ງານວາງສະແດງຜົນງານ ໃນກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ II

SA Game

ຂ​ປ​ລ

ຫົວເຫວີຍ ວາງສະແດງຜົນງານ ໃນກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ II ສ​ປ​ປ ລາວ

ບໍລິສັດຫົວເຫວີຍ ຖື​ວ່າ​ເປັນ​ໜຶ່ງ​ໃນ​ບໍ​ລິ​ສັດ​ທີ່​ເປັນ​ຍັກ​ໃຫຍ່ ແລະ ເຄືອ​ຄ່າຍ​ໂທ​ລະ​ຄົມ​ໃນ ສ​ປ​ປ ລາວ ລະ​ບົບ​ສ່ວນ​ໃຫຍ່​ແມ່ນ​ໄດ້​ນຳ​ໃຊ້​ຂອງ​ບໍ​ລິ​ສັດ​ຫົວ​ເຫວີຍ, ແລະ ໃນທ້າຍອາທິດຜ່ານມາ ຫົວ​ເຫວີຍໄດ້ມີສ່ວນຮ່ວມໃນການວາງສະ ແດງ ຜົນງານການຮ່ວມມື ລະຫວ່າງ ບໍລິສັດ ຫົວເຫວີຍ ກັບກະຊວງ ເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໃນກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ II ຂອງ ອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ

ເປັນຕົ້ນ ການນໍາສະເໜີວີດີໂອຜົນງານ ການຮ່ວມມືກັບກະຊວງ ເຕັກໂລຊີ ແລະ ການສື່ສານ ໂດຍສະເພາະໃນຂະແໜງໂທລະຄົມມະນາຄົມ ເຊັ່ນ: ບົດບາດສໍາຄັນໃນການສ້າງສັນຍານເຄືອຂ່າຍ 2G (ປີ 1999), 3G (ປີ2008), 4G (ປີ 2012) and 5G trial (2020) ເປັນຄັ້ງທໍາອິດໃນລາວ, ລວມທັງການສົ່ງເສີມດ້ານການສຶກສາຜ່ານໂຄງການ “ແກ່ນພັນເພື່ອອະນາຄົດ (Seed for the future)”.

ໃນງານຄັ້ງນີ້, ຫົວເຫວີຍ ຍັງໄດ້ນໍາສະເໜີວິທີແກ້ໄຂບັນຫາ ຫລື ໂຊລູຊັນໃໝ່ທາງດ້ານພະລັງານແສງຕາເວັນ ທີ່ຈະເຮັດໃຫ້ສໍານັກງານອົງກອນ ຫລື ຄົວເຮືອນສາມາດ ເຂົ້າເຖິງ ແລະ ຕິດຕັ້ງໃຊ້ງານລະບົບພະລັງງານໄຟຟ້າ ຈາກແສງຕາເວັນໄດ້ຢ່າງງ່າຍດາຍ ດ້ວຍໂຊລູຊັນທີ່ມີຊື່ວ່າ Huawei FusionSolar.

SA Game
ຂ​ປ​ລ

ປັດຈຸບັນ ເປັນເວລາກວ່າ 24 ປີ ທີ່ການຮ່ວມມື ລະຫວ່າງບໍລິສັດ ຫົວເຫວີຍ ກັບກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ເຊິ່ງຜ່ານມາວຽກງານເທັກໂນໂລຊີທາງດ້ານ ICT ຂອງທາງຫົວເຫວີຍ ສາມາດມາດຊ່ວຍຊຸກຍູ້ ແລະ ສະໜັບສະໜູນ ໃຫ້ ສປປ ລາວ ໃນການຫັນເປັນດີຈີຕອນໄດ້ໄວຂຶ້ນ

ເຊິ່ງໄລຍະຜ່ານມາ, ບໍລິສັດ ຫົວເຫວີຍ ໄດ້ໃຫ້ການບໍລິການແກ້ໄຂບັນຫາດ້ານດີຈີຕອນ, ສະໜັບສະໜູນຊຸດອຸປະກອນວີດີໂອປະຊຸມທາງໄກ ໃຫ້ແກ່ກົມຕ່າງໆຂອງລັດຖະບານ ແລະ ວິສາຫະກິດ ເປັນຕົ້ນ ໃຫ້ບໍລິການແກ້ໄຂຫລັກສໍາລັບ ວິທະຍາເຂດອັດສະລິຍະ, ສູນຈັັດເກັບຂໍ້ມູນ, ລະບົບການປະຊຸມທາງໄກ ແລະ ອື່ນໆ.

ນອກຈາກນັ້ນ, ທາງພາກສ່ວນຂອງລະບົບຄົມມະນາຄົມ ຫົວເຫວີຍ ໄດ້ມີວິທີແກ້ໄຂບັນຫາ ສໍາລັບທາງລົດໄຟ ເພື່ອເຮັດໃຫ້ການສື່ສານ ລະຫວ່າງ ລົດໄຟ ກັບແຕ່ລະສະຖານີມີປະສິດ ທິພາບ ແລະ ມີປອດໄພສູງສຸດ, ລວມເຖິງ ການແກ້ໄຂບັນຫາ ເຮັດໃຫ້ຜູ້ໂດຍສານ ສາ ມາດເຂົ້າເຖິງອິນເຕີເນັດຜ່ານມືຖືໄດ້ຕະຫລອດໄລຍະການເດີນທາງນຳອີກ.

ໃນງານດັ່ງກ່າວ, ທ່ານ ບຸນທອງ ຈິດມະນີ ຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແລະ ທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ຍັງໄດ້ໃຫ້ກຽດເຂົ້າຢ້ຽມຊົມພາກສ່ວນວາງສະແດງຂອງບໍລິສັດ ຫົວເຫວີຍ

SA Game
ຂ​ປ​ລ

ເຊິ່ງໄດ້ກ່າວການຕ້ອນຮັບ ແລະ ນໍາສະເໜີຜົນງານໂດຍທ່ານ ເຄວິນ ຫູ ຊີອີໂອ ຂອງຫົວເຫວີຍ ປະຈໍາລາວ ແລະ ໂອກາດດັ່ງກ່າວ, ການນໍາຂັ້ນສູງ ຂອງລາວ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ກັບໝາກຜົນການຮ່ວມມື ລະຫວ່າງ ບໍລິສັດຫົວເຫວີຍ ກັບກະຊວງ ເຕັກໂນໂລຊີ ແລະ ການສື່ສານ

ໂດຍສະເພາະໃນຂະແໜງການໄອຊີທີ ໃນໄລຍະຜ່ານ ແລະ ບໍລິສັດຫົວເຫວີຍ ກໍໄດ້ມີຜະລິດຕະພັນທີ່ມີຄຸນນະພາບ ແລະ ເປັນທີ່ຍອມຮັບລະດັບໂລກ ເຂົ້າມານໍາໃຊ້ ໃນ ສປປ ລາວ ເພື່ອສົ່ງເສີມໃຫ້ວຽກງານໄອຊີທີ ໃນລາວໃຫ້ເຂັ້ມ ແຂງ ແລະ ທັນສະໄໝຂຶ້ນໄປເລື້ອຍໆ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ຂປລ.