ການນຸ່ງຖືຂອງແມ່ຍິງ ເຜົ່າໄຕດຳ ແລະ ແພ​ສິ້ນ​ລາຍ​ໄໝ​ທີ່​ສວຍ​ງາມ

SA Game

ອິນ​ໄຊ​ລາວ

ເອກະລັກລາຍສິ້ນ​ໄໝ ສິ້ນລາຍແຕງໂມ ແລະ ສິ້ນໝີ່ ທີ່​ເປັນ​ອີກ​ໜຶ່ງ​ເອ​ກະ​ລັກ​ຂອງເຜົ່າໄຕດຳ

ເອ​ກະ​ລັກ​ແຜ່ນ​ແພ​ໄໝ ລາຍ​ສິ້ນ​ລາຍ​ເສື້ອ​ຂອງ​ແມ່​ຍິງ​ລາວ​ມີ​ຫລາກ​ຫລາຍ ແລະ ແຕ່​ລະຊົນ​ເຜົ່າ​ກໍ​ມີ​ເອ​ກະ​ລັກ​ທີ່​ແຕກ​ຕ່າງ​ກັນ​ອອກ​ໄປ, “ການນຸ່ງສິ້ນ” ກໍຖືວ່າເປັນອີກ​ເອກະລັກໜຶ່ງໃນການນຸ່ງຖື ຂອງແມ່ຍິງລາວຫຼາຍໆ ຊົນເຜົ່າ, ແຕ່ສຳລັບແມ່ຍິງ ຊົນເຜົ່າໄຕດຳ ແລ້ວຕ່າງກໍມີປະເພນີການນຸ່ງສິ້ນມາແຕ່ບູຮານນະການທີ່ມີລວດລາຍທີ່ເປັນເອກະລັກ ແລະ ເຊິ່ງສ່ວນໃຫຍ່ມັກຈະນຸ່ງສິ້ນທີ່ຕ່ຳເອງ

ແມ່ຍິງລາວ​ສ່ວນ​ຫລາຍ​ໃນທຸກເຮືອນ ຈະເປັນຜູ້ຕ່ຳຜ້າຂຶ້ນມາໃຊ້ເອງ ເປັນຜ້າຝ້າຍຕ່ຳມື ປະກອບໄປດ້ວຍຫົວສິ້ນ, ຜືນສິ້ນ ແລະ ຕີນສິ້ນ ຍ້ອມຄາມ ຈົນເປັນສີຄາມເຂັ້ມເກືອບດຳ, ນຳມາຕໍ່າສະຫຼັບລວດລາຍ ເປັນເອກະລັກສະເພາະຂອງຊົນເຜົ່າໄຕດຳ ເຊິ່ງມີ 2 ລາຍທີ່ເປັນເອກະລັກສະເພາະຄື: ສິ້ນລາຍແຕງໂມ ແລະ ສິ້ນໝີ່.

ໃນຊີວິດປະຈຳວັນແມ່ຍິງເຜົ່າໄຕດຳ ມັກຈະນຸ່ງສິ້ນລາຍແຕງໂມເປັນສ່ວນໃຫຍ່, ສຳລັບສິ້ນທີ່ນຸ່ງຈະມີຢູ່ 2 ປະເພດຄື: ສິ້ນສຳລັບນຸ່ງໃນຊີວິດປະຈຳວັນ ແລະ ສິ້ນທີ່ນຸ່ງໃນງານບຸນປະເພນີ.

SA Game
ອິນ​ໄຊ​ລາວ

ຕາມການບອກເລົ່າຂອງຄົນສະໄໝກ່ອນ ໃຫ້ຮູ້ວ່າ: ສີ້ນລາຍແຕງໂມ ນິຍົມໃຊ້ເຄືອສີແດງເປັນຫຼັກ, ເສັ້ນຝ້າຍທີ່ໃຊ້ຕ່ຳເປັນສີດຳ ຫຼື ຄາມເຂັ້ມເກືອບດຳ, ນັ້ນເປັນທຳນຽມມາຕັ້ງແຕ່ບູຮານນະການ ຜູ້ຊາຍທີ່ເປັນຜົວ ເປັນຜູ້ນຳຂອງຄອບຄົວ ມີໜ້າທີ່ອອກຈາກບ້ານເຂົ້າປ່າ ເພື່ອຖາງປ່າໃຫ້ເປັນບ່ອນທຳມາຫາກິນ, ເຮັດໄຮ່ເຮັດນາ, ປ່ອຍໃຫ້ຜູ້ເປັນເມຍຢູ່ເຝົ້າເຮືອນ ຕ່ຳຫູກ ຈົນກວ່າຜົວຈະກັບບ້ານມາ; ສ່ວນແມ່ຍິງທີ່ຕ່ຳຜ້າ ໃນໃຈກໍຈະຄິດຮອດຜົວ ທີ່ເຂົ້າປ່າໄປຫຼາຍມື້ ອັນເປັນຄວາມຮັກ, ຄວາມຄິດຮອດ ເຊິ່ງຈະມີຢູ່ໃນໂຕຂອງທຸກຄົນ.

ສິ້ນລາຍແຕງໂມ

ການທີ່ໃຊ້ສີແດງ ເປັນເຄືອຫູກ ເພາະວ່າສີແດງເປັນສີທີ່ໃຊ້ແທນໃຈ, ໂຫຍຫາອາລົມໃນຄວາມຮັກ ທີ່ຈາກກັນ ສ່ວນເສັ້ນພຸ່ງໃຊ້ສີຄາມເກືອບດຳ ແທນຕົວເອງ ຜູ້ທີ່ເຝົ້າຄອຍ, ໃຊ້ຕ່ຳທັບເປັນເສັ້ນຂັດ ໃຫ້ເກີດເປັນເນື້ອຜ້າ ໂດຍເຊື່ອງເສັ້ນສີແດງເອົາໄວ້, ເມື່ອນຸ່ງສິ້ນລາຍແຕງໂມ ລໍຖ້າຜົວ ເວລາແສງແດດຊ່ອງໃສ່ ຈະເຫັນຄວາມແວວວັບ ຂອງໄໝສີແດງ ສະທ້ອນອອກມາ ປຽບເໝືອນການສື່ສັນຍານ ແຫ່ງຄວາມຮັກ ທີ່ມີຕໍ່ກັນ ເຖິງຈະເຫັນພຽງຫ່າງໆ ກໍຕາມ ທີ່ເປັນແບບນັ້ນ ກໍເພື່ອປົກປິດຄວາມອາຍ ທີ່ເປັນຄຸນສົມບັດຂອງຍິງສາວ ຊົນເຜົ່າໄຕດຳ ໂດຍແທ້.

SA Game
ອິນ​ໄຊ​ລາວ

ສິ້ນໝີ່

ສ່ວນສີ້ນນາງພະຍາ ຫຼື ສິ້ນໝີ່ ມີຕຳນານ ເລົ່າວ່າ: ແມ່ຍິງຊົນເຜົ່າໄຕດຳ ທີ່ຕ່ຳ ມີພີ່ນ້ອງທີ່ເປັນແມ່ຍິງ 3 ຄົນ, ແມ່ຍິງຄົນທຳອິດ ເປັນຜູ້ຄິດຄົ້ນ ການມັດລາຍໝີ່ ແລະ ຕ່ຳ ແຕ່ຕ່ຳຍັງບໍ່ທັນແລ້ວ ກໍເສຍຊີວິດລົງ, ຄົນທີ່ສອງ ຈຶ່ງຕ່ຳຕໍ່ໃນລະຫວ່າງຕ່ຳກໍເສຍຊີວິດ ຕາມກັນໄປເປັນຄົນທີສອງ, ຍິງຄົນທີ່ສາມ ຈຶ່ງໄດ້ບອກເລົ່າຜີເຮືອນ ກ່ອນຈະຕ່ຳສິ້ນຕໍ່ວ່າ: “ຫາກຕ່ຳສິ້ນຜືນນີ້ແລ້ວ ເມື່ອມີງານບຸນເສັນເຮືອນ ຈະນຸ່ງໃນງານເສັນເຮືອນ”  ເຮັດໃຫ້ຍິງຄົນທີ່ສາມ ສາມາດຕ່ຳສິ້ນດັ່ງກ່າວໄດ້ສຳເລັດ.

SA Game
ອິນ​ໄຊ​ລາວ

ຕັ້ງແຕ່ນັ້ນມາ ຊົນເຜົ່າໄຕດຳ ຈຶ່ງນິຍົມນຸ່ງສິ້ນໝີ່ ຫຼື ສິ້ນນາງພະຍາ ປະກອບໃນພິທີ ການເສັນເຮືອນ ມາຈົນເຖິງປັດຈຸບັນ ຄຳວ່າ: “ນາງພະຍາ”  ໝາຍເຖິງ ຄວາມກ້າ, ຄວາມເດັດດຽວ ເຊິ່ງໝາຍເຖິງ ຍິງໃນຕຳນານ ຍິງຄົນທີ່ສາມທີ່ກ້າຕ່ຳສິ້ນຜືນດັ່ງກ່າວ ໄດ້ຈົນສຳເລັດຢ່າງເດັດດ່ຽວນັ້ນເອງ.

ສິ້ນໝີ່ ຖືເປັນເອກະລັກຂອງຊົນເຜົ່າໄຕດຳ ມາແຕ່ສະໄໝກ່ອນ ຈົນເຖິງປັດຈຸບັນ ຊົນເຜົ່າໄຕດຳ ຈະນຸ່ງສິ້ນໝີ່ ໃນງານບຸນເສັນເຮືອນ, ປັດຈຸບັນນີ້ ສິ້ນໝີ່ຂອງຊົນເຜົ່າໄຕດຳ ຖືວ່າເປັນທີ່ນິຍົມຫຼາຍ ໃນແຂວງ ຫຼວງນ້ຳທາ ຖືເປັນສິ້ນທີ່ຊົນເຜົ່າໄຕດຳ ນຸ່ງອອກງານ ບຸນປະເພນີຕ່າງໆ ເຊິ່ງມີລວດລາຍ ແລະ ຄວາມງົດງາມແຕກຕ່າງກັນໄປ ຖືເປັນສິ້ນທີ່ມີລາຄາສູງພໍສົມຄວນ ໃນ ປັດຈຸບັນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ອິນ​ໄຊ​ລາວ