ສວນວັດທະນະທໍາຊຽງຄວນເປັນ​ອີກ​ສະ​ຖານ​ທີ່​ໜຶ່ງ​ຊ່ວຍ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ

SA Game

ຂປລ. 

ດ້ານ​ການ​ທ່ອງ​ທ່ຽວ​ຂອງ​ປະ​ເທດ​ລາວສວນວັດທະນະທໍາຊຽງຄວນມີ​ສ່ວນ​ຊ່ວຍ​ໃນ​ການ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ເຂົ້າ​ລາວ

ສະ​ຖານ​ທີ່​ທ່ອງ​ທ່ຽວ ສວນວັດທະນະທໍາຊຽງຄວນ ເປັນສະຖານທີ່ທ່ອງທ່ຽວທາງດ້ານວັດທະນະທໍາທີ່ມີເອກະລັກພິເສດ ແລະ ແຕກຕ່າງຈາກສະຖານທີ່ທ່ອງທ່ຽວອື່ນໆ ເຊັ່ນ: ພະພຸດທະຮູບປາງຕ່າງໆ ທີ່ມີຄວາມເກົ່າແກ່ເປັນຈຳນວນຫລາຍ, ມີທັງພະພຸດທະຮູບນ້ອຍ ແລະ ໃຫຍ່, ມີຮູບປັ້ນຈຳລອງກ່ຽວກັບນະຣົກ, ສະຫວັນ ທີ່ເປັນເອກະລັກ ແລະ ຫລາຍຄົນໃຫ້ຄວາມສົນໃຈເຂົ້າໄປທ່ຽວຊົມ ແລະ ຖ່າຍຮູບຢູ່ຊັ້ນສູງສຸດ.

ນອກນັ້ນ, ຍັງມີປະຕູໂຂງທາງເຂົ້າທີ່ມີຄວາມສວຍງາມ ໂດດເດັ່ນ ສື່ໃຫ້ເຫັນເຖິງວັດທະນະທໍາ ທີ່ມີການປະສົມປະສານວັດທະນະທໍາຮ່ວມສະໄໝ ແລະ ສາມາດດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວຊົມເປັນຈຳນວນຫລວງຫລາຍ.

ທ່ານ ນາງ ສ້ອຍສຸດາ ອິນເມືອງໄຊ ຜູ້ອໍານວຍການ ບໍລິສັດ ສວນວັດທະນະທໍາຊຽງຄວນ ຈໍາກັດ ຜູ້ດຽວ ໄດ້ໃຫ້ສຳພາດ ຕໍ່ນັກຂ່າວສຳນັກຂ່າວສານປະເທດລາວ ວ່າ: ຂ້າພະເຈົ້າ ກໍເປັນບຸກຄົນໜຶ່ງ ທີ່ດຳເນີນທຸລະກິດ ໄປພ້ອມກັບການປະກອບສ່ວນ ສ້າງສາພັດທະນາປະເທດຊາດ ແລະ ໄດ້ປະກອບສ່ວນຊ່ວຍເຫລືອສັງຄົມຜ່ານໜ່ວຍກູ້ໄພ ແລະ ສ້າງສາວັດວາອາຮາມຕ່າງໆ

SA Game
ຂປລ.

ດຳເນີນທຸລະກິດຫລາຍດ້ານ ທີ່ສອດຄ່ອງກັບແຜນພັດ ທະນາຂອງເມືອງຫາດຊາຍຟອງ ກໍຄື ຂອງນະຄອນຫລວງວຽງຈັນມາໂດຍຕະຫລອດ ໂດຍສະເພາະແມ່ນການພັດທະນາດ້ານການທ່ອງ ທ່ຽວ ໂດຍໄດ້ມີການປັບປຸງສວນວັດທະນະທໍາຊຽງຄວນ ໃຫ້ເປັນສະຖານທີ່ທ່ອງທ່ຽວທາງດ້ານວັດທະນະທໍາ ຕິດພັນກັບທໍາມະຊາດມີອາກາດປອດໂປ່ງ ແລະ ພັດທະນາໃຫ້ດີຂຶ້ນຢ່າງຕໍ່ເນື່ອງ ເພື່ອອຳນວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວຊົມ ແລະ ປະທັບໃຈ.

ພ້ອມນັ້ນ, ສວນແຫ່ງນີ້ ຍັງໄດ້ມີການປັບປຸງພື້ນຖານໂຄງລ່າງຄື:

ສ້ອມແປງເສັ້ນທາງຍ່າງພາຍໃນສວນ, ກໍ່ສ້າງສວນສາທາລະນະ, ຮ້ານອາຫານ, ບ່ອນຫລິ້ນເດັກນ້ອຍ, ຕູບພັກເຊົາ, ປັບປຸງສະຖານທີ່ຈອດລົດໃຫ້ກວ້າງຂວາງກວ່າເກົ່າ, ປັບປຸງເສັ້ນທາງຍ່າງຊົມວິວ, ປູກຕົ້ນໄມ້ຫລາຍສີສັນອ້ອມຮອບ ເພື່ອບໍລິການນັກທ່ອງທ່ຽວ ທີ່ເຂົ້າມາທ່ຽວຊົມ ເຊິ່ງໄລຍະຜ່ານມາ ພັກ-ລັດຖະບານ ໄດ້ມີນະໂຍບາຍຊຸກຍູ້, ສົ່ງເສີມຊ່ວຍເຫລືອໃນຂະແໜງທຸລະກິດ ໂດຍໄດ້ກຳນົດນິຕິກຳທາງດ້ານກົດທີ່ເອື້ອອຳນວຍໃຫ້ຂະແໜງທຸລະກິດມາໂດຍຕະຫລອດ.

SA Game
ຂປລ.

ທ່ານ ນາງ ສ້ອຍສຸດາ ອິນເມືອງໄຊ ໄດ້ກ່າວອີກວ່າ: ເນື່ອງໃນໂອກາດວັນຊາດທີ 2 ທັນວາ ທີ່ຈະມາເຖິງນີ້, ຂ້າພະເຈົ້າໃນນາມນັກທຸລະກິດຮຸ່ນໃໝ່ ຂໍສະແດງຄວາມຮູ້ບຸນຄຸນເປັນຢ່າງສູງມາຍັງ ການນຳພັກ-ລັດທຸກຂັ້ນ, ທຸກຍຸກທຸກສະໄໝ ທີ່ໄດ້ເອົາໃຈໃສ່ ສ້າງສາ ແລະ ພັດທະນາປະເທດຊາດ ຂອງພວກເຮົາ ເຊິ່ງຕະຫລອດໄລຍະ 47 ປີ ຜ່ານມາ ເຫັນໄດ້ວ່າ ປະເທດຊາດມີການເຕີບໃຫຍ່ຂະຫຍາຍຕົວເປັນກ້າວໆມາ, ເສດຖະກິດ-ສັງຄົມມີການຂະຫຍາຍ ຕົວ, ປະເທດຊາດມີຄວາມສະຫງົບສຸກ

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.