ຮຽນ​ຮູ້​ທັກ​ສະ​ການ​ຜະ​ລິດ​ແພ​ໃໝ​ລາວ​ ຢູ່​ທີ່​ສູນ​ຮຽນ​ຮູ້ພື້ນເມືອງ ລາວ-ຍີ່ປຸ່ນ

SA Game

ອິນ​ໄຊ​ລາວ

ສູນວັດທະນະທຳ ແລະ ການສຶກສາ ພື້ນເມືອງ ລາວ-ຍີ່ປຸ່ນ ສູນຮຽນຮູ້ ທັກສະຫັດຖະກຳແຜ່ນແພ-ເຄື່ອງຈັກສານ.

ຄວາມ​ສວຍ​ງາມ​ຂອງ​ແພ​ໄໝ​ລາວ​ເຮັດ​ໃຫ້​ຫລາຍ​ຄົນ​ສົນ​ໃຈ​ເນືອງ​ດ້ວຍ​ຄວາມ​ສວຍ​ງາມ​ຂອງ​ລາຍ​ແພ ແລະ ໄໝ​ທີ່​ແໜ້ນ​ໜາ, ໃນ ສ​ປ​ປ ລາວ ເລື່ອງ​ສິ​ລະ​ປະ​ແຜ່​ແພ​ຖື​ວ່າ​ເປັນ​ສິ​່ງ​ໜຶ່ງ​ທີ່​ຢູ່​ຄູ່​ກັບ​ສັງ​ຄົມ​ລາວ ບໍ່​ວ່າ​ຈະ​ເປັນ​ເສື້ອ​ຜ້າ ຫລື ແຜ່ນ​ແພ​ຕ່າງໆ, ການ​ຕຳ​ແຜ່ນ ຜະ​ລິດ​ແພ​ໄໝ​ໃນ​ແບບ​ລາວ​ດັ້ງ​ເດີມ ຖືວ່າເປັນງານສືມືໜຶ່ງດຽວໃນລາວ ທີ່ໃຊ້ວັດຖຸດິບ ໄໝມ້ອນມາຕ່ຳເປັນ​ແພ ເຊິ່ງເຮັດໃຫ້ຜົນງານທີ່ໄດ້ອອກມາ ມີຄວາມງົດງາມ, ເປັນເອກະລັກ ແລະ ມີຄຸນຄ່າສູງ.

ສູນວັດທະນະທຳ ແລະ ການສຶກສາ ພື້ນເມືອງ ລາວ-ຍີ່ປຸ່ນ ທີ່ຕັ້ງຢູ່ບ້ານ ໜອງທາໃຕ້, ເມືອງ ຈັນທະບຸລີ, ນະຄອນຫຼວງ ວຽງຈັນ ເປັນສູນການຮຽນຮູ້ກ່ຽວກັບວັດທະນະທຳຂອງລາວ ໂດຍສະເພາະແມ່ນການຮຽນຮູ້ທາງດ້ານທັກສະການຜະລິດຜ້າໄໝລາວ ແບບດັ້ງເດີມ ທີ່ສືບທອດກັນມາແຕ່ບູຮານນະການ ເຊິ່ງນຳໃຊ້ວັດຖຸດິບຈາກລາວໂດຍກົງ ແລະ ປອດສານພິດ ໂດຍສະເພາະແມ່ນການ ຍ້ອມສີທຳມະຊາດ.

SA Game
ອິນ​ໄຊ​ລາວ

ທ່ານ ຫານຊະນະ ສີສານ, ອະດີດປະທານສະມາຄົມຫັດຖະກຳລາວ, ເຈົ້າຂອງພິພິທະພັນຜ້າໄໝລາວ ກ່າວວ່າ: ພິພິທະພັນຜ້າໄໝລາວແຫ່ງນີ້ ສ້າງຕັ້ງຂຶ້ນໃນປີ 2003 ໂດຍເປັນທຸລະກິດສ່ວນຕົວຄອບຄົວ ມີເນື້ອທີ່ປະມານ 4 ໄລ່, ມີເຮືອນຮ້ານ ແລະ ບ່ອນສາທິດທຳການຜະລິດແຜ່ນແພ 5 ຫຼັງທີ່ເຮັດດ້ວຍໄມ້ເນື້ອແຂງ ຫຼັງຄາເຮັດດ້ວຍດິນຂໍ ແລະ ມີເຄື່ອງຫັດຖະກຳແຜ່ນແພ, ເຄື່ອງຈັກສານ ແລະ ເຄື່ອງເກົ່າຂອງແກ່ຈຳນວນໜຶ່ງ.

SA Game
ອິນ​ໄຊ​ລາວ

ເມື່ອກ່ອນທີ່ບໍ່ມີພະຍາດ ໂຄວິດ-19 ເຂົ້າມາລະບາດນັ້ນ ມີແຂກນັກທ່ອງວທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາຢ້ຽມຢາມໃນສູນດັ່ງກ່າວແຕ່ລະມື້ຫຼາຍຮ້ອຍຄົນ, ແຕ່ພາຍຫຼັງທີ່ ໂຄວິດ-19 ເຂົ້າມາ ນັກທ່ອງທ່ຽວກໍເລີ່ມຫຼຸດໜ້ອຍຖອຍລົງ.

SA Game
ອິນ​ໄຊ​ລາວ

ມາຮອດປັດຈຸບັນ ສູນແຫ່ງນີ້ໄດ້ເລີ່ມກັບມາເປີດບໍລິການໃຫ້ນັກທ່ອງທ່ຽວອີກຄັ້ງ ແລະ ກໍເລີ່ມມີນັກທ່ອງທ່ຽວເຂົ້າມາຢ້ຽມຢາມຫຼາຍຂຶ້ນ ໂດຍສະເພາະນັກທ່ອງທ່ຽວທີ່ຢາກມາສຶກສາຮຽນຮູ້ທັກສະກ່ຽວກັບການຜະລິດຜ້າໄໝ ບໍ່ວ່າຈະເປັນ ການຂຽນຝ້າຍ, ທໍໄໝ, ການຕ່ຳຫູກຕ່າງໆ ເປັນຕົ້ນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: CRI