ເຊີນ​ຊົມ! ການ​ແຂ່ງ​ຂັນ​ເຮືອ​ຊ່ວງທີ່ທ່າວັດໃຫຍ່ໄຊຍະພູມ ທີ່ນະ​ຄອນ​ໄກ​ສອນ

SA Game

laoedaily.com

ສ​ະ​ຫວັນ​ນະ​ເຂດ​ ກຽມຈັດງານປະເພນີອອກພັນສາ-ຊ່ວງເຮືອ​ ທີ່ທ່າວັດໃຫຍ່ໄຊຍະພູມ.

ນະ​ຄອນ​ໄກ​ສອນ​ ພົມ​ວິ​ຫານ ໄດ້​ມີ​ການ​ກະ​ກຽມ​ຈັດ​ງານ ແຂ່ງ​ຂັນ​ເຮືອ​ຊ່ວງ ຫລັງ​ຈາກ​ບໍ່​ໄດ້​ຈັດ​ມາ​ສອ​ງ​ສາມ​ປີ ເນື່ອງ​ຈາກ​ການ​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ແລະ ໃນ​ປີ​ນີ້​ຖື​ວ່າ​ມາດ​ຕະ​ການ​ຄວບ​ຄຸມ​ໄລ​ຍະ​ຜ່ານ​ມາ​ເຮັດ​ໃຫ້​ການ​ລະ​ບາດ​ຂອງ​ພະ​ຍາດ​ນ້ອຍ​ລົງ ປະ​ຊາ​ຊົນ​ສາ​ມາ​ດ​ມາ​ເຄືອນ​ໄຫວ​ຈັດ​ກິດ​ຈະ​ກຳ​ຕາມ​ປົກ​ກະ​ຕິ​ໄດ້.

ຫລ້າ​ສຸດ​ໃນວັນທີ​ 13​ ກັນຍາ​ 2022​ ນີ້​ ເຈົ້າ​ຄອງ​ນະຄອນໄກສອນ​ພົມວິຫານ​ ແຂວງສະຫວັນນະເຂດ​ ແຈ້ງເຖິງບັນດາເຈົ້າເມືອງ 14 ເມືອງ, ບັນດາກຳມະການພັກຜູ້ຊີ້ນຳ 13​ ກຸ່ມບ້ານທົ່ວນະຄອນ, ນາຍບ້ານທົ່ວນະຄອນ, ສະໂມສອນເຮືອຊ່ວງພາຍໃນແຂວງສະຫວັນນະເຂດ ແລະ ຕ່າງແຂວງ, ບັນດາພະແນກການກົມກອງ, ບໍລິສັດ ຫ້າງຮ້ານ ແລະ ບັນດາອົງການຈັດຕັ້ງທັງພາກລັດ-ເອກະຊົນ ທີ່ມີ

ເຮືອຊ່ວງ​ ເຊີນເອົາເຮືອພາຍເຂົ້າຮ່ວມແຂ່ງຂັນຊ່ວງເຮືອ ປະຈໍາປີ 2022 ທີ່ ສະໜາມທ່າວັດໃຫຍ່ໄຊຍະພູມ​ ເຊິ່ງຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 01-11 ຕຸລາ 2022.

SA Game
laoedaily.com

ແລະ ຂໍ​ເຊີນ​ຊວນ​ໃຫ້​ບັນ​ດາ​ພໍ່​ແມ່​ພີ​ນ້ອງ ປະ​ຊາ​ຊົນ​ທຸກ​ຊັ້ນ​ຄົນ​ຮ່ວມ​ກິດ​ຈະ​ກຳ ຮ່ວມ​ເຊຍ ຮ່ວມ​ຊົມ​ໃນ​ງານ​ບຸນ​ປະ​ເພີ​ນີ້​ຄັ້ງ​ນີ້​ໃຫ້​ຟົດ​ຟື້ນ​ຢ່າງ​ປົກ​ກະ​ຕິ​ດັ່ງ​ທີ່​ຄວນ​ຈະ​ເປັນ​ກ່ອນ​ການ​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໃນ​ສອງ​ສາມ​ປີ​ທີ່​ຜ່ານ​ມາ​ນັ້ນ.

ການແຂ່ງຂັນເຮືອຊ່ວງ ປະກອບມີການແຂ່ງຂັນເຮືອ 02 ລຸ້ນຄື: ເຮືອລຸ້ນໃຫຍ່ 41 – 55 ສີພາຍ​ ແລະ​ ເຮືອລຸ້ນກາງ​ 31 – 40 ສີພາຍ.
ສໍາລັບເງື່ອນໄຂ, ຂອງຂວັນລາງວັນ ພົວພັນສະໝັກໄດ້ທີ່: ຫ້ອງການສຶກສາທິການ ແລະ ກິລານະຄອນໄກ
ສອນພົມວິຫານ (ໜ່ວຍງານກິລາກາຍະກໍາ) ຂ້າງສະໂມສອນດອກປີກໄກ່ຂອງແຂວງ (ບ້ານທ່າເມືອງ) ເລີ່ມແຕ່ວັນປະກາດແຈ້ງການສະບັບນີ້ເປັນຕົ້ນໄປໃນໂມງລັດຖະການ, ປິດຮັບສະໝັກວັນທີ 06 ຕຸລາ 2022.

SA Game
laoedaily.com

ວັນທີ 07 ຕຸລາ 2022, ເວລາ 08:30 ນາທີ ປະຊຸມຈັບສະຫຼາກແບ່ງສາຍ​ ທີ່ຫ້ອງການສຶກສາທິການ ແລະ ກິລານະຄອນ (ທີ່ໜ່ວຍງານກິລາກາຍະກຳ).​
ເຮືອທີ່ເຂົ້າຮ່ວມການແຂ່ງຂັນແຕ່ລະລຸ້ນ ຂໍໃຫ້ຜູ້ຈັດການເຮືອສົ່ງລາຍຊື່ສີພາຍຂອງຕົນໃຫ້ຄະນະກໍາມະການໃນມື້ຈັບສະຫຼາກແບ່ງສາຍ ເພື່ອຄວາມເປັນລະບຽບຮຽບຮ້ອຍ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: laoedaily.com