເຖົ່າ ໜວຍໝາກພ້າວແລະ ຕົ້ນໄມ້ຈັນຫອມ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​ ໂດຍ: laopost.com