ເກີນ​ຄາດ! ນັກ​ທ່ອງ​ທ່ຽວ​ເດີນ​ທາງ​ທ່ອງ​ທ່ຽວ​ຢູ່​ຫລວງ​ພະ​ບາງ​ຢ່າງ​ຫລວງ​ຫລາຍ

SA Game

​ນັກ​ທ່ອງ​ທ່ຽວ​ເຂົ້າ​ແຂວງ​ຫລວງ​ພະ​ບາງ​ຢ່າງ​ຫລວງ​ຫລາຍ​ເພື່ອ​ສະ​ຫລອງ​ເທ​ສະ​ການ​ປີ​ໃຫມ່​ລາວ.

ນະ​ຄອນ​ຫລວງ​ພະ​ບາງ​ຍັງ​ຄົງ​ຄືກ​ຄື້ນ​ຕາມ​ແບບ​ສະ​ບັບ​ທີ່​ເຄີຍ​ເປັນ, ໄດ້ມີນັກທ່ອງທ່ຽວພາຍໃນປະເທດ ເດີນທາງໄປທ່ອງທ່ຽວຢູ່ນະຄອນຫລວງພະບາງ ກໍຄື ແຂວງຫລວງພະບາງ ໃນໄລຍະສະເຫລີມສະຫລອງສົ່ງທ້າຍປີເກົ່າ ພສ 2564, ຕ້ອນຮັບປີໃໝ່ລາວ ພສ 2565 ເກີນຄາດໝາຍທີ່ວາງໄວ້ ເຮັດໃຫ້ມີບັນຍາກາດຟົດຟື້ນມ່ວນຊື່ນກວ່າປີທີ່ຜ່ານມາ​ທີ່​ມີ​ການ​ແຜ​ລະ​ບາດ​ຂອງ​ໂຄວິດ-19.

​ທ່ານ ວຽງທອງ ຫັດສະຈັນ, ເຈົ້ານະຄອນຫລວງພະບາງ ໃຫ້ສໍາພາດຕໍ່ນັກຂ່າວວິທະຍຸກະຈາຍສຽງແຫ່ງຊາດລາວວ່າ: ປີໃໝ່ລາວຢູ່ນະຄອນຫລວງພະບາງ ກໍຄື ແຂວງຫລວງພະບາງ ປີນີ້ ແມ່ນປະຕິບັດຕາມແຈ້ງການຂອງຫ້ອງວ່າການປົກຄອງແຂວງ ສະບັບເລກທີ 333/ ຫວບ.ຫຼບ, ລົງວັນທີ 25 ມີນາ 2022 ກໍຄື ຄະນະສະເພາະກິດຂັ້ນສູນກາງວາງອອກ ເຮັດໃຫ້ຫລາຍກິດຈະກໍາທີ່ເປັນການໂຮມຊຸມນຸມຂອງມວນຊົນ ບໍ່ໄດ້ຈັດຂຶ້ນຄືຫລາຍປີກ່ອນໜ້ານີ້ ເພື່ອປ້ອງກັນການລະບາດຂອງພະຍາດໂຄວິດ-19,
SA Game
Bla Phoummy

ແຕ່ອະນຸຍາດໃຫ້ຈັດຕາມຮີດຄອງປະເພນີອັນດີງາມທີ່ເຄີຍປະຕິບັດສືບທອດກັນມາຢູ່ແຕ່ລະບ້ານ ແລະ ແຕ່ລະຄອບຄົວ, ສ່ວນການຫົດສົງພະບາງ ແມ່ນໃຫ້ຫົດສົງກັບທີ່ແຕ່ບໍ່ໄດ້ມີການແຫ່ເປັນຂະບວນຄືເມື່ອກ່ອນ ເຮັດໃຫ້ອົງການປົກຄອງນະຄອນຫລວງພະບາງ ຄາດວ່າຈະມີນັກທ່ອງທ່ຽວໄປທ່ອງທ່ຽວບໍ່ຫລາຍ, ແຕ່ກົງກັນຂ້າມ ເມື່ອຮອດມື້ສະເຫລີມສະຫລອງປີໃໝ່ລາວ ແມ່ນມີນັກທ່ອງທ່ຽວໄປທ່ອງທ່ຽວຢ່າງຫລວງຫລາຍ ເຊີ່ງສ່ວນໃຫຍ່ແມ່ນນັກທ່ອງທ່ຽວພາຍໃນປະເທດ.

​ເຈົ້ານະຄອນຫລວງພະບາງ ໃຫ້ຮູ້ຕື່ມວ່າ: ສາເຫດທີ່ເຮັດໃຫ້ມີນັກທ່ອງທ່ຽວໄປທ່ອງທ່ຽວຢູ່ຫລວງພະບາງ ຈໍານວນຫລວງຫລາຍໃນໂອກາດປີໃໝ່ລາວປີນີ້ ຍ້ອນຫລວງພະບາງເປັນເມືອງທ່ອງທ່ຽວ, ບວກກັບການເດີນທາງໄປຫລວງພະບາງ ມີຄວາມສະດວກສະບາຍຫລາຍ ໂດຍສະເພາະການເດີນທາງດ້ວຍລົດໄຟລາວ-ຈີນ ທີ່ພວມໄດ້ຮັບຄວາມນິຍົມສູງໃນປັດຈຸບັນນີ້.

ຢ່າງໃດກໍຕາມ ເມື່ອມີນັກທ່ອງທ່ຽວເດີນທາງໄປຫລາຍຄືດັ່ງກ່າວ, ດ້ວຍຄວາມມີໄມຕຣີຈິດ ມິດຕະພາບທີ່ດີຂອງຊາວຫລວງພະບາງ ໃນການຕ້ອນຮັບແຂກຄົນທີ່ມີມາແຕ່ດົນນານ, ຊາວຫລວງພະບາງທຸກຄົນແມ່ນຍິນດີຕ້ອນຮັບນັກທ່ອງທ່ຽວທັງໝົດ, ເຊີ່ງອົງການປົກຄອງແຂວງ ກໍຄື ອົງການປົກຄອງນະຄອນຫລວງພະບາງ ໄດ້ມອບໃຫ້ເຈົ້າໜ້າທີ່ກ່ຽວຂ້ອງຕິດຕາມ ແລະ ອໍານວຍຄວາມສະດວກໃຫ້ນັກທ່ອງທ່ຽວຢູ່ຕາມສະຖານທີ່ທ່ອງທ່ຽວຕ່າງໆ ເພື່ອຮັບປະກັນໃຫ້ມີຄວາມສະຫງົບປອດໄພ ແລະ ເປັນລະບຽບຮຽບຮ້ອຍ,

SA Game
Bla Phoummy

ພ້ອມທັງຮຽກຮ້ອງໃຫ້ນັກທ່ອງທ່ຽວທຸກຄົນເປັນເຈົ້າການປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ຕາມທີ່ອົງການປົກຄອງແຂວງ ກໍຄື ອົງການປົກຄອງນະ ຄອນຫລວງພະບາງ ວາງອອກຮ່ວມກັນ ເພາະແນວໃດນັກທ່ອງທ່ຽວກໍ່ໄດ້ເດີນທາງໄປຫລວງພະບາງແລ້ວ ກໍ່ຢາກໃຫ້ທຸກຄົນມີຄວາມເບີກບານມ່ວນຊື່ນໃນໂອກາດປີໃໝ່ລາວ. ທັງເປັນການຟື້ນຟູການທ່ອງທ່ຽວຢູ່ຫລວງພະບາງ ໃຫ້ກັບມາຟົດຟື້ນອີກຄັ້ງ ພາຍຫລັງທີ່ງຽບເຫົງາມາດົນ ຍ້ອນການລະບາດຂອງພະຍາດໂຄວິດ-19.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: Lao Youth Radio